Homeຂ່າວຕ່າງປະເທດເມິ່ງ ຫວ່ານໂຈ ຍື່ນຄຳຟ້ອງການາດາກັບຖານລະເມີດສິດທິ ແລະ ເສລີພາບ

ເມິ່ງ ຫວ່ານໂຈ ຍື່ນຄຳຟ້ອງການາດາກັບຖານລະເມີດສິດທິ ແລະ ເສລີພາບ

Published on

ສຳນັກຂ່າວຕ່າງປະເທດລະບຸວ່າ ນາງ ເມິ່ງ ຫວ່ານໂຈ ຫົວໜ້າຝ່າຍການເງິນ ແລະ ເປັນລູກສາວຂອງຜູ້ກໍຕັ້ງບໍລິສັດ ຫົວເຫວີ່ຍ ໄດ້ໃຫ້ທະນາຍຍື່ນຟ້ອງຕໍ່ສານສູງສຸດລັດບຣິຕິຊໂຄລຳເບຍຂອງການາດາ ເມື່ອວັນທີ 1 ມີນາ 2019 ທີ່ຜ່ານມາ ເຊິ່ງເປັນມື້ດຽວກັນທີ່ກະຊວງຍຸດຕິທຳການາດາເລີ່ມຂະບວນການສົ່ງຕົວຜູ້ຮ້າຍຂ້າມແດນຢ່າງເປັນທາງການ ເພື່ອສົ່ງຕົວນາງ ເມິ່ງ ໃຫ້ກັບສະຫະລັດ.

ໃນຄຳຟ້ອງຄະດີແພ່ງ ທະນາຍຂອງນາງ ເມິ່ງ ກ່າວວ່າ ພຶດຕິກຳຂອງເຈົ້າໜ້າທີ່ທາງການການາດາເພື່ອໃຫ້ໄດ້ຫຼັກຖານ ແລະ ຂໍ້ມູນຈາກຕົວຂອງນາງໃນລະຫວ່າງການຄວບຄຸມຕົວທີ່ສະໜາມບິນລະຫວ່າງປະເທດເວນຄູເວີ ເມື່ອວັນທີ 1 ທັນວາ 2018ທີ່ຜ່ານມານັ້ນ ເປັນການລະເມີດຢ່າງຮ້າຍແຮງຕໍ່ບົດບັນຍັດວ່າດ້ວຍສິດທິ ແລະ ເສລີພາບຕາມລັດຖະທຳມະນູນຂອງການາດາ.

ທະນາຍຄວາມຂອງນາງ ເມິ່ງ ໄດ້ກ່າວເຖິງການດຳເນີນການທີ່ບໍ່ເໝາະສົມຂອງເຈົ້າໜ້າທີ່ການາດາລະຫວ່າງທີ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງການາດາສອບປາກຄຳນາງດົນເຖິງ 3 ຊົ່ວໂມງ ກ່ອນທີ່ຈະຈັບກຸມຕົວຢ່າງເປັນທາງການ ໃນຊ່ວງເວລານັ້ນ ເຈົ້າໜ້າທີ່ກວດຄົນເຂົ້າເມືອງໄດ້ລະເມີດສິດທິຂອງນາງ ເມິ່ງ ດ້ວຍການກວດຄົ້ນໂທລະສັບ ແລະ ຄອມພິວເຕີຂອງນາງ ລວມເຖິງກະເປົາເດີນທາງ ເພື່ອຫາຫຼັກຖານຈາກຕົວນາງ ເຊິ່່ງເປັນການລະເມີດສິດທິສ່່ວນບຸກຄົນຂອງນາງ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...