spot_img
Homeຂ່າວຕ່າງປະເທດສະ​ຖິ​ຕິ​ໃໝ່​ຊຸດ​ແຕ່ງ​ດອງຍາວ​ທີ່ສຸດ​ໃນ​ໂລກ​ຈາກ​ຈີນ

ສະ​ຖິ​ຕິ​ໃໝ່​ຊຸດ​ແຕ່ງ​ດອງຍາວ​ທີ່ສຸດ​ໃນ​ໂລກ​ຈາກ​ຈີນ

Published on

10590401_10152753776914759_8066832754050899772_n

ຈີນ​ເຜີຍແພ່​ພາບ ເຈົ້າ​ສາວ​ໃສ່ຊຸດ​ແຕ່ງ​ງານ​ທີ່​ຍາວ​ທີ່ສຸດ​ໃນ​ໂລກ ປະມານ 4, 100ແມັດ ຖືກ​ບັນ​ທຶ​ກສະ​ຖິ​ຕິ​ໃໝ່​ໃນ​ກິນ​ເນດ ເວີນ ເລກ​ຄອດ

ໃນວັນທີ່ 25,9,2014 ເວັບ​ໄຊຂ່າວ​ຊີ​ຊີ​ທີ​ວີ​ຂອງ​ຈີນ​ເຜີຍແຜ່​ພາບ ຊຸດ​ແຕ່ງ​ດອງ​ທີ່​ຍາວ​ທີ່ສຸດ​ໃນ​ໂລກ ຈາກ ຈິງ​ເໝີຍ ເຈົ້າ​ສາວ​ຊາວ​ຈີນ ຊຶ່ງ​ເປັນ​ຜູ້​​ໃສ່​ຊຸດ​ແຕ່ງ​ດອງ​ຊຶ່ງ​ສາຍ​ກະ​ໂປງ​ທີ່​ຍາວ​ເຖິງ 4, 100ແມັດ ຖືກ​ອອກ​ແບບ​ໂດຍ ດີ​ໄຊ​ເນີລ໌​ຊາວ​ອິ​ຕາ​ລີ ຖືກ​ບັນ​ທຶກ​ເປັນ​ສະ​ຖິ​ຕິ​ໃໝ່​ຂອງ​ຊຸດ​ແຕ່ງ​ດອງ​ທີ່​ຍາວ​ທີ່ສຸດ​ໃນ​ໂລກ​ ໃນ ກິນ​ເນດ ເວີນດ໌ ເລກ​ຄອລ໌​ດ ເປັນ​ທີ່​ຮຽບຮ້ອຍ

ຢ່າງໃດ​ກໍ​ຕາມ​ດີ​ໄຊ​ເນີລ໌​ຄົນ​ນີ້​ຄື​ຄົນ​ດຽວ​ກັນ​ກັບ​ທີ່​ອອກ​ແບບ​ຊຸດ​ ແຕ່ງ​ດອງ​ທີ່​ຍາວ ທີ່ສຸດ ໃຫ້​ກັບ​ເຈົ້າ​ສາວ​ຊາວ​ໂລ​ມາ​ເນຍ ຊຶ່ງ​ມີ​ຄວາມ​ຍາວ 2, 750ແມັດ ຊຶ່ງ​ຖືກ​ບັນ​ທຶກ​ໃນ​ສະ​ຖິ​ຕິ​ເກົ່າ​ຂອງ​ກິນ​ເນດ ເວີນ ເລກ​ຄອດ ​​ເປັນ​ຊຸດ​ແຕ່ງ​ດອງທີ່​ຍາວ​ທີ່ສຸດ​ໃນ​ໃນ​ໂລກ ໃນ​ເດືອນ​ມີ​ນາ ປີ 2012ທີ່​ຜ່ານມາ​ເຊັ່ນ​ດຽວ​ກັນ

ຈິງ​ເໝີຍ ແລະ​ ເຍນ​ຫຍວນ ເຈົ້າ​ບ່າວ​ເຈົ້າ​ສາວ ຈາກ​ເສີນ​ຕູ ເມືອງ​ຫລາງ​ຂອງ​ມົນ​ທົນ​ເສ​ສວນ ປະເທດ​ຈີນ ຮ່ວມ​ກັນ​ຖ່າຍ​ພາບ​ດັ່ງ​ກ່າວ ໃນ​ຊຸດ​ແຕ່ງ​ດອງທີ່​ຍາວ​ທີ່ສຸດ​ໃນ​ໂລກ​ນີ້ ຊຶ່ງ​ເປັນ​ການ​ຖ່າຍ ພີ​ເວດ​ດິ້ງ ໂດຍ​ໃນ​ການ​ຖ່າຍ​ພາບ​ເທື່ອ​ນີ້ ນາງ​ຕ້ອງ​ໃຊ້​ໝູ່ເຈົ້າ​ສາວ​ເຖິງ 40ຄົນ ມາ​ເປັນ​ທີມ​ງານ​ໃນ​ການ​ຈັດແຈງ​ຊາຍ​ກະ​ໂປງ​ອັນ​ຍາວ​ຫຍຽດ​ນີ້ ເພື່ອ​ໃຫ້​ການ​ຖ່າຍ​ພາບບໍ່ໃຫ້ມີອຸປະສັກຫຍັງ​

 

10352898_10152753776994759_5906143460506843227_n

10628180_10152753776954759_3421464464440568509_n

10670066_10152753777034759_2233472112163110401_n

10590401_10152753776914759_8066832754050899772_n

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...