spot_img
Homeຂ່າວພາຍ​ໃນຄວາມຄືບໜ້າຄະດີຕຳບໍ່ຈອດ ຜູ້ຂັບອອກມາຂໍໂທດຍອມຮັບຜິດທຸກຢ່າງ!

ຄວາມຄືບໜ້າຄະດີຕຳບໍ່ຈອດ ຜູ້ຂັບອອກມາຂໍໂທດຍອມຮັບຜິດທຸກຢ່າງ!

Published on

ຂ່າວພາກຄໍ່າ ປກສ ລາຍງານກ່ຽວກັບອຸບັດຕິເຫດທີ່ເກີດຂຶ້ນເມື່ອເວລາ 15:30 ນາທີ ຂອງວັນທີ 20 ກຸມພາ 2019 ລົດກະບະ ລີໂວ້ ໝາຍເລກທະບຽນ ກຂ 4668 ນະຄອນຫຼວງວຽງຈັນ (ປ້າຍກະຊວງ) ຜູ້ຂັບຂີ່ ທ້າວ ວັນໄຊ ຢູ່ເມືອງ ໄຊເສດຖາ ນະຄອນ ຫຼວງວຽງຈັນ ຕຳກັບ ລົດຈັກສະກຸບປີ ໝາຍເລກທະບຽນ ຈຍ 6871 ນະຄອນຫຼວງວຽງຈັນ ຜູ້ຂັບຂີ່ ທ້າວ ໂພນີ ອາຍຸ 25 ປີ, ຜູ້ຊ້ອນ ນາງ ອາລິຍາ ອາຍຸ 27ປີ ຢູ່ບ້ານເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຈຸດເກີດເຫດທີ່ໜ້າຫ້າງຊັບພະສິນຄ້າວຽງຈັນເຊັນເຕີ ຖະໜົນຄູວຽງ ເຊິ່ງໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ຄົນໃນສັງຄົມຜູ້ທີ່ຢູ່ໃນເຫດການ ແຕ່ຍັງໂຊກດີ ຄົນຂັບລົດຈັກ ແລະ ຄົນຊ້ອນໄດ້ຮັບບາດເຈັບເລັກໜ້ອຍ.

ຕາມການໃຫ້ຂໍ້ມູນຮູ້ວ່າ ຫຼັງຈາກລົດກະບະລີໂວ້ໄດ້ຕຳກັບລົດຈັກຈົນເຮັດໃຫ້ຄົນຂັບລົດຈັກ ແລະ ຜູ້ຊ້ອນຟົ້ງອອກຈາກລົດ, ລົດກະບະລີໂວ້ໄດ້ລາກແກ່ລົດຈັກທີ່ຕິດຢູ່ກ້ອງໜ້າລົດໄປໄກຫຼາຍຮ້ອຍແມັດໄປຕາມເສັ້ນຖະໜົນຄູວຽງລ້ຽວຊ້າຍລົດໄປຖະໜົນສາມແສນໄທຂຶ້ນມາຫາໄຟແດງເພັດສະລາດແລ້ວລ້ຽວຂວາໄປທາງໄຟແດງຕະຫຼາດເຊົ້າ ໂດຍມີເຈົ້າໜ້າທີ່ຕຳຫຼວດຕິດຕາມສະກັດກັ້ນລົດຄັນດັ່ງກ່າວຈົນໃນທີ່ສຸດລົດກະບະລີໂວ້ໄດ້ຢຸດຢູ່ທີ່ໄຟແດງໜ້າທະນາຄານລາວ-ຫວຽດ.

ທ່ານ ພັທ ຢຸດຕະພົງ ສຸວັນນະສິງ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ໂທລະພາບປ້ອງກັນຄວາມສະຫງົບ ເມື່ອວັນທີ 21 ກຸມພາ 2019 ກ່ຽວກັບອຸບັດຕິເຫດໃນຄັ້ງນີ້ວ່າ ຜ່ານການສອບຖາມໃຫ້ຮູ້ວ່າຜູ້ຂັບລົດຈັກແມ່ນບາດເຈັັບເລັກໜ້ອຍ ສ່ວນຜູ້ຂັບລົດໃຫຍ່ຜ່ານການກວດກາແລ້ວແມ່ນເປັນພະນັກງານໃນສັງກັດຂອງພວກເຮົາເອງ ພະແນກຕຳຫຼວດຈາລະຈອນໄດ້ຢັ້ງຢືນວ່າຜູ້ຂັບຂີ່ລົດໃຫຍ່ ຊື່ທ້າວ ວັນໄຊ ບັນດາສັກ ຊັ້ນພັນໂທ, ສັງກັດກອງບັນຊາການປ້ອງກັນເຄື່ອນທີ່ໃນອະດີດ ແຕ່ປັດຈຸບັນນີ້ຜູ້ກ່ຽວເປັນພະນັກງານອອກບຳນານແລ້ວ ເຊິ່ງຜູ້ກ່ຽວໄດ້ເຂົ້າບຳນານໃນວັນທີ 12 ມິຖຸນາ 2018 ແລະ ໃນຂະນະທີ່ເກີດເຫດຜູ້ກ່ຽວໄດ້ນຸ່ງໂສ້ງ ແລະ ເສື້ອຍືດເຄື່ອງແບບຕຳຫຼວດ ແຕ່ຜ່ານການສອບຖາມໃຫ້ຮູ້ວ່າຜູ້ກ່ຽວເຄີຍຜ່ານວຽກດ້ານນີ້ເລີຍຍັງມີເຄື່ອງເຫຼືອໄວ້ນຳໃຊ້ກໍ່ເລີຍໄດ້ໃຊ້ມາ, ຕໍ່ກັບບັນຫານີ້ເບື້ອງຕົ້ນທາງເຈົ້າໜ້າທີ່ຕຳຫຼວດຈະປະຕິບັດຕາມຂັ້ນຕອນຂອງກົດໝາຍ ໂດຍສະເພາະປັດຈຸບັນເຈົ້າໜ້າທີ່ຕຳຫຼວດຈາລະຈອນໄດ້ຮັກສາຕົວຂອງຜູ້ກ່ຽວໄວ້ຫ້ອງການຕຳຫຼວດໂດຍສະເພາະແມ່ນການຄຸມຂັງຊົ່ວຄາວ ເພື່ອສືບຕໍ່ດຳເນີນຕາມກົດໝາຍ. ປັດຈຸບັນທາງຕຳຫຼວດຍັງເຮັດການສອບສວນຜູ້ກ່ຽວໃນການເຄື່ອນໄຫວໄປມາການມີສ່ວນຮ່ວມການເກີດອຸບັດຕິເຫດ ແລະ ອັນສຳຄັນທີ່ສຸດແມ່ນຈະເນັ້ນໄປເລື່ອງທາງແພ່ງການກໍ່ໃຫ້ເກີດຜົນເສຍຫາຍ ໂດຍສະເພາະແມ່ນລົດຈັກ ແລະ ຄົນທີ່ໄດ້ຮັບບາດເຈັບຕໍ່ບັນຫານີ້ ແລະ ຄອບຄົວຂອງຜູ້ກ່ຽວໃຫ້ແກ້ໄຂບັນຫາທາງແພ່ງ, ນອກຈາກບັນຫາດັ່ງກ່າວນັ້ນ ຂັ້ນຕອນຕໍ່ໄປຈະແກ້ໄຂບັນຫາແນວໃດ ຫຼື ປະຕິບັດແນວໃດແມ່ນອີງໃສ່ໜ້າທີ່ຂອງກົດໝາຍ ເຈົ້າໜ້າທີ່ຈະບໍ່ເລືອກວ່າເປັນປະຊາຊົນ ຫຼື ມີສະຖານະຕຳຫຼວດ ຫຼື ແນວໃດກໍ່ຕາມ ຫາກລະເມີດສິດ ແລະ ກົດໝາຍກໍ່ຈະປະຕິບັດຕາມກົດໝາຍ, ເຊິ່ງປັດຈຸບັນແມ່ນໄດ້ເຂັ້ມງວດທາງດ້ານກົດໝາຍໂດຍສະເພາະແມ່ນການລະເມີດດື່ມສິ່ງມຶນເມົາໃນເວລາຂັບຂີ່ ເຊິ່ງອີງໃສ່ຄຳສັ່ງຂອງທ່ານເຈົ້າຄອງນະຄອນຫຼວງເວົ້າເຖິງເລື່ອງການປັບໄໝ 20 ເທົ່າ, ຖ້າວ່າຜິດລະບຽບດັ່ງກ່າວພວກເຮົາຈະເນັ້ນໜັກໂດຍສະເພາະປັບໄໝ 20ເທົ່າ , ຕໍ່ມາຂັ້ນຕອນຖ້າບໍ່ຈອດມີການລະເມີດດ້ານກົດລະບຽບເວລາຂັບຂີ່ກໍ່ຕ້ອງປະຕິບັດຕາມລະບຽບກົດໝາຍ.

ຜ່ານການສອບສວນຜູ້ກ່ຽວ (ຜູ້ຂັບລົດໃຫຍ່) ໄດ້ຮູ້ວ່າ ກ່ອນເກີດອຸບັດຕິເຫດຜູ້ກ່ຽວໄດ້ໄປຢາມອ້າຍຢູ່ບ້ານຊາຍແດງ ຫຼັງຈາກນັ້ນຜູ້ເປັນອ້າຍໄດ້ເອົາເຫຼົ້າມາສູ່ກິນ ແລ້ວປະມານ 3 ໂມງປາຍຮູ້ສຶກເມົາຈຶ່ງຄອບເມືອ ແລ້ວມາເກີດອຸບັດຕິເຫດ, ທ່ານ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ໃຫ້ເຫດຜົນກັບອຸບັດຕິເຫດຄັ້ງນີ້ວ່າ ເປັນຍ້ອນຜູ້ກ່ຽວເມົາເກີນອັດຕາເຮັດໃຫ້ບໍ່ຮູ້ສຶກຕົວວ່າມີລົດຕິດຢູ່ກ້ອງລົດກະບະ ຈຶ່ງໄດ້ຂັບຂີ່ໄປຕາມອາລົມຈິດຂອງຄົນເມົາ ຜູ່ກ່ຽວບໍ່ໄດ້ຕັ້ງໃຈຕຳແລ້ວຫຼົບໜີ.

ນອກຈາກນີ້,​ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງໄດ້ຝາກມາເຖິງພໍ່ແມ່ປະຊາຊົນຊາວນະຄອນຫຼວງ ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນໃຫ້ເອົາໃຈໃສ່ປະຕິບັດລະບຽບແຈ້ງການຢ່າງເຂັ້ມງວດຕົ້ນຕໍແມ່ນດ້ານລະບຽບກົດໝາຍ, ເຄົາລົບກົດຈະລາຈອນ “ດື່ມແລ້ວບໍ່ຂັບ-ຂັບແລ້ວບໍ່ດື່ມ” ມີສະຕິລະວັງຕົວ ແລະ ເປັນເຈົ້າການໃນການຂັບຂີ່ລົດນຳກັນ.

ທາງດ້ານຜູ້ຂັບຂີ່ລົດໃຫຍ່ໄດ້ອອກມາຍອມຮັບຜິດຊອບທຸກຢ່າງຕໍ່ເຫດການທີ່ເກີດຂຶ້ນ ແລະ ຂໍໂທດຕໍ່ສັງຄົມ, ຜູ້ເສຍຫາຍ ແລະ ຮັບຊົດໃຊ້ຄ່າເສຍຫາຍທີ່ເກີດຂຶ້ນທຸກຢ່າງ.

https://youtu.be/utOPxNCz9iM

ຮຽບຮຽງຂ່າວ:​ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຂ່າວພາກຄໍ່າ ປກສ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...