Homeເລື່ອງແປກສາວອາເມລິກາ ນັ່ງທັບແຟນຈົນເສຍຊີວິດຄາທີ່

ສາວອາເມລິກາ ນັ່ງທັບແຟນຈົນເສຍຊີວິດຄາທີ່

Published on

ສາວອາເມລິກາ ອາຍຸ 44 ປີ, ໜັກ 133 ກິໂລກຣາມ ຖືກຕໍາຫຼວດຈັບ ແລະ ສານຕັດສິນຈໍາຄຸກສູງສຸດ 36 ປີ ຍ້ອນຂ້າແຟນເສຍຊີວິດດ້ວຍການໂດດນັ່ງທັບໜັາເອີກ ພ້ອມກັບຕົບຕີຢ່າງຮຸນແຮງ ເຫດເນື່ອງມາຈາກການຜິດຖຽງກັນຢູ່ທີ່ເຮືອນຂອງພວກເຂົາໃນເມືອງອີຮີ ສະຫະລັດອາເມລິກາ.

ເວັບໄຊເດິຊັນ ລາຍງານວັນທີ 4 ທັນວາ 2018 ວ່າ: ວິນດີ້ ໂຮມັນ ສາວອາເມລິກາ ອາຍຸ 44 ປີ ໄດ້ຮັບໂທດຈໍາຄຸກສູງສຸດ 36 ປີ ດ້ວຍຂໍ້ຫາຄາດຕະກຳ ຄີໂນ ບັຕເລີຣ (ຜູ້ເປັນແຟນ ) ໂດຍ ວິນດີ້ ໄດ້ທໍາຮ້າຍຮ່າງກາຍແຟນຂອງລາວ ດ້ວຍການນັ່ງທັບໜັກເອີກຂອງ ຄີໂນ ດ້ວຍນໍ້າໜັກເຖິງ 133 ກິໂລກຣາມ ຈຶ່ງເຮັດໃຫ້ ຄີໂນ ໄດ້ຮັບບາດເຈັບໜັກ ແລະ ຂາດອາກາດຫາຍໃຈຈົນເສຍຊີວິດ.

ເຫດການດັ່ງກ່າວ, ເກີດຂຶ້ນທີ່ບ້ານຂອງ ວິນດີ້ ແລະ ຄີໂນ ໃນເມືອງອີຮີ ສະຫະລັດອາເມລິກາ ໃນວັນເກີດເຫດ ວິນດີ້ ນັ່ງດື່ມເຫຼົ້າຢູ່ເທິງໂຊຟາ ແລະ ກຽມຈະອອກໄປຊື້ໂຄເຄນມາເສບ ເມື່ອ ຄີໂນ ຮູ້ກໍ່ເຂົ້າໄປຫ້າມ ທັງສອງຈຶ່ງມີປາກສຽງຜິດຖຽງກັນຢ່າງຮຸນແຮງ ວິນດີ້ ເສຍໃຈແຮງ ແລະ ທຸບຕີແຟນໝຸ່ມດ້ວຍອາລົມໃຈຮ້າຍ, ຈັບເອົາມີດມາແທງມືເຂົາ ແລະ ເອົາຂາໂຕະຟາດ ຫຼັງຈາກນັ້ນກໍນັ່ງລົງທັບໜ້າເອີກຈົນແຟນລາວຢຸດຫາຍໃຈ. ເມື່ອ ວິນດີ້ ໄດ້ສະຕິກໍລຸກຂຶ້ນມາເບິ່ງແຟນລາວ ແຕ່ເສຍຊີວິດໄປແລ້ວ ວິນດີ້ ຕົກໃຈແຮງຟ້າວໂທແຈ້ງຕໍາຫຼວດທັງຮ້ອງໃຫ້ເຈົ້າໜ້າທີ່ຊ່ວຍ.

ວິນດີ້ ຖືກຈັບກຸມຕົວ ແລະ ແຈ້ງຂໍ້ຫາຄາດຕະກຳ ໂດຍຜ່ານສັນລະສູດສົບພົບວ່າ: ຄີໂນ ຖືກທັບດ້ວຍນໍ້າໜັກຈໍານວນຫຼາຍບໍລິເວນໜ້າເອີກ, ຄໍ ແລະ ຫົວ ສົ່ງຜົນໃຫ້ເກີດອາການບາດເຈັບຮຸນແຮງ ແລະ ປະສົບກັບພາວະຂາດອາກາດຫາຍໃຈ ຈົນເສຍຊີວິດ ເຊິ່ງເປັນຜົນມາຈາກການຖືກ ວິນດີ້ ນັ່ງທັບ.

ຂໍ້ມູນຈາກ ໂກອີຮີ ລະບຸວ່າ: ສານໄດ້ຕັດສິນ ວິນດີ້ ມີຄວາມຜິດໃນຂໍ້ຫາຄາດຕະກໍາໂດຍບໍ່ເຈຕະນາ ຫຼື ການລົງມືຂ້າເພາະຄວາມໃຈຮ້າຍຈາກການຜິດຖຽງກັນ ເຊິ່ງບໍ່ໄດ້ເປັນການຂ້າທີ່ວາງແຜນໄວ້ກ່ອນ ເນື່ອງຈາກລາວໃຫ້ການສາລະພາບສານຕໍ່ເຈົ້າໜ້າທີ່ສານຈຶ່ງຫຼຸດໂທດໃຫ້ເຄິ່ງໜຶ່ງຈາກ 20-40 ປີ ຫຼຸດລົງເຫຼືອ 18-36 ປີ ແລະ ຈະມີການພິຈາລະນາໂທດອີກຄັ້ງໃນວັນທີ 20 ທັນວາ ປີນີ້.

 

 

 

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: hilight.kapook.com

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...