Homeຂ່າວຕ່າງປະເທດຄັ້ງປະຫວັດສາດ "ກະສັດມູຮຳມັດ ທີ 5 ແຫ່ງມາເລເຊຍ" ສະລະບັນລັງກ່ອນຄົບວາລະຂຶ້ນຄອງລາດ

ຄັ້ງປະຫວັດສາດ “ກະສັດມູຮຳມັດ ທີ 5 ແຫ່ງມາເລເຊຍ” ສະລະບັນລັງກ່ອນຄົບວາລະຂຶ້ນຄອງລາດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 06 ມັງກອນ 2019 ວ່າ ຖະແຫຼງການຈາກສຳນັກພຣະລາຊະວັງແຫ່ງຊາດມາເລເຊຍ ເມື່ອວັນອາທິດທີ່ຜ່ານມາລະບຸວ່າ “ການສະລະບັນລັງຂອງສົມເດັດພຣະລາຊາທິບໍດີມູຮໍາມັດ ທີ 5 ຜູ້ປົກຄອງລັດກຣັນຕັນ ກະສັດພຣະອົງທີ 15 ຂອງມາເລເຊຍ ໃຫ້ມີຜົນໃນທັນທີ ໂດຍບໍ່ໃຫ້ເຫດຜົນ ແລະ ເຈົ້າໜ້າທີ່ສຳນັກພຣະລາຊະວັງກໍບໍ່ໄດ້ຕອບຄຳຖາມກັບສື່ມວນຊົນໃນເລື່ອງນີ້”.

ຄວາມເຄື່ອນໄຫວເກີດຂຶ້ນຫຼັງຈາກສຸລາຕານມູຮໍາມັດທີ 5 ມີພຣະຊົນພັນສາ 49 ພັນສາ ໄດ້ລາພັກຈາກການປະກອບພາລະກິດເປັນເວລາ 2 ເດືອນ ເລີ່ມຕັ້ງແຕ່ເດືອນພະຈິກ 2018 ເປັນຕົ້ນມາ ເພື່ອຮັກສາສຸຂະພາບ ແລະ ໃນຊ່ວງເວລານັ້ນມີລາຍງານຂາ່ວທີ່ບໍ່ໄດ້ຮັບການຢືນຢັນວ່າ ພຣະອົງໄດ້ອະພິເສກສົມຣົດກັບອະດີດເທພີສາວງາມໄວອາຍຸ 25 ປີ ຊາວຣັດເຊຍ.

ຖະແຫຼງການຂອງພຣະລາຊະວັງມາເລເຊຍກ່າວອີກວ່າ “ສົມເດັດພຣະລາຊາທິບໍດີໄດ້ກ່າວແກ່ປະຊາຊົນຊາວມາເລເຊຍ ໃຫ້ມີຄວາມສາມັກຄີ ອົດທົນ ແລະ ເຮັດວຽກຮ່ວມກັນຕໍ່ໄປ” ນີ້ຖືເປັນຄັ້ງປະຫວັດສາດຂອງປະເທດ ທີ່ກະສັດສະລະບັນລັງກ່ອນຄົບວາລະໝູນວຽນ 5 ປີ.

ມາເລເຊຍມີສຸລາຕານຜູ້ປົກຄອງ 9 ລັດ ໝູນວຽນກັນຂຶ້ນເປັນກະສັດວາລະ 5 ປີ ການຄັດເລືອກສົມເດັດພຣະລາຊາທິບໍດີອົງຕໍ່ໄປ ຕັດສິນຈາກການລົງມະຕິຂອງ “ສະພາຜູ້ປົກຄອງ” ທີ່ປະກອບດ້ວຍສຸລາຕານທັງ 9 ລັດ, ສຳລັບສຸລາຕານ ມູຮໍາມັດທີ 5 ຜູ້ປົກຄອງລັດກຣັນຕັນ ທາງພາກຕະເວັນອອກສຽງເໜືອ ໄດ້ເຂົ້າພິທີແຕ່ງຕັ້ງໃນເດືອນທັນວາ 2016 ກາຍເປັນພຣະມະຫາກະສັດທີ່ມີພຣະຊົນພັນສານ້ອຍທີ່ສຸດຂອງປະເທດເທົ່າທີ່ເຄີຍມີມາ.

 

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...