Homeຂ່າວຕ່າງປະເທດWHO ເປີດເຜີຍ ອີໂບລາຂ້າຜູ້ຕິດເຊື້ອຫລາຍກ່ວາ 3 ພັນຄົນແລ້ວ

WHO ເປີດເຜີຍ ອີໂບລາຂ້າຜູ້ຕິດເຊື້ອຫລາຍກ່ວາ 3 ພັນຄົນແລ້ວ

Published on

 

ອົງການອະນາໄມໂລກເປີດເຜີຍ ຈຳນວນຜູ້ເສຍຊີວິດຈາກເຊື້ອອີໂບລາໃນອາຟຣິກາຕາເວັນຕົກ ມີຫລາຍກ່ວາ

3,000 ຄົນແລ້ວ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ກັນຍາ 2014 ຜ່ານມານີ້ວ່າ ອົງການອະນາໄມໂລກ (WHO) ເປີດ

ເຜີຍຂໍ້ມູນສະຖານະການລະບາດຂອງເຊື້ອອີໂບລາ ໃນອາຟຣິກາຕາເວັນຕົກ ເມື່ອວັນສຸກທີ 26 ກັນຍາ 2014

ປະກົດວ່າ ຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນເປັນ 6,574 ຄົນແລ້ວ ແລະ ໃນຈຳນວນນີ້ ເສຍຊີວິດໄປແລ້ວຢ່າງ

ໜ້ອຍ 3,091 ຄົນ ໂດຍປະເທດໄລບີເຣຍ ເປັນປະເທດທີ່ມີຜູ້ເສຍຊີວິດຫລາຍທີ່ສຸດ ມີຫລາຍເຖິງ 1,830 ຄົນ.

 

ສ່ວນຢູ່ປະເທດໄນຈີເຣຍ ແລະ ເຊເນກັນ ເຊິ່ງໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອອີໂບລາໃນຄັ້ງນີ້

ເກືອບຈະສາມາດຄວບຄຸມການລະບາດໄດ້ໂດຍສົມບູນແລ້ວ ຫລັງຈາກບໍ່ມີລາຍງານຜູ້ຕິດເຊື້ອ ຫລື ເສຍຊີ

ວິດໃໝ່ເລີຍ ໃນໄລຍະ 2 – 3 ອາທິດທີ່ຜ່ານມາ.

 

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...