Homeຄວາມງາມວິທີ​ການ​ແຕ່ງ​ໜ້າ​ສຳລັບ​ຄົນ​ຕຸ້ຍ

ວິທີ​ການ​ແຕ່ງ​ໜ້າ​ສຳລັບ​ຄົນ​ຕຸ້ຍ

Published on

1372272043-adele02-o

1  ຜິວ​ງາມ​ລຽບ​ນຽນແຖມ​ຍັງ​ເບິ່ງ​ມີ​ມິຕິ: ເລືອກ​ໃຊ້​ຮອງ​ພື້ນ​ ຫຼື​ ບີ​ບີ​ຄີມ​ເສດ​ສີ​ທີ່​ໃກ້​ຄຽງ​ກັບ​ສີ​ຜິວຈາກ​ນັ້ນ​ຈຶ່ງ​ເກ່ຍ​ໃຫ້​ນຽນ​ລຽບແລ້ວ​ປັດ​ທັບ​ດ້ວຍ​ແປ້ງ​ຝຸ່ນ​ໃຫ້​ທົ່ວ​ໃບ​ໜ້າ​ ແລະ ​ລຳ​ຄໍແລ້ວ​ມາ​ສ້າງ​ມິ​ຕິ​ໃຫ້​ໜ້າ​ຄົມເບິ່ງ​ດີ​ຂຶ້ນ​ ດ້ວຍ​ການ​ນຳ​ເສດ​ດິ້ງ ​ຫຼື ແປ້ງ​ເສດ​ສີ​ທີ່​ ເຂັ້ມ​ກວ່າ​ຜິວ1-2ເສດປັດ​ບໍລິເວນ​ກອບ​ໜ້າ​ ແລະ​ ໃຕ້​ໂໜກ​ແກ້ມ​ເປັນ​ແວນແຍງ (ລະ​ວັງ​ຢ່າ​ປັດ​ໃຫ້​ເຂ້ມ​ຫຼາຍ​ເກີນ​ໄປ) ເກ່ຍ​ໃຫ້​ກົມ​ກືນຈະ​ຊ່ວຍ​ແກ້​ໄຂ ​ແລະ ​ປັບ​ລຸດ​ຄວາມ​​ມົນ​ກົມຂອງ​ໃບ​ໜ້າ​ໄດ້​ຫຼາຍ​ຂຶ້ນ

2 ຄິ້ວ ແລະ ຕາງາມ​ຄົມ​ແຈ້ງ!: ນຳສໍແຕ້ມ​ຄິ້ວ (ສີ​ອ່ອນ​ກວ່າ​ຜົມ) ແຕ້ມກອບ​ຄິ້ວ​ໃຫ້​ແຈ້ງ ໃຫ້​ຄົມ​ເຂັ້ມອາດ​ໃຊ້​ມາດ​ຄາ​ລ່າ​ສຳລັບ​ຄິ້ວ​ປັດ​ເພື່ອ​ເກັບ​ຄວາມ​ຮຽບຮ້ອຍ​ຂອງ​ຄິ້ວສ່ວນ​ດວງ​ຕາ​ໃຫ້​ເລືອກ​ໃຊ້​ອາຍ​ແຊ​ໂດສີ​ເບດ​ ຫຼື ສີ​ຄຳ​ປະສົມ​ຊິມ​ເມີ ເຂ່ຍ​ໃຫ້​ທົ່ວ​ເປືອກ​ຕາ​ ແລະ​ ໂໜກ​ຄິ້ວແລ້ວ​ລົງ​ສີ​ອື່ນໆ ໂດຍ​ເນັ້ນ​ແຕ່ງ​ຕາ​ໄລ່​ສີ​ອ່ອນ​ ​ເຂັ້ມ​ແບ​ບ​ໂມກ​ກີ້​ອາຍຈະ​ຊ່ວຍ​ເຮັດໃຫ້​ດວງ​ຕາ​ເບິ່ງ​ຄົມ​ແຈ້ງ​ຂື້ນຈາກ​ນັ້ນ​ຈຶ່ງ​ກີດ​ອາຍ​ໄລ​ເນີປັດ​ມາດ​ຄາ​ລ່າ​ຕິດ​ຂົນ​ຕາ​ປອມ​ນຳ ກໍ່ໄດ້ເທົ່າ​ນີ້​ ກໍ​ໄດ້​ດວງ​ຕາ​ງົດງາມເບິ່ງ​ໜ້າ​ຄົ້ນ​ຫາ​ຫລາຍ​ຂຶ້ນ​

3 ພວງ​ແກ້ມ​ແດງຮີມສົບງາມ​ໄດ້​ຮູບ: ເລືອກ​ໃຊ້ ​ບລັດ​ອອນ​ ສີ​ທີ່​ເໝາະ​ກັບ​ສີ​ປາກ ຫຼື ອາດ​ເລືອກ​ເປັນ​ສີ​ໂທນ​ກາງໆ ຢ່າງສົ້ມ​ພີດສີບົວ​ອົມ​ສົ້ມປັດ​ທີ່​ໂໜກ​ແກ້ມ​ທັງ 2ຂ້າງໃຫ້​ເບິ່ງ​ງາມ​ເປັນ​ທຳມະຊາດສ່ວນ​ຮິມ​ສົບ​ໃຫ້​ເລືອກ​ໃຊ້​ລິ​ບສະຕິກ​ຕິກ​ເນື້ອ​ແມດທາ​ໃຫ້​ທົ່ວຮິມ​ຝີ​ປາກຈະ​ສີ​ແດງສີ​ສົ້ມ ຫຼື ສີ​ຊົມ​ພູ​ກໍ​ໄດ້ ເລືອກ​ແຊບ​ໄດ້​ເຕັມ​ທີ່ແຕ່​ທາງ​ທີ່​ດີ​ບໍ່​ຄວນ​ເລືອກ​ລິ​ບສະ​ຕິກ​ທີ່​ມີ​ຄວາມ​ແວ​ວວາວ​ຈຳ​ພວກ​ກອດລິບ​ສີ​ອ່ອນ​ຫຼາຍ​ເກີນ​ໄປ​​ເພາະ​ອາດ​ເຮັດໃຫ້​ຮິມສົບເບິ່ງ​ໜ້າ​ໃຫຍ່​ຫຼາຍກວ່າ​ເກົ່າ… ພຽງ​ເທົ່າ​ນີ້​ກໍ​ງາມເລິດຢ່າງໝັ້ນໃຈໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...