Homeຂ່າວພາຍ​ໃນອຸດົມໄຊມີຄວາມພ້ອມແລ້ວ ສຳລັບງານມະຫະກຳກິລາແຫ່ງຊາດຄັ້ງທີ X

ອຸດົມໄຊມີຄວາມພ້ອມແລ້ວ ສຳລັບງານມະຫະກຳກິລາແຫ່ງຊາດຄັ້ງທີ X

Published on

 

ໃນວັນທີ 25 ກັນຍາຜ່ານມາ ຢູ່ໂຮງແຮມລ້ານຊ້າງນະຄອນຫລວງວຽງຈັນ ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບຄວາມພ້ອມ

ໃນການຈັດງານມະຫະກຳກິລາແຫ່ງຊາດຄັ້ງທີ X ຢູ່ແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ພັນຄຳ ວິພາວັນ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຫລ້າ ລີ້ງນະສອນ ເຈົ້າແຂວງອຸ

ດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບຈັດງານດັ່ງກ່າວ, ຜູ້ອຳນວຍການບໍລິສັດ, ຫ້າງຮ້ານຕ່າງໆທີ່ໃຫ້ການອຸປະຖຳເຂົ້າ

ຮ່ວມເປັນຈຳນວນຫລາຍ.

 

ທ່ານເຈົ້າແຂວງອຸດົມໄຊ ລາຍງານວ່າ: ມະຫະກຳກິລາແຫ່ງຊາດຄັ້ງທີ X ຈັດຂຶ້ນເພື່ອເປັນການພັດທະນາກິລາລາວຕາມ

ແນວທາງນະໂຍບາຍຂອງພັກ-ລັດ ແລະ ທັງເປັນການທົດສອບກຳລັງກິລາລາວ ເພື່ອເຂົ້າຮ່ວມແຂ່ງຂັນໃນກິລາອະນຸ

ພາກພື້ນ ແລະ ສາກົນ ພ້ອມນັ້ນຍັງເປັນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃນທົ່ວປະເທດ, ໂດຍຜ່ານການຈັດ

ງານມະຫາກຳກິລາແຫ່ງຊາດໃຫ້ເປັນກິລາເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາ.

 

ມະຫະກຳກິລາແຫ່ງຊາດແມ່ນການຈັດຕັ້ງແຂ່ງຂັນກິລາທີ່ມາຈາກທຸກແຂວງ, ນະຄອນຫລວງກະຊວງ ແລະ ຂະແໜງ

ການຕ່າງໆໃນທົ່ວປະເທດ. ການແຂ່ງຂັນຈະໄດ້ຈັດຂຶ້ນໃນທຸກໆ 3 ປີ, ໂດຍແຕ່ລະແຂວງຈະໄດ້ຜັດປ່ຽນກັນເປັນເຈົ້າພາບ,

ເຊິ່ງໃນປີນີ້ແມ່ນແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-21 ທັນວາທີ່ຈະມາເຖິງນີ້,

ຊຶ່ງໄດ້ກຳນົດເອົາ 25 ປະເພດກິລາເຂົ້າຮ່ວມແຂ່ງຂັນ ແລະ ລວມມີ 328 ລາຍການ, ຊຶ່ງໄດ້ກຳນົດເອົາຫລຽນທັງໝົດຈຳ

ນວນ 3.327 ຫລຽນເຊັ່ນ: ມີຫລຽນຄຳ 1.009 ຫລຽນ, ຫລຽນເງິນ 1.009 ຫລຽນ ແລະ ຫລຽນທອງ 1.909 ຫລຽນ ແລະ

ສຳລັບລາຍການທີ່ຈະສະແດງມື້ເປີດມີ 5 ລາຍການ, ມື້ປິດ 2 ລາຍການ. ພ້ອມນັ້ນ ໄດ້ກຳນົດເອົາເຄື່ອງໝາຍໂລໂກຂອງ

ງານ ແມ່ນພະທາດລັດຕະນະມິ່ງເມືອງຂອງແຂວງອຸດົມໄຊ ແລະ ສັດນຳໂຊກແມ່ນໂຕມ້າ, ຊຶ່ງເປັນສັນຍາລັກເຖິງຄວາມ

ແຂງແຮງ, ວ່ອງໄວ ແລະ ສວຍງາມເປັນສັດຄູ່ບ້ານຄູ່ເມືອງຂອງປະຊາຊົນລາວມາແຕ່ໃດໆ.

 

ໃນງານຖະແຫລງຂ່າວ ດັ່ງກ່າວຍັງມີບັນດາບໍລິສັດ, ວິສາຫະກິດທັງພາກລັດ ແລະ ເອກະຊົນ, ນັກທຸລະກິດ, ພໍ່ຄ້າຊາວ

ຂາຍທີ່ໄດ້ປະກອບສ່ວນສະໜັບສະໜູນເຂົ້າໃນງານມະຫະກຳກິລາແຫ່ງຊາດໃນຄັ້ງນີ້ຫລາຍກວ່າ 3 ຕື້ກີບແລ້ວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...