Homeຂ່າວຕ່າງປະເທດເກົາຫຼີເໜືອຈະບໍ່ຍອມເຈລະຈາກັບລັດຖະບານສະຫະລັດອີກແລ້ວ

ເກົາຫຼີເໜືອຈະບໍ່ຍອມເຈລະຈາກັບລັດຖະບານສະຫະລັດອີກແລ້ວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ເມື່ອວັນທີ 1 ມີນາ 2019 ທີ່ຜ່ານມາວ່າ ທ່ານ ນາງ ໂຊ ຊອນ ຮີ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອກ່າວວ່າ ຈາກທ່າທີຂອງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງປະເທດ “ໝົດອາລົມ” ໃນການເຈລະຈາກັບສະຫະລັດ ເນື່ອງຈາກ “ເປັນເລື່ອງຍາກທີ່ຈະເຂົ້າໃຈ”.

ຄຳກ່າວຂອງທ່ານ ນາງ ໂຊ ຊອນ ຮີ ເປັນການເພີ່ມນໍ້າໜັກໃຫ້ກັບຄຳຖະແຫຼງການຂອງທ່ານ ຣີ ຢອງ ໂຮ ລັດຖະມົນຕີກະຊວງການຕ່າງປະເທດຂອງເກົາຫຼີເໜືອ ເຊິ່ງກ່າວກ່ອນໜ້ານີ້ບໍ່ພໍເທົ່າໃດຊົ່ວໂມງ ວ່າສະຫະລັດ ເປັນຝ່າຍຖິ້ມໂອກາດທີ່ອາດຈະບໍ່ເກີດຂຶ້ນອີກ ໂດຍທ່ານ ຣີ ຍອງ ໂຮ ກ່າວວ່າລັດຖະບານເກົາຫຼີເໜືອຍື່ນຂໍ້ສະເໜີເປັນລາຍລັກອັກສອນໃນເລື່ອງການລະງັບທົດສອບອາວຸດນິວເຄຣຍ ແລະ ຂີປະນາວຸດຂ້າມທະວີບ ເພື່ອແລກກັບການຜ່ອນມາດຕະການຄວໍ້າບາດໃນສ່ວນທີ່ສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງພົນລະເມືອງເກົາຫຼີເໜືອ ບໍ່ແມ່ນການຮຽກຮ້ອງໃຫ້ລັດຖະບານສະຫະລັດຍົກເລີກການຄວໍ້າບາດທັງໝົດ ຕາມທີ່ປະທານາ ທິບໍດີ ໂດນັລ ທຣໍ້າ ກ່າວອ້າງ ແລະ ຜູ້ນຳສະຫະລັດຍອມຮັບວ່າ ຜູ້ນຳທັງສອງປະເທດມີວິໄສທັດເລື່ອງໂຄງການນິວເຄຣຍທີ່ “ແຕກຕ່າງກັນ”.

ທ່ານ ໄມ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດກ່າວວ່າ ລັດຖະບານສະຫະລັດຈະພະຍາຍາມເດີນໜ້າຕໍ່ທັນທີເພື່ອຈັດການພົບປະຫາລືຄັ້ງໃໝ່ກັບລັດຖະບານເກົາຫຼີເໜືອ ດ້ານທຳນຽບປະທານປະເທດເກົາຫຼີໃຕ້ອອກຖະແຫຼງການຍອມຮັບວ່າ “ຜິດຫວັງ” ກັບການປະຊຸມທີ່ຮ່າໂນ້ຍທີ່ຈົບລົງດ້ວຍການປາສະຈາກການລົງນາມຂໍ້ຕົກລົງໃດໆ ແຕ່ກໍ່ເຊື່ອໝັ້ນວ່າທັງສອງປະເທດຈະສາມາດກັບມາພົບປະຫາລືກັນໄດ້ອີກຄັ້ງ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...