Homeຂ່າວຕ່າງປະເທດ"ຂ້ອຍຕ້ອງຢິກລູກຂ້ອຍ ເພື່ອບໍ່ໃຫ້ນອນຫຼັບ" ອາການຜິດປົກກະຕິທາງພັນທຸກໍາ ທີ່ຖ້າຫຼັບແລ້ວເສຍຊີວິດໄດ້

“ຂ້ອຍຕ້ອງຢິກລູກຂ້ອຍ ເພື່ອບໍ່ໃຫ້ນອນຫຼັບ” ອາການຜິດປົກກະຕິທາງພັນທຸກໍາ ທີ່ຖ້າຫຼັບແລ້ວເສຍຊີວິດໄດ້

Published on

“ຂ້ອຍຕ້ອງຍິກລູກ” ແມ່ຕ້ອງປຸກລູກ ເພາະລູກອາດຈະຕາຍໄດ້ຖ້າຫຼັບສະນິດ. ເດັກນ້ອຍເກີດໃໝ່ໃນອາຍຸພຽງ 6 ເດືອນ ທີ່ນະຄອນຫຼວງ ນິວເດລີ ປະເທດອິນເດຍ ມີອາການຜິດປົກກະຕິທາງພັນທຸກໍາທີ່ບໍ່ມັກຈະພົບເຫັນ ເຮັດໃຫ້ເດັກນ້ອຍຜູ້ນີ້ອາດຈະຕາຍໄດ້ ຖ້າຫາກນອນຫຼັບສະນິດ ພໍ່ແມ່ຕ້ອງປ່ຽນກັນມາປຸກລູກນ້ອຍຂອງຕົນທຸກໆ 2-3 ນາທີ.

ມີນັກຊີ ແມ່ຂອງເດັກນ້ອຍໄດ້ບອກເລົ່າວ່າ: ຂ້ອຍເປັນຫ່ວງລູກຕະຫຼອດເວລາ ທຸກຄັ້ງທີ່ລູກຫຼັບ ຂ້ອຍຕ້ອງຢິກລູກທັນທີ ເພາະລະດັບອອກຊີແຊນໃນຮ່າງກາຍຂອງລູກຫຼຸດລົງຕໍ່າ, ລູກຈະເລີ່ມຮ້ອງໄຫ້ ແລະ ບໍ່ສະບາຍໃຈ ໃນຕອນທີ່ຂ້ອຍຍິກ ໃນຖານະຜູ້ເປັນແມ່ມັນບໍ່ງ່າຍເລີຍ ຂ້ອຍຮູ້ສຶກເສຍໃຈຫຼາຍ. ເຊິ່ງພໍ່ແມ່ຂອງເດັກໄດ້ບອກຕື່ມວ່າ: ບໍ່ມີເງິນຄ່າຜ່າຕັດເນື່ອງຈາກມູນຄ່າການຜ່າຕັດນີ້ແມ່ນປະມານ 43.456.320.000 ກີບ ເພື່ອຕິດຕັ້ງຄຸມຕົວຈັງຫວະກະບັງລົມ ແລະ ພວກເຂົາຈະເຝົ້າເບິ່ງລະດັບອົກຊີແຊນຂອງລູກຕໍ່ໄປ.

ດິເຣນ ກຸບຕາ ໝໍພະດຸງຄັນ ກ່າວວ່າ: ຄົນໄຂ້ເຂົ້າສູ່ວິກິດ ເພາະຮີໂດຣແຊນສະສົມເພີ່ມຂຶ້ນ ແລະ ລະດັບອົກຊີແຊນຫຼຸດລົງ ຈຶ່ງສ່ຽງຕໍ່ການມີຊີວິດ, ທົ່ວໂລກພົບຜູ້ປ່ວຍໂລກນີ້ປະມານ 1.200 ຄົນແລ້ວ.

 

 

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ:bbc.com

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...