Homeຂ່າວຕ່າງປະເທດຄວາມຕາຍບໍ່ອາດພາກ! ພົບໂຄງກະດູກນອນຈັບມືຮຽງກັນ ມາດົນກ່ວາ 700 ປີ!

ຄວາມຕາຍບໍ່ອາດພາກ! ພົບໂຄງກະດູກນອນຈັບມືຮຽງກັນ ມາດົນກ່ວາ 700 ປີ!

Published on

 

ນັກບູຮານຄະດີຂຸດພົບໂຄງກະດູກມະນຸດ ນອນຈັບມືຮຽງຂ້າງກັນມາດົນກ່ວາ 700 ປີ ທີ່ຊາກຂອງໂບດທາງພາກກາງ

ຂອງປະເທດອັງກິດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກັນຍານີ້ວ່າ ນັກບູຮານຄະດີໃນອັງກິດ ຄົ້ນພົບໂຄງກະດູກມະນຸດນອນ

ຈັບມືຮຽງຂ້າງກັນມາດົນກ່ວາ 700 ປີ ໂດຍພົບເມື່ອສອງອາທິດກ່ອນ ແລະ ຫາກໍມີການເຜີຍແຜ່ພາບອອກມາ ເມື່ອ

ວັນພະຫັດທີ 18 ກັນຍາ 2014 ອັນເປັນທີ່ຮືຮາເທິງໂລກອອນລາຍໃນປະຈຸບັນ.

 

ນັກບູຮານຄະດີຂອງມະຫາວິທະຍາໄລເລສເຕີ ຂຸດພົບໂຄງກະດູກຂອງຄູ່ນີ້ທີ່ຊາກໂບດເຊັນມໍເຣນ ເມືອງເລສເຕີເຊຍ

ໂດຍໂບດແຫ່ງນີ້ເຄີຍເປັນຈຸດໝາຍຂອງຜູ້ສະແຫວງບຸນໃນເມືອງຮອນລາຕັນ ເມື່ອຍຸກສະຕະວັດທີ 14 ແລະ ຂະນະນີ້

ໄດ້ກາຍເປັນສະຖານທີ່ຂຸດຄົ້ນທາງບູຮານຄະດີເຖິງ 4 ໂຄງການ ໂດຍນອກຈາກໂຄງກະດູກທັງສອງນີ້ແລ້ວ ພວກເຂົາ

ຍັງຄົ້ນພົບໂຄງກະດູກອື່ນໆອີກຈຳນວນ 9 ຮ່າງ.

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...