spot_img
Homeຂ່າວທ້ອງຖິ່ນຢີ່ປຸ່ນມອບ​ເງິນ​ຊ່ວຍ​ພັດທະນາ​ຄວາມ​ສາມາດ​ຄົນ​ພິການ​ແຂວງ​ຫົວພັນ 2 ​ແສນ​ໂດ​ລາ

ຢີ່ປຸ່ນມອບ​ເງິນ​ຊ່ວຍ​ພັດທະນາ​ຄວາມ​ສາມາດ​ຄົນ​ພິການ​ແຂວງ​ຫົວພັນ 2 ​ແສນ​ໂດ​ລາ

Published on

​ໃນ​ວັນ​ທີ 28 ກຸມພາ 2019 ນະຄອນຫລວງ​ວຽງຈັນ​ ລັດຖະບານຢີ່ປຸ່ນ​ໄດ້​ເຊັນ​ສັນຍາ​ຊ່ວຍ​ພັດທະນາ​ຄວາມ​ສາມາດ​ຄົນ​ພິການ​ແຂວງ​ຫົວພັນ ຈໍານວນ 2 ​ແສນ​ກວ່າ​​ໂດ​ລາ ລະຫວ່າງ ທ່ານ​ ທາ​ເຄຊິ ຮິ​ຄິຮາຣະ, ​ເອກ​ອັກຄະຣາຊະ​ທູ​ດຢີ່ປຸ່ນປະ​ຈໍາ ສປປ ລາວ ​ແລະ ທ່ານ​ນາງ ​ໂທ​ມິ​ໂກະ ມາ​ເອຈິ​ມະ ປະ​ທານ​ອົງການ​ພັດ​ທະນາ​ຄົນ​ພິການ​ອາຊີ  ​​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຢີ່ປຸ່ນ ພ້ອມ​ດ້ວຍ​ພາກສ່ວນ​ທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້​ເປັນ​ຈໍານວນ​ເງິນ​ທັງ​ໝົດ 274.459 ​ໂດ​ລາ ​ໂດຍ​ຈ​ະນໍາ​ໃຊ້​ເຂົ້າ​ໃນ​ໂຄງການ​ເປີດ​ສູນ​ສະໜັບສະໜູນ​ການ​ມີ​ວຽກ​ເຮັດ​ງານ​ທໍາ ​ແລະ ຝຶກ​ອົບຮົມ​ວິຊາ​ຊີບ​ໃຫ້​​ແກ່​ຄົນ​ພິການ​ຢູ່​ແຂວງ​ຫົວພັນ​ເປັນ​ຕົ້ນ: ການຈັດ​ສັນ​ສວນ, ປູກ​ຜັກ ​ແລະ ຝຶກ​ອົບຮົມ​ວິຊາ​ຊີບ​ໃຫ້​ແກ່​ເຂົາ​ເຈົ້າ ​ເພື່ອ​ບໍ່​ໃຫ້​ເປັນ​ພະລະ​ຂອງ​ຄອບ​ຄົວ.

ສໍາລັບ​​ອົງການ​ພັດ​ທະນາ​ຄົນ​ພິການ​ອາຊີ ນີ້​ໄດ້​ເຄື່ອນ​ໄຫວ​ກິດຈະ​ກໍາ​ການ​ຊ່ວຍ​​ເຫລືອ​ຄົນ​ພິການ​ໃນ ສປປ ລາວ ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ ພາຍ​ໃຕ້​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ຢີ່ປຸ່ນ, ອົງການ​ໄດ້​ຈັດ​ຕັ້ງ​ນະ​ໂຍບາຍ​ຕ່າງໆ​ເພື່ອ​ເສີມ​ສ້າງ​ຄວາມ​ສາມາດ​ຂອງ​ຄົນ​ພິການ​ທັງ​ພາຍ​​ໃນ​ນະຄອນຫລວງ​ວຽງຈັນ ​ແລະ ​ແຂວງ​ຫົວ​ພົນ.

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ຮູບພາບ: ADDP Laos

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...