Homeຂ່າວຕ່າງປະເທດພິດເຫຼົ້າເຖື່ອນ! ອິນເດຍເສຍຊີວິດນັບຮ້ອຍຄົນ

ພິດເຫຼົ້າເຖື່ອນ! ອິນເດຍເສຍຊີວິດນັບຮ້ອຍຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 24 ກຸມພາ 2019 ວ່າ ຕົວເລກຜູ້ເສຍຊີວິດຈາກພິດເຫຼົ້າເຖື່ອນລະບາດ ທາງພາກຕາເວັນອອກສຽງເໜືອຂອງປະເທດ ອິນເດຍ ເພີ່ມສູງຂຶ້ນເປັນ 150ສົບ ພ້ອມກັບມີປະຊາຊົນອີກປະມານ 170 ຄົນ ເຂົ້າຮັກສາຕົວທີ່ໂຮງໝໍ ໂດຍສາເຫດມາຈາກການບໍລິໂພກເຫຼົ້າເຖື່ອນ ເຮັດໃຫ້ເກີດບັນຫາເຫຼົ້າເປັນພິດຕໍ່ຮ່າງກາຍ.

ເຫດການດັ່ງກ່າວເກີດຂຶ້ນເມື່ອວັນພະຫັດທີ່ຜ່ານມາ ຜູ້ບາດເຈັບ ແລະ ຜູ້ເສຍຊີວິດສ່ວນຫຼາຍເປັນຄົນງານສວຍຊາ ທີ່ໄດ້ດື່ມເຫຼົ້ານຳກັນທີ່ໂຮງນໍ້າຊາແຫ່ງໜຶ່ງໃນເມືອງ ໂກລາກັດ ລັດອັສສຳ ປະກົດວ່າໃນເຊົ້າວັນຕໍ່ມາ ມີຫຼາຍຄົນຖືກນຳຕົວສົ່ງໂຮງໝໍ ແລະ ມີອາການຊັອກຈົນເສຍຊີວິດເປັນຈຳນວນຫຼາຍ.

ທັງນີ້, ທາງເຈົ້າໜ້າທີ່ອິນເດຍຍັງຢູ່ໃນລະຫວ່າງການສືບສວນ-ສອບສວນທີ່ມາຂອງເຫດການຄັ້ງນີ້ ໂດຍເຊື່ອວ່າຕົວເລກຜູ້ເສຍຊີວິດຍັງຈະເພີ່ມຂຶ້ນອີກ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...