Homeຂ່າວພາຍ​ໃນລັດຖະບານໂອຕຣິດ ປະດັບຫຼຽນໃຫ້ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ລັດຖະບານໂອຕຣິດ ປະດັບຫຼຽນໃຫ້ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

Published on

ໃນ​ວັນ​ທີ 8 ກຸມ­ພາ 2019 ທີ່​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຈັດ​ພິ­ທີ​ປະ­ດັບ​ຫຼຽນ Grand Tyrolian Eagle Award ໃຫ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ທານ​ກິດ​ຕິ​ມະ​ສັກ ຄະ­ນະ​ກຳ­ມະ­ການ​ບ້ານ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ ເອັສ​ໂອ​ເອັສລາວ (SOS) ໂດຍ​​ທ່ານ ກຶນ​ເທີ ປລັດ​ເດີ (Gunther Platter) ເຈົ້າ­ແຂວງ ແຂວງ​ທີ​ໂຣນ ຕາງ­ໜ້າ​ລັດ­ຖະ­ບານ​ປະ­ເທດ​ໂອ​ຕຣິດ ເປັນ​ຜູ້​ປະ­ດັບ​ຫຼຽນ​ດັ່ງ­ກ່າວ ເຊິ່ງ​ເປັນ​ຫຼຽນ​ສູງ​ສຸດ ທີ່​ລັດ­ຖະ­ບານ​ໂອ​ຕຣິດ ມອບ​ໃຫ້​ຕ່າງ­ປະ­ເທດ.

ການ​ປະ­ດັບ​ຫຼຽນ​ດັ່ງ­ກ່າວ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຍ້ອງ­ຍໍ​ສັນ­ລະ­ເສີນ​ຄຸນ­ງາມ­ຄວາມ­ດີ ໃນ​ການ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ບ້ານ ຊ່ວຍ­ເຫຼືອ​ເດັກ­ນ້ອຍ ເອັສ​ໂອ​ເອັສລາວ ເຊິ່ງ​ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ກໍ່​ຕັ້ງ​ໂຄງ​ການ­ບ້ານ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ ເອັສ​ໂອ​ເອັສລາວ (SOS) ແຕ່​ປີ 1993 ແລະ ຕະ­ຫຼອດ​ໄລ­ຍະ 25 ປີ ຍາມ​ໃດ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ່​ໄດ້​ໃຫ້​ຄວາມ​ໃກ້­ຊິດ­ຕິດ­ແທດ ຊີ້​ນຳ-ນຳ­ພາ ເອົາ­ໃຈ­ໃສ່​ພິ­ເສດ​ຕໍ່​ໂຄງ​ການ­ບ້ານ​ຊ່ວຍ­ເຫຼືອ​ເດັກ SOS ໃຫ້​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ແລະ ເປັນ​ສະ­ຖານ­ທີ່​ເບິ່ງ­ແຍງ​ລ້ຽງ​ດູ ເດັກ​ກຳ­ພ້າ-ກຳ­ພອຍ ທີ່​ດ້ອຍ​ໂອ­ກາດ​ໃຫ້​ມີ​ຊີ­ວິດ​ທີ່​ດີ​ໃນ​ສັງ­ຄົມ ປັດ­ຈຸ­ບັນ​ມີ​ບ້ານ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ​ເອັສ​ໂອ​ເອັສລາວ 6 ແຫ່ງ ໃນ​ທົ່ວ​ປະ­ເທດ, ມີເດັກ ນ້ອຍຜູ້ດ້ອຍໂອກາດ ຫລາຍກ່ວາ 600 ຄົນ ໄດ້ຮັບການຊ່ວຍເຫ​ລືອ ແລະ ຮຽນຈົບຈາກບ້ານຊ່ວຍເຫລືອເດັກ SOS ແລະ ຫ​ລາຍກ່ວາພັນຄົນ ກໍາລັງໄດ້ຮັບການເບິ່ງແຍງ ດູແລໃນປັດຈຸບັນ.

ໃນ​ໂອ­ກາດ​ດຽວ​ກັນ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ປະ­ທານ​ຄະ­ນະ​ກຳ­ມະ­ການ​ບ້ານ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ​ເອັສ​ໂອ​ເອັສລາວ ຕາງ­ໜ້າ​ລັດ­ຖະ­ບານ ສປປ ລາວ ກໍ​ໄດ້​ປະ­ດັບ​ຫຼຽນ​ໄຊ​ພັດ­ທະ­ນາ ຊັ້ນ III ໃຫ້​ແກ່​ທ່ານ ກຶນ​ເທີ ປລັດ​ເຕີ (Gunther Platter) ເຈົ້າ­ແຂວງ ແຂວງ​ທີ​ໂຣນ ປະ­ເທດ ໂອ​ຕຣິດ ເຊິ່ງ​ເປັນ​ສະ­ມາ­ຊິກ​ຊອງ​ອົງ­ການ SOS ສາ­ກົນ ແລະ ໄດ້​ປະ­ກອບ­ສ່ວນ ແລະ ໃຫ້­ການ​ສະ­ໜັບ­ສະ­ໜູນ​ດ້ານ​ວັດ­ຖຸ ແລະ ງົບ­ປະ­ມານ​ໃຫ້​ແກ່​ອົງ­ການ SOS ສາ­ກົນ ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ລວມ​ທັງ​ໂຄງ​ການ­ບ້ານ​ຊ່ວຍ­ເຫຼືອ​ເດັກ­ນ້ອຍ ເອັສ​ໂອ​ເອັ​ສລາວ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...