Homeຂ່າວຕ່າງປະເທດອີກ 10 ປີຕໍ່ໜ້າໂລກມີຄວາມສ່ຽງຖືກດາວເຄາະນ້ອຍໂຄຈອນມາດາດ

ອີກ 10 ປີຕໍ່ໜ້າໂລກມີຄວາມສ່ຽງຖືກດາວເຄາະນ້ອຍໂຄຈອນມາດາດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກວິທະຍາສາຊາວຣັດເຊຍໄດ້ຄົ້ນພົບຂໍ້ມູນ ແລະ ເສັ້ນທາງຂອງດາວເຄາະນ້ອຍ ອະໂພຟິສ (Apophis 99942) ຫຼັງຈາກທີ່ໄດ້ເຮັດການສຶກສາຄົ້ນຄວ້າມາຫຼາຍປີ ເນື່ອງຈາກວ່າດາວເຄາະນ້ອຍດວງນີ້ມີຄວາມສ່ຽງເປັນໄພຕໍ່ໂລກ.

ຫຼ້າສຸດນັກວິທະຍາສາດ ແລະ ນັກວິໄຈຈາກມະຫາວິທະຍາໄລລັດເຊນປີເຕີເບີຣກຂອງຮັດເຊຍ ໄດ້ພົບຂໍ້ມູນວ່າ ດາວເຄາະນ້ອຍອະໂພຟິສ ເຄື່ອນຕົວຜ່ານໂລກ ແລະ ດວງຈັນໃນໄລຍະຄ່ອນຂ້າງໃກ້ໃນປີ 2029 ມັນຍັງຈະໂຄຈອນຍ້ອນກັບມາອີກ ດ້ວຍວິຖີການຫັກປ່ຽນທິດຂອງເສັ້ນໂຄຈອນ ເນື່ອງຈາກເຂ້າໃກ້ແຮງດຶງດູດຂອງໂລກ ແລະ ດວງຈັນ. ຫຼັງຈາກໂຄຈອນເກືອບເຂົ້າໃກ້ໂລກໃນປີ 2029 ນີ້ແລ້ວ ມັນຍັງຈະກັບມາອີກໃນປີ 2036, 2044, 2051, 2060 ແລະ 2068 ທີ່ນັກວິທະຍາສາດກຳລັງວິໄຈເສັ້ນທາງການໂຄຈອນໂດຍລະອຽດ ເພາະອາດຈະເປັນໄພຕໍ່ໂລກໃນອານາຄົດອັນໃກ້ນີ້ໄດ້.

ສຳລັບດາວເຄາະນ້ອຍອະໂພຟິສ ຖືກຕັ້ງຊື່ຕາມເທບແຫ່ງການທຳລາຍຂອງຕຳນານອີຢິບບູຮານ ດາວເຄາະມີຂະໜາດໃຫຍ່ປະມານ 3 ເດີ່ນບານ ຖືກຄົ້ນພົບຄັ້ງທຳອິດເມື່ອປີ 2004 ອົງການນາຊາ ໄດ້ຈັດໃຫ້ດາວເຄາະນ້ອຍນີ້ມີແນວໂນ້ມເປັນໄພຮຸກຮານຕໍ່ໂລກ ເນື່ອງຈາກໃນອີກ 10 ປີຕໍ່ໜ້າ ໃນວັນທີ 13 ເມສາ 2029 ດາວເຄາະນ້ອຍຈະເຄື່ອນຜ່ານໂລກ ແລະ ດວງຈັນ ໃນໄລຍະຫ່າງ 31.300 ກິໂລແມັດ ແຕ່ມີການວິເຄາະພົບວ່າມັນຍັງບໍ່ທັນເປັນໄພຕໍ່ໂລກເທື່ອ.

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...