spot_img
Homeຂ່າວຕ່າງປະເທດໂຍຄີອາຍຸ 86 ປີ ໃນອິນເດຍຈາກຫລາຍເຂດ ໃຊ້ນ້ຳປະສົມຜົງໝາກເຜັດເທໃສ່ຕົວ ໃນພິທີກຳທາງສາດສະຫນາອິນດູ

ໂຍຄີອາຍຸ 86 ປີ ໃນອິນເດຍຈາກຫລາຍເຂດ ໃຊ້ນ້ຳປະສົມຜົງໝາກເຜັດເທໃສ່ຕົວ ໃນພິທີກຳທາງສາດສະຫນາອິນດູ

Published on

Abishekam

ວັນທີ 24 ກັນຍາ 2014 ສໍາ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ ຂ່າວ ຊາຍ​ຊະລາ​ ອາຍຸ 86 ປີ​ປະກອບ​ພິທີກຳ​ທາງ​ສາດສະຫນາ ໂດຍ​ນຳ​ຜົງ​ໝາກເຜັດມາ​ປະສົມ​ກັບ​ນ້ຳ​ແລ້ວ​ນຳ​ມາ​ເທໃສ່​ຕົວ ຢູ່​ຫົນທາງ​ແຫ່ງ​ໜຶ່ງ​ໃນ​ປຸ​ທຸ​ເຈ​ລີ ເຂດ​ປົກຄອງ​ພິເສດ​ໃນ​ປະເທດ​ອິນ​ເດຍ ໂດຍ​ບອກວ່າ​ເປັນ​ການ​ປັດ​ເປົ່າ​ຄວາມ​ຍາກ​ລຳ​ບາກ​ທຸກທໍລະມານ​ຂອງ​ຜູ້​ອື່ນ ທີ່​ເມືອງ ເມືອງ​ເວລ​ລໍ ປຸ​ທຸເຈ​ລີ ແລະ ​ລັດ​ທະ​ມິ​ນາ​ທູ ໃນ​ອິນ​ເດຍ ເຫລົ່າ ​ໂຍ​ຄີ​ ໃຊ້​ຜົງ​ໝາກເຜັດຫລາຍກວ່າ 30 ກິ​ໂລ ປະສົມ​ນ້ຳ​ແລ້ວ​ນ້ຳ​ມາ​ເທໃສ່​ຕົວ​ຄ້າຍ​ຄືການເຮັດ Ice Bucket  ຊຶ່ງ​ເປັນ​ໜຶ່ງ​ໃນ​ການ​ປະກອບ​ພິທີກຳ​ທາງ​ສາດສະຫນາ ໂດຍ​ທີ່​ບັນດາ​ໂຍ​ຄີ​ຈະ​ບໍ່​ຮູ້ສຶກ​ແສບ​ຮ້ອນ​ໃດໆ ໂຍ​ຄີ​ຄົນ​ໜຶ່ງ​ຈາກ​​ລັດ​ເກ​ຣລະ ທີ່​ເຂົ້າ​ຮ່ວມ​ພິທີກຳ​ໃນ​ເທື່ອ​ນີ້ ກ່າວ​ວ່າ​ນິ້ເປັນ​ສ່ວນຫນຶ່ງ​ຂອງ ການ​ບູຊາ​ຊຶ່ງ​ເປັນ​ການ​ສະແດງ​ອອກ​ເຖິງ​ຄວາມ​ເຄົາລົບ ໂດຍ​ທີ່​ໝາກເຜັດ​ບໍ່​ເຮັດໃຫ້​ພວກເຂົາ​ແສບ​ຮ້ອນທຸກທໍລະມານ​ແຕ່​ຢ່າງ​ໃດ

ພິທີ​ດັ່ງກ່າວ​ນີ້ ຖື​ເປັນ​ສ່ວນຫນຶ່ງ​ໃນ​ການ​ບູຊາ ແລະ ​ຄວນ​ປະຕິບັດ​ດ້ວຍ​ຄວາມ​ເຄົາລົບ ໂດຍ​ປົກກະຕິ​ທົ່ວ​ໄປ​ຈະ​ເຮັດ​ໂດຍການ​ປະ​ດັບ​ຕົກ​ແຕ່​ງ​ອົງພະເທບ ຈົນກະທັ້ງ​ເຖິງ​ການ​ສວດ​ມົນ​ສັນ​ເສີນ

ພິທີກຳ​ນີ້​ຄ້າຍ​ກັບ​ການ​ສົງ​ນ້ຳ​ພະ​ຂອງ​ລາວ ຊຶ່ງ​ຊາວ​ອິນ​ເດຍ​ທາງ​ຕອນ​ໃຕ້​ນິຍົມ​ບູຊາ​ພະ​ບູລຸດ ການເຮັດ​ພິທີ​ນີ້​ຜູ້​ເຮັດ​ຕ້ອງ​ເຮັດ​ດ້ວຍ​ຄວາມ​ປະ​ນີດ ແລະ​ ກະ​ຕຽມ​ເຄື່ອງ​ທີ່​ຈະ​ນຳ​ມາ​ສົງ​ພະ​ໃຫ້​ຄົບ​ຖ້ວນ ​ພິທີ​ນີ້​ບໍ່​ຄືສົງ​ພະ​ເຮືອນ​ເຮົາ​ທີ່​ມີ​ພຽງ​ນ້ຳ​ກັບ​ນ້ຳ​ຫອມ ແຕ່​ໂດຍ​ປົກກະຕິ​ຊາວອິນ​ເດຍ​ຈະ​ໃຊ້ ນ້ຳ​ບໍລິສຸດ, ນົມ​ບໍລິສຸດ, ໂຍ​ເກິນ, ນ້ຳ​ມັນ​ເນີຍ, ນ້ຳ​ເຜຶ້ງ ລວມ​ໄປ​ເຖິງ​ນ້ຳ​ຫມາກໄມ້​ຕ່າງໆ

ຮ່ວມ​ດ້ວຍ​ການ ສວດ​ມົນ​ບູຊາ ໂດຍ​ການ​ຮຳ​ສຽງ ຫລື ​ໃຊ້​ກະ​ລິ່ງ, ກອງ ຫລື ​ເຄື່ອງ​ດົນຕີ​ຕ່າງໆອີກ​ດ້ວຍ ຢ່າງໃດ​ກໍ​ຕາມແຕ່ກໍ່​ບໍ່​ເຄີຍ​ປາກົດ​ການ​ນຳ​ເອົາ​ນ້ຳ​ປະສົມ​ຜົງ​ນ້ຳໝາກເຜັດມາເທ​ເທິງ​ຕົວ​ໂຍ​ຄີ ​ໃຊ້​ໃນພິທີ​ດັ່ງ​ກ່າວ​ມາ​ກ່ອນ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...