Homeຂ່າວຕ່າງປະເທດໂດນັລ ທຣໍ້າ ກັບ ຄິມ ຈອງ ອຶນ ຈະປະຊຸມຮ່ວມກັນຮອບ 2 ໃນທ້າຍເດືອນກຸມພາ 2019 ນີ້ທີ່ຫວຽດນາມ

ໂດນັລ ທຣໍ້າ ກັບ ຄິມ ຈອງ ອຶນ ຈະປະຊຸມຮ່ວມກັນຮອບ 2 ໃນທ້າຍເດືອນກຸມພາ 2019 ນີ້ທີ່ຫວຽດນາມ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ກຸມພາ 2019 ວ່າ ໃນການກ່າວສຸນທໍລະພົດຕອນໜຶ່ງຂອງການຖະແຫຼງນະໂຍ ບາຍປະຈຳປີ ໂດຍປະທານາທິບໍດີ ໂດນັລ ທຣໍ້າ ຕໍ່ທີ່ປະຊຸມໃຫຍ່ຂອງສະພາສະຫະລັດ ເມື່ອຄໍ່າຄືນຂອງວັນອັງຄານທີ່ຜ່ານມາ ມີເນື້ອໃນສຳຄັນວ່າ ການປະຊຸມຮ່ວມກັນຢ່າງເປັນທາງການຄັ້ງທີ 2 ລະຫວ່າງເຂົາກັບທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຈະເກີດຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2019 ນີ້ ໂດຍປະເທດທີ່ເປັນເຈົ້າພາບຈັດກອງປະຊຸມແມ່ນປະເທດຫວຽດນາມ ແຕ່ຍັງບໍ່ໄດ້ເປີດເຜີຍວ່າຈະຈັດຢູ່ເມືອງໃດ.

ເຈົ້າໜ້າທີ່ຄະນະເຮັດວຽກພິເສດດ້ານເກົາຫຼີເໜືອຂອງສະຫະປະຊາຊາດ ລາຍງານວ່າ ໂຄງການພັດທະນາຂີປະນາວຸດຂອງເກົາຫຼີເໜືອ “ຍັງສົມບູນແບບ”ໂດຍໃຊ້ສິ່ງປຸກສ້າງ “ບໍ່ເປັນທີ່ສັງເກດ” ເຊັ່ນສະໜາມບິນ ເພື່ອອຳພາງຈາກຄວາມສ່ຽງຂອງການຖືກໂຈມຕີໂດຍສະຫະລັດ ແລະ ຍັງລະບຸອີກວ່າການຂວ້ຳບາດຕໍ່ເກົາຫຼີເໜືອນັ້ນ “ບໍ່ມີປະສິດທິພາບ” ເພາະບໍ່ວ່າຈະເຮັດແນວໃດກໍ່ຕາມລັດຖະບານເກົາຫຼີເໜືອຍັງສາມາດລັກລອບຊື້ນໍ້າມັນ, ອາວຸດ ແລະ ຖ່ານຫີນກັບປະເທດພັນທະມິດທາງການຄ້າໄດ້ຢູ່.

ທັງນີ້, ການປະກາດສະຖານທີ່ ແລະ ກຳນົດການເບື້ອງຕົ້ນຂອງການປະຊຸມຄັ້ງທີ 2 ລະຫວ່າງປະທານາທິບໍດີ ໂດນັລ ທຣ້ຳ ກັບ ຜູ້ນຳເກົາຫຼີເໜືອ ເກີດຂຶ້ນໃນເວລາດຽວກັນກັບທີ່ທ່ານ ສະຕີເຟນ ບີກັນ ທູດພິເສດດ້ານກິດຈະການເກົາຫຼີເໜືອຂອງລັດຖະບານສະຫະລັດ ເດີນທາງໄປຢ້ຽມຢາມນະຄອນປຽງຢາງເພື່ອພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງເກົາຫຼີເໜືອ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...