spot_img
Homeຂ່າວຕ່າງປະເທດພຽງບໍ່ເຖິງ 2 ເດືອນ ສະຫະລັດສົ່ງຖ້ຽວບິນຖະຫລົ່ມ IS ແລ້ວ 4 ພັນກ່ວາຖ້ຽວ!

ພຽງບໍ່ເຖິງ 2 ເດືອນ ສະຫະລັດສົ່ງຖ້ຽວບິນຖະຫລົ່ມ IS ແລ້ວ 4 ພັນກ່ວາຖ້ຽວ!

Published on

 

ເຈົ້າໜ້າທີ່ກອງທັບອາກາດສະຫະລັດເປີດເຜີຍວ່າ ນັບຕັ້ງແຕ່ເດືອນສິງຫາຜ່ານມາ ໄດ້ສົ່ງອາກາດສະຍານອອກປະຕິບັດ

ພາລະກິດຖະຫລົ່ມ IS ໃນອີຣັກ ແລະ ຊີເຣຍແລ້ວ ປະມານ 4,100 ຖ້ຽວ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 30 ກັນຍາ 2014 ນີ້ວ່າ ອາກາດສະຍານປະມານ 4,100 ຖ້ຽວຂອງກອງທັບສະ

ຫະລັດນັ້ນ ໃນຈຳນວນດັ່ງກ່າວ ແມ່ນລວມເຖິງເຮືອບິນສາລະເວ, ເຮືອບິນຕື່ມເຊື້ອໄຟທາງອາກາດ ແລະ ເຮືອບິນຖິ້ມລະ

ເບີດ.  ການສົ່ງຖ້ຽວບິນອອກໄປຢ່າງຖີ່ແບບນີ້ ສະທ້ອນໃຫ້ເຫັນວ່າ ປະຕິບັດການທາງອາກາດ ພາຍໃຕ້ການນຳຂອງສະ

ຫະລັດອາເມຣິກາ ກຳລັງຂະຫຍາຍວົງກວ້າງອອກ ຈາກທີ່ວໍຊິງຕັນໄດ້ເປົ້າໝາຍເອົາໄວ້ກ່ອນໜ້ານີ້.

 

ເຈົ້າໜ້າທີ່ກອງທັບສະຫະລັດ ເຊິ່ງບໍ່ຂໍເປີດເຜີຍຊື່ໄດ້ໃຫ້ສຳພາດກັບຜູ້ສື່ຂ່າວຂອງຕ່າງປະເທດວ່າ ນອກຈາກການສົ່ງຖ້ຽວ

ບິນໄປກ່ວາ 4,000 ຖ້ຽວ ໃນຊ່ວງເວລາບໍ່ເຖິງ 2 ເດືອນແລ້ວ ບັນດາກຸ່ມປະເທດພັນທະມິດຊາດອາຫລັບ ກໍໄດ້ສົ່ງຖ້ຽວບິນ

ໄປປະຕິບັດການທາງອາກາດໃນຊີເຣຍແລ້ວ ປະມານ 40 ຖ້ຽວ ນັບຕັ້ງແຕ່ເລີ່ມເປີດສາກການໂຈມຕີເປັນຕົ້ນມາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...