Homeຂ່າວການພັດທະນາຈະທົດລອງຜະລິດໄຟຟ້າຈາກແສງຕາເວັນ ຢູ່ນະຄອນຫລວງວຽງຈັນ

ຈະທົດລອງຜະລິດໄຟຟ້າຈາກແສງຕາເວັນ ຢູ່ນະຄອນຫລວງວຽງຈັນ

Published on

 

ໃນ​ວັນ​ທີ 19 ​​ກັນຍານີ້ ຢູ່​ສຳນັກງານລັດ​ວິ​ສຫະກິດກໍ່ສ້າງ ​ແລະ ຕິດຕັ້ງ​ໄຟຟ້າ (ກຕຟ), ນະຄອນຫລວງວຽງຈັນ ໄດ້ມີພິທີ

ລົງນາມບົດບັນທຶກຄວາມເຂົ້າໃຈ ໃນການພັດທະນາຜະລິດໄຟຟ້າຈາກແສງຕາເວັນ ລະຫວ່າງທ່ານ ບຸນ​ທຳ ​ແສນ​ພັນ​ສີຣິ

ອຳນວຍການ​ (ກຕຟ) ​ແລະ ທ່ານ ຢາງ ຈຽນ ຕາງໜ້າບໍລິສັດໄຟຟ້າ​ນ້ຳຕົກ ສປ ຈີນ,​ ເພື່ອ​ສຳ​ຫລວດ ​ແລະ ສ້າງ​ບົດ​ວິ

ພາກ​ເສດຖະກິດ ກ້າວ​ໄປ​ເຖິງ​ການຕິດຕັ້ງສະຖານີຜະລິດ​ໄຟຟ້າ​ແສງຕາ​ເວັນ ຢູ່ນະຄອນຫລວງ​ວຽງຈັນ, ເຊິ່ງຄາດ​ວ່າ​ຈະ​

ສ້າງຕັ້ງເປັນ​ໂຄງການ​ຕົວ​ແບບດ້ານ​ເຕັກ​ໂນ​ໂລ​ຊີຜະລິດ​ພະລັງງານ​ທີ່​ສະອາດ ບໍ່ສົ່ງ​ຜົນກະທົບ​ຕໍ່ສິ່ງ​ແວດ​ລ້ອມໂດຍ​ມີ​

ເປົ້າໝາຍສະໜອງໃຫ້ໄຟຟ້າ​ລາວ​ໃນ​ອະນາຄົດ.

 

ທ່ານ ອຳນວຍການ​ (ກຕຟ) ກ່າວວ່າ: ໂຄງການ​ນີ້, ຈະ​ເລີ່ມການທົດລອງ​ໃນ​ເຂດ​ນິຄົມ​ອຸດສາຫະກຳຫລັກ 21, ນະຄອນ

ຫລວງວຽງຈັນ, ​ໂດຍ​ຈະ​ເລືອກ​ເອົາພື້ນທີ່​ເຂດ​ທີ່​ບໍ່ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດກະສິກຳໄດ້ ແລະ ຫາກ​ໂຄງການ​ໄດ້ຮັບ​

ການຈັດຕັ້ງປະຕິບັດ​ຕົວ​ຈິງ​ໃນຕໍ່ໜ້າ ຈະ​ປະກອບສ່ວນ​ສຳຄັນເຂົ້າ​ໃນ​ການ​ພັດທະນາ​ໄຟຟ້າ​ພະລັງ​ແສງຕາ​ເວັນ, ເຊິ່ງຈະ​

ຊ່ວຍ​ຫລຸດຜ່ອນ​ການ​ນຳ​ເຂົ້າ​ກະ​ແສ​ໄຟຟ້າຈາກ​ປະ​ເທດ​ໃກ້ຄຽງ ແລະ ການ​ພັດທະນາ​ພະລັງງານ​ທົດ​ແທນ​ແມ່ນ​ບູລິມະສິດ

​ສຳຄັນທີ່ ສປປ ລາວ ໄດ້​ມີ​ຄວາມ​ພະຍາຍາມ​ຄົ້ນ​ຄວ້າ ແລະ ​ເສີມ​ຂະຫຍາຍ​ໃຫ້​ກວ້າງຂວາງ, ແນ​ໃສ່​ຕອບ​ສະໜອງກະ​ແສ

​ໄຟຟ້າຕາມ​ຄວາມ​ຕ້ອງການຊົມ​ໃຊ້​ຂອງ​ປະຊາຊົນ​ບັນດາ​ເຜົ່າໃຫ້ພຽງພໍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...