spot_img
Homeຂ່າວທ້ອງຖິ່ນກຽມຍົກເລີກສັນຍາສໍາປະທານດິນບໍ່ພັດທະນາ 438 ໂຄງການ

ກຽມຍົກເລີກສັນຍາສໍາປະທານດິນບໍ່ພັດທະນາ 438 ໂຄງການ

Published on

ຈາກການກວດກາໂຄງການສໍາປະທານທີ່ດິນລັດທົ່ວປະເທດໃນຈໍານວນ 1,758 ໂຄງການພົບເຫັນ 438 ໂຄງການ ກວມເອົາເນື້ອທີ່ 240.189 ເຮັກຕາ ບໍ່ມີການພັດທະນາ ແລະ ປະລະບໍ່ເອົາໃຈໃສ່ ເຊິ່ງກໍາລັງຈະລາຍງານຕໍ່ລັດຖະບານໃນທ້າຍປີ 2018 ນີ້ ເພື່ອຍົກເລີກສັນຍາ ແລະ ດໍາເນີນການປັບໃໝຕາມສັນຍາ.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ6 ຂອງສະພາແຫ່ງຊາດຊຸດທີ VIII, ໃນວັນທີ 26 ພະຈິກ 2018 ວ່າ: ເພື່ອແກ້ໄຂບັນຫາການບຸກລຸກຈັບຈອງທີ່ດິນໃຫ້ມີຄວາມຈະແຈ້ງ ເຊິ່ງໃນຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ກໍໄດ້ເພີ່ມມາດຕະການ ວ່າດ້ວຍການຈັບຈອງ ແລະ ບຸກລຸກທີ່ດິນ ເພື່ອເປັນບ່ອນອີງໃນການແກ້ໄຂ ແລະ ປ້ອງກັນການຈັບຈອງ, ບຸກລຸກທີ່ດິນແບບຊະຊາຍ. ປັດຈຸບັນ, ການກວດສອບໂຄງການເຊົ່າ-ສໍາປະທານທີ່ດິນທົ່ວປະເທດໃນ 1.758 ໂຄງການ ພົບເຫັນທີ່ດິນ 438 ໂຄງການ ກວມເອົາເນື້ອທີ 240.189 ເຮັກຕາ ເຊິ່ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພວມກະກຽມລາຍງານລັດຖະບານໃນທ້າຍປີ 2018 ນີ້ ເພື່ອຍົກເລີກສັນຍາ ຫຼື ດໍາເນີນການປັບໃໝຕາມສັນຍາ ໃນນັ້ນ, ມີ 201 ໂຄງການ (81.879 ເຮັກຕາ) ບໍ່ໄດ້ເຄື່ອນໄຫວຫຍັງເລີຍ; 160 ໂຄງການ (91.038 ເຮັກຕາ) ໄດ້ຢຸດເຊົາກ່ອນສິ້ນສຸດໂຄງການ ແລະ ມີ 77 ໂຄງການ (67.272 ເຮັກຕາ) ປະລະບໍ່ເອົາໃຈໃສ່.

ໃນການຍົກເລີກສັນຍາດັ່ງກ່າວ, ໄດ້ປະຕິບັດຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອດໍາເນີນກວດກາ, ສຶກສາ ແລະ ຄົ້ນຄວ້າວິໄຈບັນຫາທີ່ດິນສະບັບເລກທີ 13/ນຍ, ລົງວັນທີ 1 ມີນາ 2017; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກຄໍາສັ່ງວ່າດ້ວຍການກວດກາຄືນບັນຫາການອອກໃບຕາດິນຊໍ້າຊ້ອນ, ການຈັບຈອງທີ່ດິນ, ຂໍ້ຂັດແຍ່ງຈາກການເອົາໃບຕາດິນຄໍ້າປະກັນການກູ້ຍືມເງິນ ແລະ ຈາກການເອົາໃບຕາດິນເປັນຮຸ້ນ ສະບັບເລກທີ 1924/ກຊສ, ລົງວັນທີ 15 ພຶດສະພາ 2017; ຄໍາສັ່ງແຈ້ງການເຖິງບັນດາທ່ານເຈົ້າເມືອງ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດກ່ຽວກັບການກວດກາຄືນບັນຫາການອອກໃບຕາດິນ ຫຼື ການມີເອກະສານສິດນໍາໃຊ້ທີ່ດິນຊໍ້າຊ້ອນ ສະບັບເລກທີ 2121/ກຊສ, ລົງວັນທີ 26 ພຶດສະພາ 2017.

 

 

 

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດການ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...