Homeຂ່າວພາຍ​ໃນເປັນຫ່ວງອານາຄົດເງິນກີບລາວໃນເຂດຊາຍແດນ

ເປັນຫ່ວງອານາຄົດເງິນກີບລາວໃນເຂດຊາຍແດນ

Published on

ໃນໄລຍະຜ່ານມາ ຫຼື ປັດຈຸບັນ ບາງຂົງເຂດຢູ່ປະເທດເຮົາຍັງມີການນຳໃຊ້ເງິນຕາຕ່າງປະເທດ ຢ່າງຊະຊາຍ ການແຈ້ງລາຄາສິນຄ້າ ແລະ ການບໍລິການ, ການຮັບຊຳລະດ້ວຍເງິນຕາຕ່າງປະເທດຍັງເຫັນກັນຢ່າງເປີດເຜີຍ.

ຈາກກໍລະນີເມື່ອທ້າຍປີທີ່ຜ່ານມາ (20/12/2018) ມີນັກທ່ອງທ່ຽວສາວຄົນລາວພ້ອມດ້ວຍຄູ່ຮັກໄດ້ເດີນທາງໄປທ່ຽວກາສິໂນ ດອນ 20 ເຂດເສດຖະກິດພິເສດ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ແລະ ໄດ້ພາກັນເຂົ້າໄປທີ່ຮ້ານ KFC ເພື່ອສັ່ງອາຫານ ເມື່ອຮອດເວລາຈ່າຍເງິນ ພະນັກງານຮ້ານໄດ້ປະຕິເສດທີ່ຈະຮັບເງິນກີບໃນການຊຳລະຄ່າອາຫານ ໂດຍໃຫ້ນາງຈ່າຍເປັນເງິນບາດ ຫຼື ເງິນຢວນແທນ. ນອກຈາກນີ້, ພາຍໃນຕະຫຼາດການຊື້-ຂາຍສິນຄ້າ ບໍ່ວ່າຈະເປັນການຕິດລາຄາ ຫຼື ການຊຳລະສິນຄ້າ ແມ່ນຈະນຳໃຊ້ແຕ່ເງິນບາດ ແລະ ເງິນຢວນເທົ່ານັ້ນ.

ລາຍລະອຽດເບິ່ງວິດີໂອດ້ານລຸ່ມ:

https://www.facebook.com/ASEANLookThroughThailand/videos/757098044646034/?__xts__[0]=68.ARBSmQguRUusGZU-htie4680QaCnKRRpNj7YtGcJh6vRLu33-zCNT1ToyzzFWI60CWlhVFAwaQXRUsqfvy32wpov6LIPKBgLv-IjYuiDIMR640PrMBxjDd_sUDChtb06fmat7Cb4qZnWtoc0EETqDDd6olAyv5g0IQvjVtcUHGHwR_EDn1CgVzm_c69b0t_MtAzt6MlBBKZ_yjPgeJ_qzbAir8rbGEYqBKuy-JK9-jQajErzjlL0JMkpV2oHPX3rj8M0gEVrdWZjPZrtljzV3kudpIDnA-hFFVY8oo5tAhtzhQV4mIZ3hrCMSJlk9vAXx4t09sg_gZYzsy–L0tur297OKhAOGmHl9U&__tn__=-R

ຈາກເຫດການທີ່ເກີດຂຶ້ນນີ້ ມັນສະທ້ອນໃຫ້ເຫັນບົດບາດທາງສັງຄົມ ຄ່ານິຍົມຂອງຄົນໃນຂົງເຂດນັ້ນໃນການຍົກສູງຄຸນຄ່າເງິນຕາຕ່າງປະເທດໃຫ້ເໜືອຄຸນຄ່າເງິນກີບລາວ ໂດຍສະເພາະໃນຂົງເຂດບ້ານ, ເມືອງ ທີ່ຕິດກັບຊາຍແດນໂດຍແມ່ນຈະເຫັນເປັນເລື່ອງປົກກະຕິຍ້ອນເຫດຜົນທີ່ວ່າການໃຊ້ຈ່າຍເງິນຕາຕ່າງປະເທດແທນເງິນກີບລາວໃນການຊຳລະ ຫຼື ຊື້-ຂາຍສິນຄ້າມັນເປັນເລື່ອງທີ່ສະດວກສະບາຍ ແຕ່ປະເດັນໃຫຍ່ທີ່ຮ້າຍແຮງທີ່ສຸດແມ່ນກໍລະນີທີ່ບໍ່ສາມາດນຳໃຊ້ເງິນກີບລາວໃນເຂດແຜ່ນດິນລາວໄດ້ມັນເປັນເລື່ອງທີ່ໜ້າເສົ້າໃຈ ແລະ ເປັນເລື່ອງທີ່ຄົນລາວທຸກຄົນຄວນຄິດທົບທວນກັນຄືນໃໝ່.

ອີງຈາກການຖອດຖອນບົດຮຽນຕົວຈິງເມື່ອເວລາຄົນລາວເດີນທາງເຂົ້າໄປປະເທດເພື່ອນບ້ານ ຄົນລາວແມ່ນຈຳເປັນຕ້ອງແລກປ່ຽນເງິນສະກຸນຂອງປະເທດນັ້ນ ເນື່ອງຈາກວ່າບໍ່ສາມາດນຳເງິນກີບໄປໃຊ້ຈ່າຍໃນປະເທດເຂົາເຈົ້າໄດ້.

ປະເທດລາວເອງໃນໄລຍະທີ່ຜ່ານກໍ່ມີການຊຸກຍູ້ສົ່ງເສີມໃຫ້ຄົນລາວນຳໃຊ້ເງິນກີບລາວ ໃນການແຈ້ງລາຄາສິນຄ້າ ແລະ ການບໍລິການ, ການຊຳລະ, ການລົງໂຄສະນາຂາຍສິນຄ້າເປັນເງິນກີບ ແລະ ໄດ້ອອກດຳລັດວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການສົ່ງເສີມການນຳໃຊ້ເງິນກີບ, ສະບັບເລກທີ 150/ນຍ, ລົງວັນທີ 18/05/2007. ໃນມາດຕາ 2 ວັນ 2.1 ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ເຈົ້າຄອງນະຄອນ ແລະ ເຈົ້າແຂວງໃນທົ່ວປະເທດເພີ່ມທະວີການໂຄສະນາເຜີຍແຜ່ ການສຶກສາອົບຮົມກ່ຽວກັບລະບຽບການຄຸ້ມຄອງເງິນຕາຕ່າງປະເທດເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຫັນຄວາມສຳຄັນໃນການປົກປັກຮັກສາ ແລະ ຍົກສູງຄຸນຄ່າຂອງເງິນກີບ, ຄຸ້ມຄອງເງິນຕາຕ່າງປະເທດ, ຈຳກັດ ແລະ ກ້າວໄປເຖິງຢຸດຕິການນຳໃຊ້ເງິນຕາຕ່າງປະເທດຢ່າງຊະຊາຍ ໃນ ສ ປປລາວ, ແລະ ວັກ 2.3 ໃຫ້ບັນດາວິສາຫະກິດ, ບັນດາຮ້ານ ທັງພາກລັດ ແລະ ເອກະຊົນ ປະກາດ ແລະ ຕິດລາຄາສິນຄ້າ ແລະ ຄ່າບໍລິການເປັນເງິນກີບ.

 

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: laoofficialgazette.gov.la
ວິດີໂອປະກອບຂ່າວ: ASEAN “มอง” ไทย

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...