Homeຂ່າວຕ່າງປະເທດກຳປູເຈຍສະແດງຄວາມບໍ່ພໍໃຈທີ່ອີຢູກຽມຍົກເລີກສິດພິເສດທາງການຄ້າ

ກຳປູເຈຍສະແດງຄວາມບໍ່ພໍໃຈທີ່ອີຢູກຽມຍົກເລີກສິດພິເສດທາງການຄ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດກຳປູເຈຍ ເມື່ອວັນທີ 13 ກຸມພາ 2019ວ່າ ສົມເດັດຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເມື່ອວັນອັງຄານທີ່ຜ່ານມາ ຫຼັງສະຫະພາບເອີຣົບ (ອີຢູ) ເລີ່ມຂະບວນການພິຈາລະນາຄວາມຮ່ວມມືທາງດ້ານການຄ້າກັບກຳປູເຈຍ ທີ່ອາດນຳໄປສູ່ການຖອດຖອນສິດຜົນປະໂຫຍດທາງດ້ານການຄ້າຂອງກຳປູເຈຍໃນການເຂົ້າເຖິງລະບົບຕະຫຼາດດຽວຂອງສະຫະພາບວ່າ ອະທິປະໄຕຂອງກຳປູເຈຍກຳລັງຖືກແຊກແຊງຈາກພາຍນອກ ແລະ ເລື່ອງນີ້ບໍ່ສາມາດໃຊ້ເປັນເງື່ອນໄຂຕໍ່ການແລກປ່ຽນໃດໆ.

ເຖິງແມ່ນວ່າ ສົມເດັດ ຮຸນເຊນ ບໍ່ໄດ້ເອີ່ຍເຖິງປະເດັນການຖອນສິດການຄ້າພິເສດຈາກອີຢູ ໂດຍກົງ ແຕ່ກະຊວງການຕ່າງປະເທດຂອງກຳປູເຈຍອອກຖະແຫຼງການໃນເວລາຕໍ່ມາວ່າ ມະຕິຂອງອີຢູນັ້ນ “ບໍ່ຍຸດຕິທຳທີ່ສຸດ” ແລະ ເປັນການດຳເນີນການພຽງຝ່າຍດຽວ ໂດຍລາຍງານຂອງຄະນະກຳມະການເອີຣົບ (ອີຊີ) ເຊິ່ງເປັນຝ່າຍບໍລິຫານຂອງອີຢູ ລະບຸການເລີ່ມຂະບວນການດັ່ງກ່າວໃນວັນທີ 12 ກຸມພາ 2019ທີ່ຜ່ານມາ ເຊິ່ງຈະມີກຳນົດໄລຍະເວລາ 18 ເດືອນ ຖ້າຫາກມາຕະການຂວໍ້າບາດເກີດຂຶ້ນແທ້ ກຳແພງພາສີອີຢູຕໍ່ສິນຄ້າປະເພດເຄື່ອງນຸ່ງຫົ່ມຈາກກຳປູເຈຍຈະມີລາຄາເພີ່ມຂຶ້ນສູງສຸດ 12% ແຕ່ສຳລັບຖົງຕີນຈະຢູ່ທີ່ລະຫວ່າງ 7-17% ດ້ານສະຫະພາບແຮງງານຂອງກຳປູເຈຍປະເມີນວ່າການຖອນສິດການຄ້າພິເສດຈາກອີຢູອາດສົ່ງຜົນໃຫ້ປະເທດສູນເສຍລາຍຮັບເຖິງ 700 ລ້ານໂດລາຕໍ່ປີ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...