spot_img
Homeທຸລະກິດມະຫັດສະຈັນ ຫັດຖະກຳ ຕໍ່າພົມລາວ

ມະຫັດສະຈັນ ຫັດຖະກຳ ຕໍ່າພົມລາວ

Published on

ຄວາມມະຫັດສະຈັນ ທີ່ສົ່ງຕໍ່ຄຸນຄ່າ ແລະ ໂອກາດໃຫ້ແກ່ແມ່ຍິງລາວ

ໃນຮ່ອມນ້ອຍໆໃຈກາງເມືອງວຽງຈັນ ເປັນສະຖານທີ່ຕັ້ງຂອງໂຮງງານມະຫັດສະຈັນ ຫັດຖະກຳ

ຕໍ່າພົມລາວ ເຊິ່ງເປັນບ່ອນກຳເນີດງານສີມືອັນປານີດທີ່ງົດງາມອີກຂະແໜງໜຶ່ງຂອງຫັດຖະກຳລາວ. ເມື່ອທ່ານກ້າວເຂົ້າໄປດ້ານໃນ ທ່ານຈະເຫັນກີ່ສິບກວ່າກີ່ ຕັ້ງລຽນກັນຢ່າງເປັນລະບຽບ, ກີ່ຂອງຫັດຖະກຳຊະນິດນີ້ເປັນກີ່ຊົງຕັ້ງ ຕ່າງຈາກກີ່ຕໍ່າຫູກທົ່ວໄປ ແລະ ແຕ່ລະກີ່ຈະມີຄົນຕໍ່າແຕ່ 2–3 ຄົນ ຫຼື ບາງຄັ້ງກໍ່ມີເຖິງ 4–9 ຄົນ!

ມືຂອງເຂົາເຈົ້າແມ່ນສອດເສັ້ນໄໝຢ່າງວ່ອງໄວ ແລະ ສາຍຕາທີ່ມຸ່ງໝັ້ນປຽບດັ່ງບໍ່ຍອມໃຫ້ຄວາມຜິດພາດໃດໆເກີດຂຶ້ນກັບຜົນງານຊິ້ນເອກຂອງພວກເຂົາເຈົ້າໄດ້ເລີຍ ການສ້າງສັນຜົນງານດ້ວຍຈິນຕະນາການທີ່ສີມືລະອຽດອ່ອນ, ປານີດ ດ້ວຍເສັ້ນໄໝທຳມະຊາດ ແລະ ສີຍ້ອມຈາກພືດທຳມະຊາດທີ່ເປັນມິດກັບສິ່ງແວດລ້ອມ ແລະ ລວດລາຍທີ່ມີເອກະລັກພື້ນເມືອງບົ່ງບອກເຖິງວັດທະນະທຳລາວທີ່ມີຄວາມໂດດເດັ່ນ ໃຊ້ເວລາຍາວນານຈິ່ງສຳເລັດ ເຊິ່ງຈະໄດ້ມອບຄຸນຄ່າທີ່ເໜືອກາລະເວລາໃຫ້ແກ່ລູກຄ້າ.

ສ່ວນຫຼາຍເຮົາຈະເຫັນວ່າເສັ້ນໄໝຂອງລາວ ມັກຖືກນິຍົມຕໍ່າເປັນສິ້ນ, ເສື້ອ, ຜ້າພັນຄໍ ແລະ ເຄື່ອງນຸ່ງຫົ່ມແບບອື່ນໆ  . ແຕ່ທ່ານ ນາງ ສຸວິຕາ ປະເສີດ ຫຼື ເອື້ອຍລານີ ໄດ້ນຳເສັ້ນໄໝທີ່ທົນທານ ແລະ ສວຍງາມເຫຼົ່ານີ້ມາປະດິດສ້າງເປັນຜົນງານຫັດຖະກຳ ຂະແໜງໃໝ່ ນັ້ນກໍຄື “ພົມໄໝມ້ອນລາວ”  ທີ່ຊ່າງສີມືໜຸ່ມນ້ອຍເຫຼົ່ານີ້ກຳລັງເຮັດຢູ່ນັ້ນເອງ.

ມະຫັດສະຈັນ ຫັດຖະກຳ ຕໍ່າພົມລາວ ໄດ້ລວມເອົາປະເພນີຫັດຖະກຳຕໍ່າແຜ່ນແພພື້ນເມືອງຂອງລາວເຮົາ ປະສົມປະສານກັບເຕັກນິກໃໝ່ຈາກພາກກາງຂອງທະວີບອາຊີ ມາສ້າງສັນຜົນງານທີ່ມີເອກະລັກພິເສດ ເຊິ່ງບໍ່ແມ່ນຜະລິດຕະພັນຫັດຖະກຳທຳມະດາທົ່ວໄປ ແຕ່ແມ່ນ ຜະລິດຕະພັນວິຈິດສິນ.

ດ້ວຍຄວາມພະຍາຍາມຕະຫຼອດເກືອບ 20 ປີ ເອື້ອຍລານີ ແລະ ສາມີ ໄດ້ຖັກທໍມົນສະເໜ່ເໜືອກາລະເວລາ ແລະ ມອບໂອກາດໃຫ້ແກ່ແມ່ຍິງລາວທຸກຄົນທີ່ໄດ້ຮ່ວມຄວາມຝັນໄປກັບພວກເພິ່ນ, ສົ່ງເສີມກໍ່ສ້າງວິຊາຊີບຫັດຖະກຳຂະແໜງນີ້ໃຫ້ເອື້ອຍນ້ອງ ເພື່ອຊ່ວຍເຫຼືອຫຼຸດຜ່ອນ ໄພສັງຄົມ-ໄພຢາເສບຕິດ ແລະ ການວ່າງງານ ເຮັດໃຫ້ໄວໜຸ່ມມີວຽກເຮັດງານທຳ ມີລາຍຮັບທີ່ໝັ້ນຄົງ ສາມາດກຸ້ມຕົນເອງໄດ້.

“ໜຶ່ງໃນເປົ້າໝາຍຫຼັກຂອງພວກເຮົາ ແມ່ນຕ້ອງການຊ່ວຍເຫຼືອແມ່ຍິງຜູ້ດ້ອຍໂອກາດ  ແລະ ຄົນພິການ.ໂດຍມອບອາຊີບທີ່ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ”ກ່າວໂດຍ ເອື້ອຍລານີ.

ເງື່ອນໄຂຂອງຜູ້ຜະລິດກ່ອນອື່ນໝົດຕ້ອງເປັນຜູ້ທີ່ມີນໍ້າໃຈອົດທົນ , ມີຄວາມດຸໝັ່ນພາກພຽນ ພ້ອມດ້ວຍພອນສະຫວັນ ແລະ ພອນສະແຫວງຮັກອາຊີບ, ເງື່ອນໄຂ ແລະ ຄວາມພ້ອມທັງໝົດເຫຼົ່ານັ້ນ ຈິ່ງສາມາດສ້າງຜະລິດຕະພັນທີ່ເປັນໜ້າງຶດງໍ້ ອັດສະຈັນອອກມາໄດ້.

ບໍ່ພຽງແຕ່ເຕັກນິກ ແລະ ທັກສະຂັ້ນສູງສຸດທີ່ຖືກຖ່າຍທອດສູ່ແມ່ຍິງເຫຼົ່ານີ້ເທົ່ານັ້ນ ແຕ່ຄຸນຄ່າຂອງງານສີມືຫັດຖະກຳຈະໄດ້ຖືກສົ່ງມອບຮຸ່ນຕໍ່ຮຸ່ນ ເຊິ່ງຊ່ວຍໃຫ້ທຸລະກິດນີ້ປະສົບຜົນສຳເລັດໄດ້,  ເອື້ອຍລານີ ໄດ້ກ່າວວ່າ ລາຄາຂອງພົມ ແມ່ນຂຶ້ນກັບຄຸນລັກສະນະທີ່ລູກຄ້າຕ້ອງການ ແລະ ມັນຈະກາຍເປັນມໍລະດົກທີ່ລໍ້າຄ່າທີ່ຈະໄດ້ສົ່ງຕໍ່ເຖິງຮຸ່ນລູກຮຸ່ນຫຼານ.

“ພົມເປັນການລົງທຶນທີ່ໄດ້ເພີ່ມຄຸ່ນຄ່າໃນຕົວຂອງມັນເອງນັບມື້ມູນຄ່າກໍ່ຍິ່ງເພີ້ມຂຶ້ນ” ກ່າວໂດຍ ເອື້ອຍ ລານີ.

ນອກຈາກການຮັບປະກັນໃຫ້ຄຸນນະພາບທີ່ດີເລີດແລ້ວ ທາງໂຮງງານມີຄວາມຍິນດີທີ່ຈະໃຫ້ຄຳປືກສາ ແລະ ອອກແບບພົມທີ່ລູກຄ້າຕ້ອງການ ເພື່ອຕອບສະໜອງໃຫ້ໄດ້ຄວາມເພິ່ງພໍໃຈສູງສຸດ.

“ຖ້າຫາກທ່ານຕ້ອງການພົມໄໝມ້ອນລາວ ບໍ່ວ່າຈະເປັນສີສັນ ລວດລາຍພິເສດ, ລາຍສະເພາະ ຫຼື ລາຍທີ່ທ່ານມັກ ເຮົາສາມາດເສກໃຫ້ຄວາມຕ້ອງການຂອງທ່ານເປັນຈິງໄດ້.” ກ່າວໂດຍ ເອື້ອຍລານີ.

 

ຂໍ້ມູນເພີ່ມເຕີມ:

ໂຮງງານມະຫັດສະຈັນ ຫັດຖະກຳ ຕໍ່າພົມລາວ ຕັ້ງຢູ່ທີ່ບ້ານ ໜອງດ້ວງໃຕ້ ຮ່ອມ 1

ຫຼື ທາງໄປຮ້ານຫຼຽນໄຊໂລຫິດ ເຂົ້າຮ່ອມ 2 ບ້ານສີຫອມ

ເປີດເວລາ 09.00 – 17.00 (ຈັນ-ເສົາ)

ໂທ: 021 216 854, 020 5551 8189

magiclaocarpets.com

 

 

ແຫຼ່ງຂໍ້ມູນ:​ ວາລະສານຈໍາປາເມືອງລາວສະບັບເດືອນມັງກອນ-ກຸມພາ 2019

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...