Homeຂ່າວການພັດທະນາລັດຖະບານຍີ່ປຸ່ນມອບອຸ​ປະ​ກອນ​ການ​ແພດ​ ໃຫ້ໂຮງ​ໝໍ​ມະ​ໂຫ​ສົດ

ລັດຖະບານຍີ່ປຸ່ນມອບອຸ​ປະ​ກອນ​ການ​ແພດ​ ໃຫ້ໂຮງ​ໝໍ​ມະ​ໂຫ​ສົດ

Published on

 

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ໃນໂຄງການປັບ​ປຸງອຸ​ປະ​ກອນ​ການ​ແພດ ໃຫ້ແກ່ພະ​ແນກ ຫູ, ດັງ, ຄໍ,

ໂຮງ​ໝໍ​ມະ​ໂຫ​ສົດ ພາຍ​ໃຕ້ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ ຫລື GGP ລວມມູນຄ່າ

121,090 ໂດລາສະຫະລັດ ຫລື ປະມານ 9 ຮ້ອຍກວ່າລ້ານກີບ.

 

ພິ​ທີ​ມອບ​ຮັບ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຂື້ນ​ທີ່​ໂຮງ​ໝໍ​ມະ​ໂຫ​ສົດ, ​ໂດຍທ່ານ ຮິ​ໂຣະ​ຢຸ​ກິ ​ຄິຊິ​ໂນະ, ເອກອັກຄະຣາຊະທູດ

ຍີ່ປຸ່ນ ປະຈໍາ ສປປ ລາວ​ ກ່າວມອບ ແລະ ທ່ານ ດ​ຣ ບຸນ​ທະ​ພາ​ນີ ບຸນ​ຊ່ວຍ, ຜູ້ອຳ​ນວຍ​ການ​ໂຮງ​ໝໍ​ມະ​ໂຫ​ສົດກ່າວຮັບ

ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ ທ່ານ ດ​ຣ ບຸນ​ກອງ ສີ​ຫາ​ວົງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ພ້ອມ​ກັນ

​ນັ້ນ, ສະ​ມາ​ຊິກສະ​ພາ​ຍີ່​ປຸ່ນຈຳ​ນວນ 3 ທ່ານ ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມລັດ​ຖະ​ສະ​ພາອາ​ຊຽນ ຄັ້ງ​ທີ 35 ທີ່​ວຽງ​ຈັນ,

ນຳ​ພາ​ໂດຍ ​ທ່ານ ຊິມ​ເປ ມັດ​ສຶ​ຊິ​ຕະ, ທ່ານ ໂທ​ະຊິ​ໂອະ ອິ​ຊິ​ກະ​ມິ ແລະ ​ທ່ານ ດ​ຣ ໂກະ​ໂຊະ ອະ​ກິ​ໂນະ ກໍ່​ໃຫ້ກຽດ​ເຂົ້າ​ຮ່ວມ

ເປັນ​ສັກ​ຂີ​ພະ​ຍານເຊັ່ນ​ດຽວ​ກັນ.

ໂດຍ​ຜ່ານ​ໂຄງ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ມອບກ້ອງ​ຈຸ​ລະ​ທັດ, ກ້ອງ​ສ່ອງພາຍ​ໃນ (Endoscope) ທີ່​ພ້ອມ​ກັບ

​ຈໍ​ສະ​ແດງ​ຜົນ ແລະ ທໍ່ສ່ອງ (suction instrument)  ໃຫ້​ແກ່​ທາງພະ​ແນກ ຫູ, ດັງ, ຄໍ, ໂຮງ​ໝໍ​ມະ​ໂຫ​ສົດ. ​ໃນ​ແຕ່​ລະ​ປີ​

ມີ​ຄົນ​ເຈັບ​ມາ​ປິ່ນ​ປົວ​ປະ​ມານ 31.000 ຄົນ ແລະ ມີ​ກໍລະນີ​ຜ່າ​ຕັດຫລາຍ​ກ່​ວາ 450 ຄັ້ງ. ຈຸດ​ປະ​ສົງ​ຂອງ​ໂຄງ​ການກໍ​

ແມ່ນ​ເພື່ອພັດ​ທະ​ນາ​ຄຸນ​ນະ​ພາບ​ຂອງ​ການ​ບົ່ງ​ມະ​ຕິ​ພະ​ຍາດ, ການ​ປິ່ນ​ປົ​ວ ແລະ ການ​ຜ່າ​ຕັດ ເພື່ອຫລຸດ​ຜ່ອນ​ຄ່າ​ໃຊ້

​ຈ່າຍ​ໃຫ້​ຄົນ​ເຈັບ​ທີ່ບໍ່​ຈຳ​ເປັນ​ຕ້ອງເດີນ​ທາງ​ໄປ​ຮັກ​ສາ​ປິ່ນ​ປົວ​ຢູ່​ຕ່າງ​ປະ​ເທດນຳ​ອີກ.

ທ່ານ ດ​ຣ ໂກ​ໂຊະ ອາ​ຄິ​ໂນະ, ສະ​ມາ​ຊິກຜູ້​ແທນ​ສະ​ພາ​ຍີ່​ປຸ່ນ ແລະ ທ່ານ​ເອງກໍຍັງເປັນທ່ານ​ໝໍ, ໄດ້​ກ່າວ​ເຖິງ​ຄ​ວາມ​ສຳ

​ຄັນ​ຂອງ​ການ​ບົ່ງ​ມະ​ຕິ​ພະ​ຍາດ ແລະ ການ​ປິ່ນ​ປົ​ວທີ່​ໃຊ້​ ເຄື່ອງ​ມືກ້ອງ​ສ່ອງ​ພາຍ​ໃນ​ທີ່​ທັນ​ສະ​ໄໝ​ນີ້​ວ່າ​ “ການ​ກວດພະ​

ຍ​າດ ແລະ ບົ່ງ​ມະ​ຕິ​ພະ​ຍາດ ​ແບບ​ວິ​ທະ​ຍາ​ສາດ ຜ່ານ​ຈໍ​ສະ​ແດງ​ຜົນ ຈະ​ຊ່ວຍ​ໃຫ້​ມີ​ຄວາມ​ເຊື່ອ​ໝັ້ນລະ​ຫ່​ວາງ ທ່ານ​ໝໍ

ແລະ ຄົນ​ເຈັບ” ແລະ ທ່ານກໍຍັງ​ຫວັງ​ວ່າ ຍີ່​ປຸ່ນ ຈະ​ຊ່ວຍສ້າງ​ຄ​ວາມ​ອາດ​ສາ​ມາດ​ໃຫ້​ແກ່​ຜູ້​ທີ່​ໃຊ້​ອຸ​ປະ​ກອນ​ການ​ແພດ​

ດັ່ງ​ກ່າວ.

ທ່ານ ​ທູດ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ແກ່​ບັນ​ດາ​ພາກ​ສ່ວນທີ່​ກ່ຽວ​ຂ້ອງ​ຕ່າງໆ ທີ່ໄດ້ເອົາໃຈໃສ່ ສາມາດເຮັດໃຫ້ໂຄງການນີ້

ປະສົບຜົນ​ສຳ​ເລັດ​ໄດ້ດ້ວຍດີ  ແລະ ສະແດງຄວາມຫວັງວ່າຈະ​ຮັກ​ສາ​ອຸ​ປະ​ກອນ​ການ​ແພດ​ໃຫ້​ຢູ່​ໃນສະ​ພາບ​ດີ ເພື່ອ​ທີ່​

ຈະ​ໄດ້​ຮັບ​ໃຊ້​ຄົນເຈັບໄດ້ໃນ​ເວ​ລາ​ດົນ.

ຍີ່​ປຸ່ນ​ໄດ້​ມີ​ສາຍ​ສຳ​ພັນ​ອັນ​​ຍາວ​ນານກັບ​ທາງ ໂຮງໝໍ​ມະ​ໂຫ​ສົດ ໂດຍ​ພາຍ​ໃຕ້​ໂຄງ​ການ GGP, ຍີ່​ປຸ່ນ​ໄດ້​ປະ​ຕິ​ບັດ 4 ໂຄງ

​ການ​ຄືເຊິ່ງ​ລວມມີ ການບູ​ລະ​ນະ​ຕຶກ​ອາ​ຄານ, ການກໍ່​ສ້າງ​ຫ້ອງ​ຄົນເຈັບທີ່ພະ​ແນກ​ຕາ ແລະ ຫ້ອງວິ​ໄຈ ຕັ້ງ​ແຕ່​ປີ

2012, ຍີ່​ປຸ່ນໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຕົວ​ແບບ​ທີ່​ໂຮງ​ໝໍມະ​ໂຫ​ສົດ​ ໂດຍສຸມ​ໃສ່​ການ​ບໍ​ລິ​ການ​ຂອງ​ພະ​ຍາ​ບານ ​ເຊິ່ງ

ເປັນ​ສ່ວນ​ໜຶ່ງ​ຂອງ​ ໂຄງ​ການພັດ​ທະ​ນາ​ບຸກ​ຄະ​ລາ​ກອນ​ເພື່ອ​ຮັກ​ສາສຸ​ຂະ​ພາບ​ຂອງ​ແມ່ ແລະ ເດັກ.

ຍີ່​ປຸ່ນ ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ລາວ​ໃນ​ການພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ​ມາ​ເປັນ​ເວ​ລາຫລາຍ​ປີ, ຕັ້ງ​ແຕ່​ປີ 1989 ຈົ​ນ

​ຮອດ​ປັດ​ຈຸ​ບັນ ໂດຍ​ຜ່ານ​ໂຄງ​ການ GGP, ຍີ່​ປຸ່ນໄດ້​ໃຫ້ທຶນ​ຊ່ວຍ​ເຫລືອ ຈຳ​ນວນ 444 ໂຄງ​ການ​ ໃນຂະ​ແໜງການ​ສຶກ​

ສາ, ພື້ນ​ຖານ​ໂຄງ​ລ່າງ ແລະ ລວມ​ມີ 125 ໂຄງ​ການຂອງສາ​ທາ​ລະ​ນະ​ສຸກ ແລ​ະ ອື່ນໆ ເປັນ​ຈຳ​ນວນ 3,3 ພັນ​ລ້ານ​ເຢັນ

ຫລື ປະ​ມານ 31,4 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ດ້ອ​ຍ​ໂອ​ກາດ​ທົ່​ວ​ທຸກ​ພາກ​ຂອງ​

ປະ​ເທດ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...