spot_img
Homeຂ່າວຕ່າງປະເທດສານລັດມິສຊູຣີລົງໂທດຈຳເລີຍຄະດີລ່າກວາງໂດຍໃຫ້ເບິ່ງກາຕູນ "ແບມບີ້" ເດືອນລະຄັ້ງ

ສານລັດມິສຊູຣີລົງໂທດຈຳເລີຍຄະດີລ່າກວາງໂດຍໃຫ້ເບິ່ງກາຕູນ “ແບມບີ້” ເດືອນລະຄັ້ງ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 18 ທັນວາ 2018 ວ່າ ສານເຂດລໍເຣນ ໃນລັດມິສຊູຣີ ມີຄຳພິພາກສາຕັ້ງແຕ່ວັນທີ 31 ທັນວາ 2017 ໃຫ້ທ້າວ ແບຣ໌ຣີ ຈູເນຍ, ທ້າວ ເດວິດ ແບຣ໌ຣີ ຊີເນຍ (ຜູ້ເປັນອ້າຍ) ແລະ ທ້າວ ໄຄລ໌ ແບຣ໌ຣີ (ຜູ້ເປັນພໍ່) ໃນຄະດີລັກລອບລ່າສັດປ່າໂດຍສະເພາະກວາງ “ຫຼາຍຮ້ອຍໂຕ” ແລະ ຕັດເອົາສະເພາະແຕ່ສ່ວນຫົວກວາງໄປປະດັບຕາມຝາເຮືອນ ຕັ້ງແຕ່ປີ 2015 ໂດຍລົງໂທດຈຳຄຸກເປັນເວລາ 1 ປີ,  ຫຼັງຄົບກຳນົດທັງສາມຕ້ອງຍ້າຍໄປຮັບໂທດຈຳຄຸກຕໍ່ອີກ 120 ວັນ ທີ່ຄຸກໃນເຂດບາຣ໌ຕັນ ໂທດຖານລະເມີດກົດໝາຍອາວຸດປືນ  ແລະ ທາງການລັດມິສຊູຣີໄດ້ຖອດຖອນໃບອະນຸຍາດລ່າສັດຂອງຈຳເລີຍທັງ 3 ຕະຫຼອດຊີວິດ ພ້ອມທັງປັບໄໝຄ່າເສຍຫາຍຮ່ວມກັນເປັນເງິນ 51.000 ໂດລາ.

ມີການເປີດເຜີຍໃນອາທິດນີ້ວ່າໄດ້ສັ່ງໃຫ້ ທ້າວ ເດວິດ ແບຣ໌ຣີ ຈູເນຍ ໄວອາຍຸ 29 ປີ ຕ້ອງເບິ່ງກາຕູນເລື່ອງ “ແບມບີ້” ຢ່າງໜ້ອຍເດືອນລະ 1 ຄັ້ງ ລະຫວ່າງຢູ່ໃນຄຸກ. ສ່ວນ ທ້າວ ເດວິດ ແບຣຣີ ຊີເນຍ (ອ້າຍ) ແລະ ທ້າວ ໄຄລ໌ ແບຣຣີ (ພໍ່) ບໍ່ມີລາຍງານຊັດເຈນວ່າຕ້ອງໄດ້ເບິ່ງກາຕູນແບມບີ້ຄືກັນ ຫຼື ບໍ່.

https://www.facebook.com/ABCWorldNewsNow/videos/988662411330232/

ດ້ານໄອຍະການເຂດລໍເຣນກ່າວສະແດງຄວາມຫວັງວ່າການເບິ່ງກາຕູນເລື່ອງນີ້ຈະຊ່ວຍກ່ອມໃຈທ້າວ ແບຣຣີ ຈູເນຍ ໂດຍກາຕູນເລື່ອງແບມບີ້ ອອກສາຍຄັ້ງທຳອິດໃນປີ 1942 ເປັນເລື່ອງເລົ່າຂອງລູກກວາງເພດຜູ້ຊື່ແບມບີ້ ທີ່ໃຊ້ຊີວິດລຳພັງທ່າມກາງເພື່ອນສັດນານາສາຍພັນໃນປ່າ ມີທັງສາກສະເທືອນໃຈຜູ້ຊົມຫຼາຍທີ່ສຸດ ເຊິ່ງທາງດິສນີ (ບໍລິສັດຜູ້ຜະລິດກາຕູນ ແລະ ໜັງ) ມີຈຸດປະສົງເພີ່ມການປູກຈິດສຳນຶກຂອງມະນຸດໃນການອະນຸລັກ ແລະ ບໍ່ຄຸກຄາມສັດປ່າ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews
ວິດີໂອປະກອບຂ່າວ: World News Now

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...