spot_img
Homeຂ່າວຕ່າງປະເທດສະຫະລັດເລີ່ມແລ້ວ! ເດີນໜ້າຖະຫລົ່ມ ISIS ໃນຊີເຣຍ ຕາມໂອບາມາປະກາດ!

ສະຫະລັດເລີ່ມແລ້ວ! ເດີນໜ້າຖະຫລົ່ມ ISIS ໃນຊີເຣຍ ຕາມໂອບາມາປະກາດ!

Published on

 

ສະຫະລັດອາເມຣິກາ ເລີ່ມເດີນໜ້າໂຈມຕີກຸ່ມກໍ່ການຮ້າຍ ISIS ໃນຊີເຣຍ ຫລັງປະກາດຈະຖະຫລົ່ມ ISIS ຢູ່ທຸກຫົນ

ແຫ່ງໃນໂລກ.

 

ເມື່ອວັນທີ 23 ກັນຍາ 2014 ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ສະຫະລັດອາເມຣິກາ ໄດ້ເລີ່ມປະຕິບັດ

ການໂຈມຕີທາງອາກາດຕໍ່ກຸ່ມກໍ່ການຮ້າຍ ISIS ໃນຊີເຣຍແລ້ວ ຫລັງປະທານາທິບໍດີບາຣັກ ໂອບາມາ ຫາກໍໄດ້ປະ

ກາດເມື່ອອາທິດທີ່ຜ່ານມາວ່າ ຈະລາມໄລ່ລ່າຖະຫລົ່ມ ISIS ຢູ່ທຸກຫົນແຫ່ງຢ່າງໄຮ້ຄວາມປານີ ແລະ ປຽບທຽບກຸ່ມ

ISIS ວ່າ ເປັນມະເຮັງຮ້າຍຄຸກຄາມໂລກ.

 

ໂດຍກະຊວງປ້ອງກັນປະເທດຂອງສະຫະລັດເປີດເຜີຍວ່າ ສະຫະລັດໄດ້ຮ່ວມມືກັບຊາດອາຫລັບ ໃນການເລີ່ມປະຕິ

ບັດການໂຈມຕີຖານທີ່ໝັ້ນຂອງກອງກຳລັງ ISIS ໃນຊີເຣຍ ເຊິ່ງເບື້ອງຕົ້ນໄດ້ນຳເຮືອບິນສູ້ຮົບ ແລະ ເຮືອບິນຖິ້ມ

ລະເບີດ ລວມທັງຂີປະນາວຸດໂທມາຮັອກອອກມາໃຊ້ໃນປະຕິບັດການຄັ້ງນີ້, ຢ່າງໃດກໍຕາມ ທາງກະຊວງປ້ອງກັນ

ປະເທດກໍບໍ່ມີການເປີດເຜີຍລາຍລະອຽດໃດໆກ່ຽວກັບການໂຈມຕີ ນອກຈາກຢືນຢັນວ່າ ການໂຈມຕີທາງອາກາດ

ໄດ້ເລີ່ມຕົ້ນຂຶ້ນແລ້ວ.

 

NjpUs24nCQKx5e1DGjlOZtOIuDiJOCRjQRET148QDFi

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...