Homeຂ່າວທ້ອງຖິ່ນມະຫະກຳບຸນຊ້າງສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຊົມ

ມະຫະກຳບຸນຊ້າງສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າຊົມ

Published on

ປີນີ້ຊ້າງຈຳນວນ 70 ເຊືອກ ໄດ້ເຂົ້າຮ່ວມການສະເຫລີມສະຫລອງງານມະຫະກຳບຸນຊ້າງ 2019 ຂອງແຂວງໄຊຍະບູລີ ໃນເມືອງໄຊຍະບູລີໃນມື້ວັນເສົາທີ່ຜ່ານມາ. ງານດັ່ງກ່າວຈະດຳເນີນໄປຈົນຮອດວັນທີ 28 ຂອງເດືອນກຸມພາ ແລະ ສຳລັບປີນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 13 ເຊິ່ງມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ ທີ່ສະແດງເຖິງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.

ຈຸດປະສົງຂອງການຈັດງານ ເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂັວນຄູ່ບ້ານຄູ່ເມືອງ; ພ້ອມນີ້ ກໍເພື່ອເປັນການສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນເຮົາຕະຫຼອດໄປ.

ນອກນີ້ ງານດັງກ່າວຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 70 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນ, ມີໂອກາດປະສົມພັນກັນ ແລະ ກໍໃຫ້ເກີດການສືບພັນໃນອະນາຄົດ.

ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ຊາວແຂວງໄຊຍະບູລີຕະຫຼອດໄປ, ພ້ອມທັງໃຫ້ປະຊາຊົນ, ນັກທ່ອງທ່ຽວໄດ້ເຫັນການດຳລົງຊີວິດຂອງຊ້າງ, ຮູ້ບຸນຄຸນ ແລະ ຖືຄວາມສໍາຄັນຂອງຊ້າງ ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ.

ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ

ມື້ເປີດງານທາງການກໍ່ຄືວັນທີ 23 ໄດ້ມີແຂກສຳຄັນຫລາຍທ່ານເຂົ້າຮ່ວມເຊັ່ນ; ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ ແລະ ບັນດາແຂກຜູ້ມີກຽດ ພາຍໃນ, ຕ່າງປະເທດ ແລະ ພໍ່ແມ່ພີ່ນ້ອງປະຊາຊົນ ບັນດາເຜົ່າຊົນລວມເຖີງຫລາຍພັນຄົນ.

ໃນມື້ດັ່ງກ່າວໄດ້ມີການສະແດງຫລາກຫລາຍທີ່ຕິດພັນກັບວັດທະນະທຳ ແລະ ຮີດຄອງປະເພນີຂອງ 8 ຊົນເຜົ່າໃນ 11ຕົວເມືອງພາຍໃນແຂວງເຊັ່ນ; ຂະບວນແຫ່ຂອງຊ້າງ ຈຳນວນ 70 ໂຕ ປະສານສຽງເປົ່າສະໄນ ແລະ ຕາມມາດ້ວຍຂະບວນແຫ່ກ້ອນກຳລັງ ຂອງ 11 ເມືອງທີ່ມີເອກະລັກຂອງຊົນເຜົ່າ, ຂະບວນສະແດງຂອງ 8 ເຜົ່າ ບົດຟ້ອນດອກຈໍາປາ-ບາສະລົບຂອງນ້ອງນັກຮຽນ ຈໍານວນ 800 ຄົນ.

ຈຸດເດັ່ນຂອງງານແມ່ນການຊົມການສະແດງກິດຈະກຳຂອງຊ້າງຄຳຮູ້ ຈຳນວນ 20 ໂຕ ລວມ 19 ລາຍການພາໃຫ້ເກີດສຽງຮ້ອງ, ຫົວ ໂຮແຊວຢ່າງຟົດຟືນ ແລ້ວຍັງມີພິທີບາສີສູ່ຂວັນຊ້າງອີກດ້ວຍ.

ສຳລັບ ວັນທີ 24 ກຸມພາ 2019 ມີກິດຈະກຳຂີ່ຊ້າງຊົມເທສະບານເມືອງໄຊຍະບູລີ (ຊ້າງເຂົ້າຮ່ວມ ຈໍານວນ 70 ໂຕ).

ແຕ່ລະມື້ແຂກໃນງານຈະໄດ້ທ່ຽວຊົມງານສະແດງສິນຄ້າຜົນຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ ພາຍໃນແຂວງໄຊຍະບູລີ, ມີສິນຄ້ານະວັດຕະກຳທີ່ຕິດພັນທາງດ້ານວິຊາການ ຂອງບາງພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 352 ຮ້ານ, ເຊິ່ງມີມູນຄ່າສິນຄ້າປະມານ 6 ຕື້ກວ່າກີບ.

ງານມະຫະກຳບຸນຊ້າງແມ່ນຈັດຂື້ນເທື່ອທຳອິດໃນເມືອງຫົງສາ ແຂວງ ໄຊຍະບູລີ ໃນປີ 2007 ຕໍ່ມາຄັ້ງທີ 3 ປີ 2008 ໄດ້ຈັດຂຶ້ນທີ່ ເມືອງປາກລາຍ ແລ້ວຫລັງຈາກນັ້ນໄດ້ຈັດໝູນວຽນພາຍໃນ 3 ເມືອງເຊັ່ນເມືອງຫົງສາ ເມືອງປາກລາຍ ແລະ ເມືອງໄຊຍະບູລີ.

ເຫັນວ່າ: ຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາງານດັ່ງກ່າວ ກໍເພີ່ມຂຶ້ນເປັນຈຳນວນຫລາຍ ເພາະວ່າ ຢູ່ໃນງານແຕ່ລະປີ ໄດ້ມີຂະບວນຊ້າງເຂົ້າຮ່ວມ ບໍ່ຕໍ່າກວ່າ 50 ເຊືອກດ້ວຍກັນ, ສະນັ້ນເລີມແຕ່ປີ 2012 ເປັນຕົ້ນມາ ມະຫະກຳບຸນຊ້າງກໍ່ໄດ້ຖືກຈັດຢູ່ທີ່ເມືອງໄຊຍະບູລີຈົນເຖີງປັດຈຸບັນເພື່ອອຳນວນຄວາມສະດວກທາງດ້ານທີ່ພັກອາຫານ ແລະ ສິ່ງອື່ນໆ.

 

 

 

ຂຽນໂດຍ: ປະຕິທິນ Pmp

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...