Homeຂ່າວເຫດການຄະນະ​ປະຈຳສະພາແຫ່ງຊາດ ພິຈາລະນາບັນຫາ​ສຳຄັນ​ປະຈຳ​ເດືອນກັນຍາ

ຄະນະ​ປະຈຳສະພາແຫ່ງຊາດ ພິຈາລະນາບັນຫາ​ສຳຄັນ​ປະຈຳ​ເດືອນກັນຍາ

Published on

 

ໃນວັນ​ທີ 29-30 ​ກັນຍານີ້ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດໄດ້​ພິຈາລະນາ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຫລາຍ​ບັນຫາ​ທີ່ສຳ

ຄັນ​ຂອງ​ຊາດ ໃນ​ກອງ​ປະຊຸມ​ປະຈຳ​ເດືອນກັນຍາ 2014 ​ຢູ່ຫ້ອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ພາຍ​ໃຕ້​ການ

​ເປັນ​ປະທານຂອງ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ.

 

ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ໄດ້ຜ່ານ​ຮ່າງ​ບົດ​ສະຫລຸບ​ຕີ​ລາຄາ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສະມັດຊາ​ລັດຖະສະພາ​ລະ

​ຫວ່າງ​ຊາດ​ອາຊຽນ​ ຫລື ໄອ​ປາ ( AIPA) ຄັ້ງ​ທີ 35 ທີ່ ສປປ ລາວ ເປັນ​ເຈົ້າພາບຮ່າງ​ແຜນການດຳ​ເນີນ​ກອງ​ປະຊຸມ​ສະ

​ໄໜສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ແລະ ​ຮ່າງ​ແຜນ​ຈັດ​​ກອງ​ປະຊຸມ​ຄົ້ນຄວ້າ​ບັນດາ​ຮ່າງ​ກົດໝາຍ

ທີ່​ຈະ​ນຳ​ເຂົ້າ​ພິຈາລະນາ​ໃນ​ກອງ​ປະຊຸມ​ສະ​​ໄໝສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII, ພ້ອມ​ທັງຮັບຟັງ​ການ​

ລາຍ​ງານ​ການ​ຄົ້ນ​ຄວ້າ​ຂໍອະນຸ​ນັດ​ສ້າງ​ຕັ້ງ​ ອົງການ​ໄອ​ຍະການ​ປະຊາຊົນ​ເຂດ 1 ແຂວງ​ໄຊ​ສົມບູນ, ລາຍ​ງານ​ກ່ຽວກັບ​

ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ຂອງ​ກົມ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ​ແລະ ບັນ​ຫາ​ສັນ​ຊາດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ

​ຕໍ່ໜ້າ, ລາຍ​ງານ​ກ່ຽວກັບ​ສະພາບ​ການຈັດ​ແບ່ງ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2014-2015, ລາຍ​ງານ​ກ່ຽວກັບ​ໂຄງການ

​ກໍ່ສ້າງ​ເສັ້ນທາງ​ຂຶ້ນ​ພູ​ເບ້ຍ ​ແລະ ​ໂຄງການ​ກໍ່ສ້າງ​ເສັ້ນທາງ ​ເຕຼຍ​ເບຼ ຫາ​ພູ​ກ່ອງ​ເຂົ້າ​ ແຂວງ​ໄຊ​ສົມບູນ, ຮັບຟັງ​ການ​ລາຍ

​ງານ​ຄືນ​ການ​ຂໍ​ພິຈາລະນາ​ອະ​ນຸມັດ ​ແລະ ອອກ​ມະຕິ​ຕົກ​ລົງ​ຂອງ​ສະພາ​ແຫ່ງ​ຊາດກ່ຽວກັບ​ເຂື່ອນ​ໄຟຟ້າ​ນ້ຳຕົກນ້ຳ​ກົງ

2 ແຂວງ​ອັດ​ຕະ​ປື ​ແລະ ພິຈະ​ລະ​ນາວຽກງານ​ສຳຄັນ​ອີກຈຳນວນໜຶ່ງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...