spot_img
Homeຂ່າວທ້ອງຖິ່ນຄໍາສັ່ງ 15/ນຍ ໄດ້ຮັບຜົນດີເກີນຄາດ 1 ປີສ້າງລາຍຮັບເກືອບ 2 ລ້ານໂດລາ

ຄໍາສັ່ງ 15/ນຍ ໄດ້ຮັບຜົນດີເກີນຄາດ 1 ປີສ້າງລາຍຮັບເກືອບ 2 ລ້ານໂດລາ

Published on

ພາຍຫຼັງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງລຸນ ສີສຸລິດ ຢືນ​ຢັນ​ວ່າ ໄດ້​ອອກ​ຄຳ​ສັ່ງ​ປິດ​ໂຮງ​ງານ​ໄມ້ທີ່ບໍ່​ໄດ້​ມາດ​ຕະ​ຖານ ເລກ​ທີ 15/ນຍ ໃນ​ຮອບ 1 ປີ ຜ່ານ​ມາ ໄດ້​ສັ່ງ​ປິດ​ໂຮງ​ງານ​ໄມ້ 952 ແຫ່ງ ພ້ອມ​ທັງຍຶດ​ໄມ້​ຜິດ​ກົດ​ໝາຍ ແລະ ​ນຳ​ອອກ​ປະ​ມູນ​ຂາຍ​ໄດ້​ເງິນ​ເຂົ້າ​ລັດ​ແລ້ວເກືອບ 2 ລ້ານ​ໂດ​ລາ ຫຼື ເທົ່າກັບ 34 ຕື້​ກວ່າ​ກີບ ຈາກ​ທີ່​ເຄີຍ​ມີ​ຢູ່​ທັງ​ໝົດ 2,102 ແຫ່ງ​ໃນ​ທົ່ວ​ປະ​ເທດ​ຍັງ​ເຫຼືອ​ໂຮງ​ງານ​ໄມ້ 1,150 ແຫ່ງໃນ​ປັດ​ຈຸ​ບັນ.

​ທ່ານ ທອງ​ລຸນ ສີສຸລິດ ຢືນ​ຢັນ​ວ່າ: ການ​ປະ​ຕິ​ບັດ​ຄໍາ​ສັ່ງເລກ​ທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ໄມ້​ທ່ອນ ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດຂາດ ນັບແຕ່ເດືອນ​ພຶ​ດສະພາ 2016 ​ເປັນ​ຕົ້ນ​ມາ. ປັດ​ຈຸ​ບັນ, ສາ​ມາດ​ປະ​ມູນ​ຂາຍ​ໄມ້ ແລະ​ ຍຶດ​ເອົາ​ເຂົ້າ​ງົບ​ປະ​ມານໄດ້​ແລ້ວ​ເກືອບ 2 ລ້ານໂດລາ ຫຼື ເທົ່າກັບ 34 ຕື້ກວ່າ​ກີບ. ກ່ອນຄໍາ​ສັ່ງດັ່ງກ່າວ, ມີ​ໂຮງ​ງານ​ອຸດ​ສາ​ຫະ​ກຳ​ໄມ້ ທັງ​ໝົດ ຢູ່​ປະ​ເທດ​ເຮົາ​ນີ້ເຖີງ 2,102 ໂຮ​ງ​ງານ ແຕ່ພາຍ​ຫຼັງ​ປະ​ກາດ​ນຳ​ໃຊ້​ຄຳ​ສັ່ງ​ດັ່ງ​ກ່າວ ສາມາດກວດ​ກາ​ຄືນ ພ້ອມຍຸບ​ເລີກໂຮງ​ງານ​ໄມ້ທີ່ບໍ່​ໄດ້​ມາດຕະ​ຖານເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ປັດ​ຈຸ​ບັນ, ​ຢູ່​ທົ່ວປະ​ເທດໂຮງງານໄມ້ຍັງເຫຼືືອ​ປະ​ມານ1,150 ແຫ່ງ.

ຈາກຄຳສັ່ງດັ່ງກ່າວ, ​ຕະ​ຫຼອດ​ປີ 2017 ຜ່ານ​ມາ ໜ່ວຍ​ສະ​ເພາະ​ກິດ​ຂອງລັດຖະບານ​ລາວ ​ໄດ້​ມີ​ຄຳ​ສັ່ງ​ປິດໂຮງງານ​ປຸງ​ແຕ່ງ​ໄມ້​ທີ່​ລະ​ເມີດ​ຄຳ​ສັ່ງ​ 1,545 ​ແຫ່ງ​ ຈາກ​ການ​ກວດກາ​ທັງ​ໝົດ2,857 ​ແຫ່ງ ​ແລະ ຍັງ​ກວດ​ພົບ​ການລະ​ເມີດ​ຈຳນວນ 630 ກໍລະນີ,​ ຈັບ​ກຸມ​ຜູ້​ກະທຳ​ຜິດ​ໄດ້ 700 ຄົນ ​ໃນ​ນີ້, ມີ​ພະນັກ​ງານ​ຂອງ​ລັດຖະບານຮ່ວມກະທຳ​ຄວາມ​ຜິດ 421 ຄົນ (​ກຸ່ມ​ຜູ້​ລັກ​ລອບຄ້າໄມ້​ຜິດ​ກົດ​ໝາຍ​ຫຼາຍ​ທີ່​ສຸດ​ຢູ່ແຂວງ​ຄຳ​ມ່ວນ​ 246 ຄົນ, ເປັນ​ຊາວ​ຫວຽວດນາມ 80 ຄົນ ​ແລະ​ ຊາວຈີນ 1 ຄົນ). ນອກ​ນັ້ນ, ນາຍົກລັດຖະມົນຕີ ​ສັ່ງປິດ​ໂຮງ​ເລື່ອຍຈໍານວນ 1,206 ​ແຫ່ງ ​ເພາະມີ​ສ່ວນ​ກ່ຽວ​ຂ້ອງ​ໃນການລັກ​ລອບຕັດໄມ້ ​ແລະ ຄ້າ​ໄມ້​ຜິດ​ກົດໝາຍ ​ທັງເປັນ​ໂຮງ​ເລື່ອຍທີ່​ບໍ່​ມີ​ໃບ​ອະນຸຍາດ.

ທ່ານ ​ລຽນ ທິ​ແກ້ວ, ລັດຖະມົນຕີ ​ວ່າການ​ກະຊວງ​ກະສິກຳ ​ແລະ​ ປ່າ​ໄມ້ ໄດ້ປະ​ເມີນວ່າ: “ສະພາບ​ຄວາມ​ໜາ​ແໜ້ນ​ຂອງປ່າ​ໄມ້​ໃນ​ລາວຍັງ​ເຫຼືອ​ພຽງ 40 ​ເປີ​ເຊັນ​ຂອງ​ພື້ນ​ທີ່ທັງ​ໝົດ ​ໝາຍ​ຄວາມ​ວ່າ​ໃນ​ຊ່ວງ​ປີ 2018-2020 ລັດຖະບານ​ລາວ​ຕ້ອງ​ເພີ້​ມ​ການ​ປົກ​ປັກຮັກສາ ແລະ ພື້ນຟູຂອງ​ປ່າ​ໄມ້​ໃຫ້​ໄດ້​ໃນ​ອັດຕາສະ​ເລ່ຍ 10 ​ເປີ​ເຊັນຕໍ່​ປີ”. ພ້ອມນັ້ນ, ​ອົງການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ ທຳ​ມະ​ຊາດ (Global Witness) ລາຍ​ງານ​ວ່າ:​ “ເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້​ຫຼາຍ​ທີ່​ສຸດ ເປັນ​ເຂດ​ທີ່ຕິດ​ກັບຊາຍ​ແດນກັບຫວຽດນາມ ໂດຍສະເພາະ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດນາ​ກາຍ​ ແຂວງ​ຄຳ​ມ່ວນ”​. ​

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Support Prime Minister Thongloun Sisoulith; laoedaily.com.la

ຮູບພາບຈາກ: mgronline.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...