Homeຂ່າວຕ່າງປະເທດຟິລິບປິນຈັບຜູ້ໂດຍສານລັກລອບຂົນເຕົ່າໃສ່ໃນກະເປົາເດີນທາງຫຼາຍກວ່າ 1500 ໂຕ

ຟິລິບປິນຈັບຜູ້ໂດຍສານລັກລອບຂົນເຕົ່າໃສ່ໃນກະເປົາເດີນທາງຫຼາຍກວ່າ 1500 ໂຕ

Published on

ເຈົ້າໜ້າທີ່ກວດຄົນເຂົ້າເມືອງສະໜາມບິນມະນິລາ ປະເທດຟິລິບປິນ ເປີດເຜີຍເມື່ອວັນທີ 4 ມີນາ 2019ວ່າ ໄດ້ຄວບຄຸມຕົວຜູ້ໂດຍສານຊາວຟິລິບປິນຄົນໜຶ່ງທີ່ລັກລອບຂົນເຕົ່າດາວອິນເດຍ ຈຳນວນຫຼາຍເຖິງ 1.530 ໂຕ ທີ່ໄດ້ເຊື່ອງໄວ້ໃນກະເປົາເຂົ້າສູ່ປະເທດຟິລິບປິນ.

ລາຍງານລະບຸວ່າ ເຈົ້າໜ້າທີ່ກວດພົບເຕົ່າດາວອິນເດຍຈາກການສະແກນກະເປົາເດີນທາງ ໂດຍເຕົ່າທຸກໂຕບໍ່ສາມາດເຄື່ອນໄຫວໄດ້ຍ້ອນຖືກພັນໄວ້ດ້ວຍສະກັອດ.

ເຈົ້າໜ້າທີ່ກວດຄົນເຂົ້າ-ອອກເມືອງ ເປີດເຜີວ່າ ຊາຍຄົນດັ່່ງກ່າວໄດ້ຖືກນຳຕົວໄປສອບສວນ ແລະ ອາດຖືກຕັ້ງຂໍ້ຫາລະເມີດກົດຊື້-ຂາຍສັດປ່າຂອງຟິລິບປິນ ເຊິ່ງມີໂທດສູງສຸດຄືຕິດຄຸກ 2 ປີ ໂດຍຊາຍຄົນນີ້ໄດ້ເດີນທາງມາຈາກຮ່ອງກົງ ແລະ ຄາດວ່າອາດນຳເຕົ່າມາຂາຍໃນຟິລິບປິນ ຫຼື ເດີນທາງຕໍ່ໄປທີ່ປະເທດອື່ນ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: matichon

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...