spot_img
Homeຄວາມງາມ7 ຂໍ້ຂອງ ຄີມນວດຜົມ ທີ່ສາວໆຍັງບໍ່ຮູ້

7 ຂໍ້ຂອງ ຄີມນວດຜົມ ທີ່ສາວໆຍັງບໍ່ຮູ້

Published on

Adult woman washing head

ຄີມ​ນວດ​ທີ່​ສາວໆ​ໃຊ້​ຢູ່​ທຸກ​ມື້ ສາວໆ​ເຄີຍ​ຮູ້​ບໍ່ວ່າ ຄີມ​ນວດ​ມີ​ປະໂຫຍດ​ອື່ນໆ​ທີ່​ໜ້າ​ສົນ​ໃຈ​ນໍາ 
ເຮົາ​ມີ 7 ຂໍ້​ຂອງ ຄີມ​ນວດ​ຜົມ ທີ່​ຢາກ​ໃຫ້​ສາວໆ​ໄດ້​ຮູ້​ໄວ້​​ວ່າ ຈະ​ໄດ້ ໃຊ້​ປະໂຫຍດ​ຈາກ​ຄີມ​ນວດ​ຜົມ​ໄດ້​ດີ​ທີ່ສຸດ​

1. ຄີມ​ນວດ​ຜົມ ແບບ Leave in ໃຊ້​ຈັດ​ຊົງ​ໄດ້

Leave-in conditioner ສາມາດ​ຈັດ​ຊົງ​ໃຫ້​ຜົມ​ເຈົ້າ​ເປັນ​ຄື້ນ​ງາມ​ໄດ້ ພຽງ​ແຕ່​ຊະ ​ແລ້ວທາ Leave-in conditioner ໃຫ້​ທົ່ວ​ຜົມ​ທີ່​ໝາດໆ ແລ້ວ​ຫວີ

2. ໃຫ້​ຄວາມ​ຊຸ່ມ​ຊື້ນ​ກັບ ​ຮູ​ຂຸມ​ຂົນ​ເທິງ​ໜັງ​ຫົວ 

ໃນ​ໄລຍະອາ​ກາດ​ໜາວ ຜົມ​ຂອງ​ສາວໆ​ຈະ​ແຫ້ງ​ຫລາຍ ຄວນ​ໃຊ້​ຄີມ​ນວດ​ຜົມ​ແບບ  deep conditioning mask ເດືອນ​ລະ​ເທື່ອ ລັງ​ແຄ ແລະ ໜັງ​ຫົວ​ທີ່​ແຫ້ງ​ກໍ​ຈະ​ຫາຍ​ໄປ​ ເຮັດໃຫ້​ຜົມ​ຂອງ​ສາວໆ​ນຸ່ມ​ເງົາງາມ

3. ໃສ່ ຄີມ​ນວດ​ຜົມ ກ່ອນ​ຢາສະຜົມ​ໄດ້​ 

ຜູ້​ຊ່ຽວຊານ​ກ່າວ​ວ່າ ຄີມ​ນວດ​ຜົມ​ມັກ​ຈະ​ຖືກ​ລ້າງ​ອອກ​ບໍ່​ໝົດ  ແລະ ​ຄີມ​ນວດ​ຜົມ​ຈະ​ເຮັດໃຫ້​ຜົມ​ຂອງ​ເຈົ້າ​ຍິ່ງ​ມີ​ນ້ຳ​ໜັກ ແຕ່​ຖ້າ​ໃຜ​ທີ່​ບໍ່​ຢາກ​ໃຫ້​ຜົມ​ຟູ​ໂຟງ ເຮົາ​ແນະ​ນຳ​ໃຫ້​ໃຊ້​ຄີມ​ນວດ​ກ່ອນຢາສະຜົມ

4. ເລືອກ​ຄີມ​ນວດ​ຜົມ​ໃຫ້​ເໝາະ​ກັບ​ເສັ້ນ​ຜົມ​ຈຶ່ງ​ຈະ​ໄດ້​ຜົນ

ຖ້າ​ເຈົ້າ​ເປັນຄົນຜົມ​ເສັ້ນ​ນ້ອຍ​ບາງ ໃຫ້​ໃຊ້​ຄີມ​ນວດ​ຜົມ​ທີ່​ເພີ່ມ​ນ້ຳ​ໜັກ​ໃຫ້​ເສັ້ນ​ຜົມ ແຕ່​ຖ້າ​ເປັນ​ສາວ​ຜົມ​ໜາ ໃຫ້​ໃຊ້​ຄີມ​ນວດ​ຜົມ​ທີ່​ມີ​ສ່ວນ​ປະສົມ​ທີ່​ມີ​ນ້ຳ​ມັນ​ໜ້ອຍ​ໆ ເພື່ອ​ຫລຸດ​ຄວາມ​ມັນ

5. ຫ້າ​ມເອົາ ຄີມ​ນວດ ລົງ​ຮອດ​ຮາກ​ຜົມ 

ຄວນ​ທາ​ພຽງ​ປາຍ​ຜົມ ເຖິງ ກາງ​ຜົມ​ເທົ່າ​ນັ້ນ ເຊິ່ງ​ເປັນ​ສ່ວນ​ທີ່​ເສັ້ນ​ຜົມ​ຕ້ອງ​ການ ທີ່​ປາຍຜົມ​ບໍ່​ຈຳ​ເປັນ​

6. ຜົມ​ເຮັດ​ສີ​ຕ້ອງ​ການ​ການ​ເບິ່ງແຍງ​ທີ່​ແຕກ​ຕ່າ

ສາວໆ​ທີ່​ມີ​ຜົມ​ເຮັດ​ສີ ຕ້ອງ​ໃຊ້​ຄີມ​ນວດ​ຜົມ​ແບບ Deep conditioning ເພາະ​ຈະ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ເສັ້ນ​ຜົມ​ທີ່​ຖືກ​ທໍາຮ້າຍ ແລະ ເຮັດໃຫ້​ສີ​ຜົມ​ຕິດ​ຍາວນານ​ຍິ່ງ​ຂຶ້ນ ແລະ​ເບິ່ງແຍງ​ເປືອກ​ຊັ້ນ​ນອກ​ຂອງ​ເສັ້ນ​ຜົມ

7. ຄີມ​ນວດ ບາງ​ປະ​ເພດ​ກໍ​ທໍາ​ຮ້າຍ​ຜົມ​ຂອງ​ເຈົ້າໄດ້

ຄີມ​ນວດ​ມັກ​ຈະ​ໃສ່​ແຮ່ທາດ​ຕ່າງໆ​ທີ່​ມີ ປະໂຫຍດ​ຕໍ່​ເສັ້ນ​ຜົມ ໂດຍ​ໃຊ້​ ຊິ​ລິ​ໂຄນ ​ລົງ​ໃນ​ຜະລິດຕະພັນ ຖ້າ​ເຈົ້າ​ຢາກ​ໃຊ້​ຜະລິດຕະພັນ​ທີ່​ບໍ່​ມີ​ສານ​ຊິ​ລິ​ໂຄນ ໃຫ້​ເບິ່ງ​ທີ່​ຜະລິດຕະພັນ​ທີ່​ມີ​ຄຳ​ວ່າ“silicone-free” ທີ່​ບໍ່​ທໍາ​ຮ້າຍ​ເສັ້ນ​ຜົ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...