Homeຂ່າວພາຍ​ໃນອຳນວຍການນ້ຳປະປາ ຊີ້ແຈງຕື່ມການເກັບເງິນຄ່າບຳລຸງຮັກສາໝໍ້ແທກນ້ຳ

ອຳນວຍການນ້ຳປະປາ ຊີ້ແຈງຕື່ມການເກັບເງິນຄ່າບຳລຸງຮັກສາໝໍ້ແທກນ້ຳ

Published on

 

ເນື່ອງຈາກຄວາມບໍ່ເຂົ້າໃຈຂອງປະຊາຊົນ ຜູ້ຊົມໃຊ້ນ້ຳຢູ່ໃນນະຄອນຫລວງວຽງຈັນ ກ່ຽວກັບການເກັບເງິນຄ່າບຳລຸງ

ຮັກສາໝໍ້ແທກນ້ຳຂອງລັດວິສາຫະກິດນ້ຳປະປານະຄອນຫລວງວຽງຈັນໃນແຕ່ລະເດືອນ, ຊຶ່ງບັນຫານີ້ ທາງຜູ້ຮັບຜິດ

ຊອບພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈງຫລາຍຄັ້ງ ແຕ່ຜູ້ຊົມໃຊ້ຈຳນວນໜຶ່ງ ຍັງບໍ່ທັນເຂົ້າໃຈກໍໃຫ້ເກີດມີຫາງ

ສຽງຈົ່ມວ່າຕາມຄວາມເຂົ້າໃຈຂອງແຕ່ລະຄົນ.

 

ດັ່ງນັ້ນ ເພື່ອເຮັດໃຫ້ບັນຫານີ້ມີຄວາມກະຈ່າງແຈ້ງ ແລະ ເປັນທີ່ເຂົ້າໃຈຂອງທຸກຄົນນັກຂ່າວໜັງສືພິມລາວພັດທະ

ນາຈຶ່ງໄດ້ສະເໜີຂໍສຳພາດ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການໃຫຍ່ລັດວິສາຫະກິດນ້ຳປະປານະຄອນຫລວງ

ວຽງຈັນ, ຊຶ່ງທ່ານໄດ້ໃຫ້ຄຳກະຈ່າງແຈ້ງຕື່ມຕໍ່ກັບຂໍ້ຂ້ອງໃຈດັ່ງກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນຳກັນແລ້ວ, ການເກັບ

ຄ່ານ້ຳປະປາ, ຄ່າໄຟຟ້ານັບທັງການເກັບຄ່າບຳລຸງຮັກສາໝໍ້ແທກນ້ຳຈາກຜູ້ຊົມໃຊ້ ແມ່ນລັດຖະບານເປັນຜູ້ກຳນົດ

ໃຫ້ໃນແຕ່ລະໄລຍະ, ໂດຍລັດວິສາຫະກິດຂອງຕົນ ຈະບໍ່ສາມາດຂຶ້ນ-ລົງລາຄາຕໍ່ຜູ້ຊົມໃຊ້ຕາມພາລະການ ຄືດັ່ງທີ່ຜູ້

ໃຊ້ຫລາຍຄົນເຂົ້າໃຈສະເໜີຢາກໃຫ້ນ້ຳປະປາເຊົາເກັບຄ່າບຳລຸງຮັກສາໝໍ້ວັດແທກນ້ຳ, ໂດຍສະເພາະໃນກໍລະນີເປ່

ເພຕ່າງໆເຊັ່ນ: ບໍ່ສາມາດອ່ານຕົວເລກໄດ້, ແຕກຫັກ ແລະ ໝໍ້ແທກນ້ຳຕາຍ, ຕໍ່ກັບບັນຫານີ້ມີຫາງສຽງຈຳນວນ

ໜຶ່ງຢາກໃຫ້ຜູ້ບໍລິໂພກ ເປັນຜູ້ຮັບພາລະເອງໃນການປ່ຽນຖ່າຍຕ່າງໆດ້ວຍການໃຊ້ທຶນຕົນເອງ ເມື່ອມາເບິ່ງຕົວ

ຈິງແລ້ວ ທາງລັດວິສາຫະກິດນ້ຳປະປາກໍບໍ່ມີຍັງຂັດຂ້ອງ, ແຕ່ເມື່ອໄດ້ຮັບຄຳສັ່ງຂອງຂັ້ນເທິງ ລັດວິສາຫະກິດຂອງ

ຕົນແມ່ນຍິນດີປະຕິບັດ, ເພາະວ່າທີ່ຜ່ານມາການເກັບຄ່າບຳລຸງຮັກສາ ມັນກໍບໍ່ຕົກເປັນຈຳນວນຫລາຍພຽງແຕ່

ເກັບ 3.600 ກີບ/ເດືອນ ຄິດສະເລ່ຍຈະຕົກ ເປັນປະມານ 40.000 ກີບ/ປີ, ເຊິ່ງເງິນຈຳນວນນີ້ ພວກເຮົາ ໄດ້ເກັບແຮ

ໄວ້ເພື່ອອຳນວຍຄວາມສະດວກໃນເວລາໝໍ້ແທກນ້ຳຊຸດໂຊມເປ່ເພ ທາງລັດວິສາຫະກິດຈະຕ້ອງໄດ້ທຳການປ່ຽນຖ່າຍ

ທັນກັບເວລາ, ໂດຍບໍ່ຄິດໄລ່ຄ່າປ່ຽນຖ່າຍກັບຜູ້ຊົມໃຊ້ແຕ່ຢ່າງໃດ, ຊຶ່ງທີ່ຜ່ານມາຫລາຍຄົນເຂົ້າໃຈວ່າ ການເກັບເງິນ

ດັ່ງກ່າວຂອງລັດວິສາຫະກິດ ແມ່ນຫວັງຜົນກຳໄລ ຫາກທຸກຄົນຍັງຄິດເຖິງບັນຫານີ້ເຫັນວ່າເປັນຄວາມຄິດທີ່ບໍ່ສົມ

ເຫດສົມຜົນ ເພາະວ່ານ້ຳປະປາແມ່ນມາຈາກປະຊາຊົນ ແລະ ເພື່ອປະຊາຊົນ ນັບວ່າເປັນການຢາກທີ່ຈະໂກງກິນຜົນ

ກຳໄລຈາກປະຊາຊົນຄືດັ່ງທີ່ຄິດໄວ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...