Homeຂ່າວຕ່າງປະເທດຄອບຄົວຜູ້ເຄາະຮ້າຍ MH17 ຖືກຍິງຕົກ ກຽມຟ້ອງອູແກຣນ ຂ້າຄົນໂດຍປະໝາດ

ຄອບຄົວຜູ້ເຄາະຮ້າຍ MH17 ຖືກຍິງຕົກ ກຽມຟ້ອງອູແກຣນ ຂ້າຄົນໂດຍປະໝາດ

Published on

 

ຄອບຄົວຂອງຜູ້ເຄາະຮ້າຍ MH17 ກຽມຟ້ອງລັດຖະບານອູແກຣນ ຂ້າຄົນໂດຍປະໝາດ ບໍ່ຍອມປິດນ່ານຟ້າຈົນເຮືອບິນ

ຖືກຂີປະນາວຸດຍິງຕົກ.

 

ເມື່ອວັນທີ 22 ກັນຍາ 2014 ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ຄອບຄົວຂອງຜູ້ເຄາະຮ້າຍ MH17 ຊາວເຢຍ

ລະມັນ ກຽມຟ້ອງລັດຖະບານ ແລະ ປະທານາທິບໍດີອູແກຣນ ຖານຂ້າຜູ້ອື່ນໂດຍປະໝາດ ຈາກເຫດເຮືອບິນມາເລເຊຍ

ແອຣ໌ລາຍ ຖ້ຽວບິນ MH17 ຖືກຂີປະນາວຸດຍິງຕົກ ຈົນຂ້າຊີວິດລູກເຮືອ ແລະ ຜູ້ໂດຍສານຍົກລຳ 298 ຊີວິດ.

 

ສາດສະດາຈານ ເອນມາ ກີລູນລາ ທະນາຍຂອງ 3 ຄອບຄົວຜູ້ເສຍຊີວິດຊາວເຢຍລະມັນໄດ້ເປີດເຜີຍວ່າ ພາຍໃຕ້ກົດ

ໝາຍລະຫວ່າງປະເທດ ອູແກຣນຄວນຈະປິດນ່ານຟ້າ ຫາກບໍ່ສາມາດຮັບປະກັນຄວາມປອດໄພດ້ານການບິນໄດ້ ທາງ

ການມີໜ້າທີ່ຈະຕ້ອງຮັບຜິດຊອບດ້ານຄວາມປອດໄພເທິງນ່ານຟ້າຂອງຕົນເອງ, ດັ່ງນັ້ນ ລັດຖະບານອູແກຣນຕ້ອງ

ຮັບຜິດຊອບຕໍ່ໂສກນາດຕະກຳໃນຄັ້ງນີ້ ແລະ ເຂົາຈະຟ້ອງຄະດີນີ້ຕໍ່ສານສິດທິມະນຸດເອີລົບ ໂດຍຈະຟ້ອງປະທານາທິ

ບໍດີ ແລະ ລັດຖະບານອູແກຣນ ໂທດຖານຂ້າຄົນໂດຍປະໝາດ ເຊິ່ງຈະຮຽກຮ້ອງຄ່າຊົດເຊີຍໃຫ້ກັບຄອບຄົວຜູ້ເສຍຊີ

ວິດຜູ້ລະປະມານ 13 ຕື້ກີບ.

 

ສຳລັບເຫດການເຮືອບິນມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH17 ຖືກຂີປະນາວຸດຍິງຕົກ ແມ່ນເກີດຂຶ້ນເມື່ອວັນທີ

17 ກໍລະກົດ 2014 ທີ່ຜ່ານມາ ລະຫວ່າງທີ່ເຮືອບິນລຳດັ່ງກ່າວກຳລັງເດີນທາງຈາກ ນະຄອນອາມສະເຕີດາມ ຂອງ

ໂຮນລັງ ໄປຍັງນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ເຊິ່ງຜູ້ໂດຍສານສ່ວນໃຫຍ່ແມ່ນເປັນຊາວໂຮນລັງ.

 

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...