Homeຂ່າວຕ່າງປະເທດອຸທາຫອນ! ແມ່ຟາງຫລິ້ນສະມາດໂຟນ ຈົນລູກນ້ອຍ 14 ເດືອນຈົມນ້ຳເສຍຊີວິດ!

ອຸທາຫອນ! ແມ່ຟາງຫລິ້ນສະມາດໂຟນ ຈົນລູກນ້ອຍ 14 ເດືອນຈົມນ້ຳເສຍຊີວິດ!

Published on

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກັນຍາ 2014 ຜ່ານມາວ່າ ເກີດເຫດເດັກນ້ອຍ 14 ເດືອນຈົມນ້ຳເສຍຊີວິດ

ໃນຂະນະທີ່ແມ່ຟາງຫລິ້ນສະມາດໂຟນຢູ່.

 

ເດັກຜູ້ເຄາະຮ້າຍດັ່ງກ່າວ ອາໄສຢູ່ບ້ານເບົາອັນ ເມືອງເຊິນເຈິ້ນ ປະເທດຈີນ ໄດ້ຈົມນ້ຳໃນຖັງເສຍຊີວິດ ໃນຂະນະທີ່ແມ່

ຂອງລາວຊື່ ນາງ ຮວງ ອາຍຸ 23 ປີ ຟາງແຕ່ຫລິ້ນສະມາດໂຟນຢູ່, ໂດຍນາງໄດ້ເລົ່າວ່າ ນາງໄດ້ອາໄສຢູ່ໃນຫ້ອງເຊົ່າ ເນື້ອ

ທີ່ປະມານ 10 ຕາແມັດ ເຊິ່ງໂດຍປົກກະຕິແລ້ວ ນາງຈະວາງຖັງນ້ຳໄວ້ໃນຫ້ອງນ້ຳ 2 ຖັງ ເຊິ່ງເວລາທີ່ເກີດເຫດນັ້ນ ຖັງ

ໜ່ວຍໜຶ່ງເປັນຖັງເປົ່າ ສ່ວນອີກຖັງໜຶ່ງແມ່ນມີນ້ຳຢູ່ພຽງເລັກໜ້ອຍເທົ່ານັ້ນ.

 

ທັງນີ້ ໃນຂະນະທີ່ນາງກຳລັງຫລິ້ນສະມາດໂຟນຢູ່ ລູກຂອງນາງກໍກຳລັງຫລິ້ນນ້ຳຢູ່ໃນຫ້ອງນ້ຳ ທັນໃດນັ້ນ ເດັກນ້ອຍກໍ

ໄດ້ຕົກລົງໄປໃນຖັງນ້ຳ ແລະ ເສຍຊີວິດໃນທີ່ສຸດ, ເມື່ອນາງຮວງມາພົບເຫັນ ເຂົາກໍຈິ່ງຮີບອູ້ມເອົາລູກຕົນເອງໄປໂຮງໝໍ

ແຕ່ໂຊກຮ້າຍທີ່ເດັກນ້ອຍໄດ້ເສຍຊີວິດກ່ອນທີ່ຈະເດີນທາງມາໂຮງໝໍແລ້ວ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...