Homeຂ່າວທ້ອງຖິ່ນ3 ມາດຕະການເມົາແລ້ວຂັບປັບໃໝ 20 ເທົ່າ, ຢຶດໃບຂັບຂີ່ພ້ອມ 1 ປີ ແລ້ວໄປເສັງເອົາໃໝ່

3 ມາດຕະການເມົາແລ້ວຂັບປັບໃໝ 20 ເທົ່າ, ຢຶດໃບຂັບຂີ່ພ້ອມ 1 ປີ ແລ້ວໄປເສັງເອົາໃໝ່

Published on

ເພື່ອຮັບປະກັນຊີວິດ, ຊັບສິນຂອງພົນລະເມືອງ​, ເຮັດໃຫ້ເມືອງຫຼວງມີຄວາມສະຫງົບສຸກ ແລະ ສັງຄົມປອດໄພ. ເຈົ້າຄອງນະຄອນຫຼວງວຽງຈັນໄດ້ອອກຂໍ້ຕົກລົງ, ສະບັບເລກທີ:​ 1323/ຈນວ,​ ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມຖະໜົນທົ່ວນະຄອນຫຼວງວຽງຈັນ.

ໃນມາດຕາ 5 ຂອງດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆ ເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007 ໄດ້ກຳນົດໄວ້ດັ່ງນີ້: ຜູ້ຂັບຂີ່ຜູ້ໃດ ທີ່ມີທາດມຶນເມົາ ຫຼື ທາດເຫຼົ້າຢູ່ໃນຮ່າງກາຍເກີນ 0.80 (g/I BrAC = 80mg/100ml) ກຣາມ/ລິດ ຫາກໄດ້ຂັບຂີ່ລົດຈະຖືກປັບໃໝຕາມປະເພດລົດດັ່ງນີ້:

– ລົດຖີບ 10,000 ກີບ
– ລົດຈັກ, ລົດ 3 ລໍ້ ຕິດເຄື່ອງຈັກ, ລົດໄຖນາເດີນຕາມ 50,000 ກີບ
– ລົດເບົາ: ເກ໋ງ, ກະບະ, ຈິບ, ຕູ້ 100,000 ກີບ
– ລົດໂດຍສານ 4 ລໍ້ 250,000 ກີບ
– ລົດບັນທຸກ 6 ລໍ້ຂຶ້ນໄປ 500,000 ກີບ
– ລົດໂດຍສານ (ລົດເມ) 1,000,000 ກີບ
ໃນກໍລະນີທີ່ຜູ້ຂັບຂີ່ຍັງມີອາການມຶນເມົາແຮງຈົນບໍ່ສາມາດຄວບຄຸມສະຕິໄດ້ ເຈົ້າໜ້າທີ່ຈະກັກຜູ້ຂັບຂີ່ພ້ອມທັງຫຼົດໄວ້ກ່ອນ ຈົນກວ່າຈະຊ່ວງເມົາແລ້ວຈຶ່ງປ່ອຍໄປ

ໃນມາດຕາ 13 ມາດຕະການຕໍ່ຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບຂີ່ຍານພາຫະນະ ລະບຸໄວ້ວ່າ:
1. ຫ້າມຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບຂີ່ຍານພາຫະນະ, ຫ້າມຜູ້ຂັບຂີ່ຍານພາຫະນະດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາ (ດື່ມບໍ່ຂັບ, ຂັບບໍ່ດື່ມ) ຕາມມາດຕາ 55 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014.

2. ປະຕິບັການຊ່ວຍເຫຼືອຜູ້ມຶນເມົາດ້ວຍການຕັ້ງຈຸດຊຸ່ມກວດກາ, ນຳໃຊ້ເຄື່ອງກວດວັດແທກເຫຼົ້າ ແລະ ສິ່ງມຶນເມົາຕໍ່ຜູ້ຂັບຂີ່ຍານພາຫະນະ ຢູ່ຕາມຖະໜົນ ແລະ ສະຖານບັນເທີງ (ຂາອອກ) ແລະ ຊ່ວຍນຳສົ່ງຜູ້ກ່ຽວກັບສະຖານທີ່ພັກ.

3. ເມື່ອກວດພົບທາດເຫຼົ້າ ແລະ ສິ່ງມຶນເມົາໃນຮ່າງກາຍຂອງຜູ້ຂັບຂີ່ຍານພະຫະນະເກີນປະລິມານທີ່ກຳນົດໄວ້ໃນມາດຕາ 20 ຂອງກົດໝາຍ ວ່າດ້ວຍການຈາລະຈອນທາງບົກ ໃຫ້ປະຕິບັດມາດຕະການຕໍ່ຜູ້ຂັບຂີ່ທີ່ລະເມີດດັ່ງລຸ່ມນີ້:

ຄັ້ງທີ 1 ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 1 ເດືອນ ແລະ ປັບໃໝຕ່ຳສຸດຕາມມາດຕາ 5 ຂອງດຳລັດເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007 ແລະ ຕາມມາດຕາ 2 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ສະບັບເລກທີ 028/ ສປນວ, ລົງວັນທີ 6 ກັນຍາ 2018.
ຄັ້ງທີ 2 ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 3 ເດືອນ ແລະ ປັບໃໝ 10 ເທົ່າຕາມມາດຕາ 5 ຂອງດຳລັດເລກທີ 188/ນຍ ແລະ ຕາມມາດຕາ 2 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ສະບັບເລກທີ 028/ສປນວ, ລົງວັນທີ 6 ກັນຍາ 2018.
ຄັ້ງທີ 3 ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 6 ເດືອນ ຫາ 1 ປີ ແລະ ປັບໃໝ 20 ເທົ່າຕາມມາດຕາ 5 ຂອງດຳລັດເລກທີ 188/ນຍ ແລະ ຕາມມາດຕາ 2 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ສະບັບເລກທີ 028/ສປນວ, ລົງວັນທີ 6 ກັນຍາ 2018.
ຄັ້ງທີ 4 ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ຢຶດໃບຂັບຂີ່ເລີຍຮອດ 1 ປີ ຈຶ່ງອະນຸຍາດໃຫ້ເສັງໃບຂັບຂີ່ຄືນໃໝ່ ແລະ ປັບໃໝ 20 ເທົ່າຕາມມາດຕາ 5 ຂອງດຳລັດເລກທີ 188/ນຍ ແລະ ຕາມມາດຕາ 2 ຂອງມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ສະບັບເລກທີ 028/ສປນວ, ລົງວັນທີ 6 ກັນຍາ 2018.

ກໍລະນີຜູ້ຂັບຂີ່ຍານພາຫະນະ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາ ເປັນຕົ້ນເຫດພາໃຫ້ເກີດອຸປະຕິເຫດ ແມ່ນໃຫ້ນຳໃຊ້ມາດຕະການສູງສຸດ ຕາມຄັ້ງທີ 4 ຂ້າງເທິງນີ້ ແລະ ດຳເນີນຄະຄີຕາມກົດໝາຍທີ່ກ່ຽວຂ້ອງ, ຖ້າບໍ່ໄດ້ເປັນຕົ້ນເຫດ ກໍ່ໃຫ້ນຳໃຊ້ມາດຕະການຕາມລຳດັບຂ້າງເທິງນີ້.

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຂໍຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...