Homeຂ່າວການພັດທະນາຈະປ່ຽນຫຼອດໄຟ 50 ອາຄານ ຫຼຸດຜ່ອນການນຳໃຊ້ພະລັງງານ

ຈະປ່ຽນຫຼອດໄຟ 50 ອາຄານ ຫຼຸດຜ່ອນການນຳໃຊ້ພະລັງງານ

Published on

 

ທະນາຄານ​ໂລກ (World Bank) ໄດ້​ໃຫ້​ເງິນ​ຊ່ວຍເຫຼືອ​ລ້າແກ່​ລັດຖະບານ​ລາວ ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ໂຄງການ​ຄຸ້ມ​ຄອງ

​ການນຳ​ໃຊ້​ພະລັງງານ​ໄຟຟ້າ​ຢ່າງ​ມີ​ປະສິດທິ​ພາບ ແລະ ການ​ອະນຸ​ຮັກພະລັງງານ ໂດຍ​ໄດ້​ມອບ​ໃຫ້​ລັດວິ​ສາ​ຫະ​ກິດ​ໄຟ

ຟ້າ​ລາວ ເປັນ​ຜູ້ດຳເນີນ​ໂຄງການ ເຊິ່ງ​ໂຄງການໄດ້​ແບ່ງ​ອອກ​ເປັນ 2 ໄລຍະ​ຄື ໄລຍະ​ທີ​ໜຶ່ງ ແຕ່​ປີ 2007 ຫາ​ປີ 2010

ແລະ ໄລຍະ​ທີ 2 ເລີ່ມ​ແຕ່ເດືອນ​ຕຸລາ ປີ 2011 ຫາ​ປີ 2015.

 

ໂຄງການ​ຄຸ້ມ​ຄອງ​ການ​ນຳໃຊ້​ພະລັງງານ​ໄຟຟ້າ ​ຢ່າງ​ມີ​ປະສິດທິ​ພາບ ແລະ ການ​ອະນຸ​ຮັກ ໄດ້​ຈັດ​ຕັ້ງ​ປະຕິບັດ​ຂຶ້ນ​ເພື່ອ

​ປ່ຽນຖ່າຍ​ຫຼອດ​ໄຟ​ນິ​ອອນ ​ທີ່​ນຳ​ໃຊ້​ໃນປັດຈຸບັນ​ນີ້ ເຊິ່ງ​ເອີ້ນ​ວ່າ​ລຸ້ນ​ນ້ຳເບີ T8 ໃຊ້​ແກນ​ເຫຼັກ​ກິນ​ໄຟ​ຫຼາຍກວ່າ​ຫຼອດ​ນິ

​ອອນ ​ທີ່​ຈະ​ນຳ​ມາປ່ຽນ​ຄື​ລຸ້ນ T5 ທີ່​ກິນ​ໄຟ​ໜ້ອຍ ​ມີອາຍຸ​ການ​ໃຊ້​ງານ​ດົນ​ກວ່າ ​ພ້ອມທັງ​ປະຢັດ​ພະລັງງານ​ດີ​ກວ່າ.

 

ສະນັ້ນ ໃນ​ວັນ​ທີ 18 ກັນຍາ 2014 ທາງ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ​ຈຶ່ງ​ໄດ້​ນຳ​ເອົາ​ອຸປະກອນໄຟຟ້າ ເຊິ່ງ​ນອນ​ຢູ່​ໃນ​ໂຄງ

ການດັ່ງກ່າວ ມາ​ມອບ​ໃຫ້​ວິທະຍຸ​ກະຈາຍ​ສຽງ​ແຫ່ງ​ຊາດ​ລາວ ເຊິ່ງນອນ​ໃນ 50 ອາຄານ​ໃນ ນວ ອຸປະກອນ​ດັ່ງກ່າວ​ປະ

ກອບ​ມີ ດອກໄຟ T5 ຫົວຕໍ່​ດອກໄຟ ​ບາ​ຫຼາດອີ​ເລັກ​ໂຕ​ນິກ​ ສະ​ວິດ​ກະຕຸກແອເຢັນ ໂຄມໄຟ​ສະທ້ອນ ລວມ​ມູນຄ່າ 59

ລ້ານ​ກວ່າ​ກີບ ຕາງໜ້າມອບໂດຍ​ທ່ານ ວາດ​ສະໜາ ເພັດ​ລຳ​ພັນ ຮອງ​ຫົວໜ້າ​ໂຄງການ​ຄຸ້ມ​ຄອງ ​ການ​ນຳ​ໃຊ້​ພະລັງ

ງານ​ໄຟຟ້າ​ຢ່າງ​ມີ​ປະສິດທິພາບ ແລະ ການ​ອະນຸ​ຮັກ​ພະລັງງານ ແລະ ຮັບ​ໂດຍ​ທ່ານ ສີ​ພາ ນົງລາດ ຜູ້ອຳນວຍການ

​ໃຫຍ່ ​ວິທະ​ຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ໂດຍ​ມີ​ພະນັກງານ​ຂອງ​ທັງ​ສອງຝ່າຍ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...