Homeມຸມຂ່າວ AECສປປ ລາວ ໝໍ້ໄຟອາຊຽນໃກ້ຈິງ! ສິງກະໂປຕົກລົງຊື້ໄຟຟ້າຈາກລາວ ຜ່ານສາຍສົ່ງຂອງໄທ!

ສປປ ລາວ ໝໍ້ໄຟອາຊຽນໃກ້ຈິງ! ສິງກະໂປຕົກລົງຊື້ໄຟຟ້າຈາກລາວ ຜ່ານສາຍສົ່ງຂອງໄທ!

Published on

 

ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ( AMEM ) ຄັ້ງທີ 32 ໄດ້ອັດລົງດ້ວຍຜົນສຳເລັດ ພາຍຫລັງໄດ້ດຳເນີນມາ​

ແຕ່ວັນທີ 22-24 ກັນຍາ 2014, ໂດຍການເປັນປະທານຂອງ ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງ

ງານ ແລະ ບໍ່ແຮ່, ມີບັນດາລັດຖະມົນຕີຈາກປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາເຂົ້າຮ່ວມນຳ.

ກອງປະຊຸມລັດຖະມົນຕີອາຊຽນກັບບັນດາຄູ່ຮ່ວມເຈລະຈາ+3 (ສປ ຈີນ, ຍີ່ປຸ່ນ, ສ ​ເກົາຫລີ) ຄັ້ງ ທີ 11, ກອງປະຊຸມສຸດ

ຍອດລັດຖະມົນຕີພະລັງງານອາຊີຕາເວັນອອກ ແລະ ກອງປະຊຸມພົບປະເຈລະຈາຮ່ວມກັບສຳນັກງານພະລັງງານສາ

ກົນ (IEA) ຕາມລຳດັບ.

 

ໃນກອງປະຊຸມຄັ້ງທີ 32 ບັນດາລັດຖະມົນຕີພະລັງງານອາຊຽນ ໄດ້ເຫັນດີນຳກັນໃນການເພີ່ມທະວີການຮ່ວມມືດ້ານ

ພະລັງງານກໍຄືການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນໃຫ້ກວ້າງຂວາງຂຶ້ນ

ແນໃສ່ຮັບປະກັນຕອບສະໜອງຄວາມຕ້ອງການດ້ານພະລັງງານ ຂອງບັນດາປະເທດສະມາຊິກທີ່ນັບມື້ເພີ່ມຂຶ້ນທັງ

ຮັບປະກັນໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຢ່າງຍືນຍົງ.

 

ນອກຈາກນັ້ນ ໃນລະຫວ່າງການດຳເນີນກອງປະຊຸມລັດຖະມົນຕີພະລັງງານອາຊຽນຄັ້ງທີ 32 ນີ້ ບັນດາລັດຖະມົນຕີ

ພະລັງງານອາຊຽນ 10 ປະເທດສະມາຊິກ ໄດ້ເຫັນດີຮ່ວມກັນໃນການລິເລີ່ມໂຄງການຊື້-ຂາຍໄຟຟ້າຜ່ານລະບົບສາຍ

ສົ່ງພາຍໃນລະຫວ່າງ 4 ປະເທດສະມາຊິກອາຊຽນເປັນຄັ້ງທຳອິດໃນພາກພື້ນ ຄື ສປປ ລາວ, ໄທ, ມາເລເຊຍ ແລະ

ສິງກະໂປ ເຊິ່ງໂຄງການນີ້ເປັນການຊຸກຍູ້ໃຫ້ມີການຮ່ວມມືໂຄງການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າໃນອາຊຽນ ຫລື

ASEAN Power Grid (APG) ໃຫ້ເປັນຮູບປະທຳຫລາຍຂຶ້ນ, ການລິເລີ່ມໂຄງການນີ້ ຈະເປັນ ການຊ່ວຍເຮັດໃຫ້ການ

ນຳໃຊ້ພະລັງງານລະຫວ່າງປະເທດສະມາຊິກອາຊຽນມີຄວາມໝັ້ນຄົງ, ເຊິ່ງໂຄງການນີ້ຈະໄດ້ປະຕິບັດ ຕາມຂັ້ນຕອນ

ຈາກການສ້າງຕັ້ງຄະນະກຳມະການເຮັດວຽກຮ່ວມກັນ ເພື່ອຕິດຕາມກວດກາດ້ານລະບຽບການ, ຂໍ້ຕົກລົງ, ການກຳ

ນົດລາຄາ ແລະ ພາສີໃນການຊື້ຂາຍຜ່ານສາຍສົ່ງ.

 

ທັງນີ້ການລິເລີ່ມໂຄງການຊື້-ຂາຍໄຟຟ້າຜ່ານລະບົບສາຍສົ່ງນີ້ຖືວ່າ ເປັນການຕົກລົງພາຫຸພາຄີດ້ານການຊື້ – ຂາຍ

ພະລັງງານຂອງອາຊຽນ ເປັນຄັ້ງທຳອິດໂດຍສິງກະໂປເປັນຜູ້ສະເໜີຄວາມຕ້ອງການຊື້ໄຟຟ້າຈາກ ສປປ ລາວ ແລະ

ສປປ ລາວ ກໍເຫັນດີທີ່ຈະຂະຫຍາຍຕະຫລາດການຂາຍໄຟຟ້າ ບົນພື້ນຖານການຮ່ວມມືລະຫວ່າງປະເທດສະມາຊິກ

ອາຊຽນດ້ວຍກັນ ແລະ ຄາດວ່າຈະໄດ້ປຶກສາຫາລືຮ່ວມກັນໃນການຮ່າງຂໍ້ຕົກລົງສຳລັບການລິເລີ່ມ ໂຄງການນີ້ຕໍ່ໄປ

ຕື່ມອີກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...