Homeຂ່າວຕ່າງປະເທດຈີນເປີດຕົວ 2 ນັກຂ່າວ AI ທີ່ມີຄວາມສົມຈິງຈົນແຍກບໍ່ອອກລະຫວ່າງຄົນກັບຫຸ່ນຍົນ

ຈີນເປີດຕົວ 2 ນັກຂ່າວ AI ທີ່ມີຄວາມສົມຈິງຈົນແຍກບໍ່ອອກລະຫວ່າງຄົນກັບຫຸ່ນຍົນ

Published on

ສຳນັກຂ່າວ ຊິນຫົວ ເປີດເຜີຍຄວາມກ້າວໜ້າໃໝ່ຫຼ້າສຸດຂອງຜູ້ປະກາດຂ່າວປັນຍາປະດິດ ຫຼື AI ເຊິ່ງເກີດຈາກການຮ່ວມກັນພັດທະນາຂອງສຳນັກຂ່າວຊິນຫົວ ແລະ ໂຊວໂກ່ວ (Sogou) ບໍລິສັດຜູ້ຜະລິດເວັບໄຊຄົ້ນຫາຂໍ້ມູນລາຍໃຫຍ່ສັນຊາດຊາດຈີນ.

ຜູ້ປະກາດຂ່າວເພດຊາຍມີນາມວ່າ ທ້າວ ຊິນ ສ່ຽວຫ່າວ (Xin Xiaohao) ກ່າວເຖິງຄວາມສາມາດໃໝ່ຂອງຕົນ ທີ່ສາມາດລາຍງານຂ່າວພ້ອມສະແດງທ່າທາງ ແລະ ສີໜ້າໃນທ່າຍືນ.

https://www.facebook.com/XinhuaNewsAgency.th/videos/361332101379625/?v=361332101379625

ເຊິ່ງກ່ອນໜ້ານີ້, ສຳນັກຂ່າວຊິນຫົວຫາກໍ່ໄດ້ເປີດຕົວ ນາງ ຊິນ ສ່ຽວເໝິງ ຜູ້ປະກາດຂ່າວ AI ເພດຍິງຄົນທຳອິດຂອງໂລກໃນທ້າຍປີ 2018. ວັນທີ 20 ກຸມພາ 2019 ທີ່ຜ່ານມາ ສ້າງຄວາມຮືຮາທົ່ວທັງວົງການນັກຂ່າວດ້ວຍການເປີດຕົວຜູ້ປະກາດຂ່າວ AI ເພດຊາຍຄົນທຳອິດຂອງໂລກ.

ຮຽກໄດ້ວ່າຈີນມີການເດີນໜ້າພັດທະນາເຕັກໂນໂລຢີປັນຍາປະດິດຢ່າງຕໍ່ເນື່ອງ ແລະ ສ້າງສັນຜົນງານອັນໜ້າປະຫຼາດໃຈຈົນແຍກບໍ່ອອກວ່າພາບທີ່ເຫັນນັ້ນ ເປັນ ຄົນແທ້ ຫຼື ຄົນປອມ ນັ້ນເອງ.

ທັງນີ້, ສຳນັກຂ່າວຊິນຫົວ ລະບຸວ່າ ຜູ້ປະກາດຂ່າວ AI ຈະສາມາດເຮັດວຽກໄດ້ຕະຫຼອດ 24 ຊົ່ວໂມງ ແລະ ສາມາດເຂົ້າໄປມີບົດບາດໃນການລາຍງານຂ່າວທຸກຮູບແບບທັງໃນເວັບໄຊທາງການ ຫຼື ສື່ສັງຄົມອອນລາຍ ຈຶ່ງເປັນການຫຼຸດຕົ້ນທຶນ ແລະ ເພີ່ມປະສິດທິພາບໃນການເຮັດວຽກໄດ້ເປັນຢ່າງດີ.

https://www.facebook.com/XinhuaNewsAgency.th/videos/343217093205019/?v=343217093205019

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້ມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...