spot_img
Homeຂ່າວພາຍ​ໃນເຕັກໂນໂລຊີມາແຮງ ການສຶກສາຕ້ອງປ່ຽນໃຫ້ທັນໂລກ

ເຕັກໂນໂລຊີມາແຮງ ການສຶກສາຕ້ອງປ່ຽນໃຫ້ທັນໂລກ

Published on

ການສຶກສາຈາກອະດິດ ເຖິງປັດຈຸບັນ ຍັງບໍ່ໄດ້ຮັບການປັບປຸງເຂົ້າກັບຍຸກສະໄໝຂອງການສຶກສາເທົ່າທີ່ຄວນ ຍັງເປັນການບັງຄັບໃຫ້ມີການຮຽນຫຼາຍວິຊາ ແລະ ມີການແບ່ງແຍກນັກສຶກສາເຊັ່ນ: ນັກສຶກສາທີ່ຮຽນໄດ້ດີ ແລະ ຮຽນບໍ່ໄດ້ດີ (ເກັ່ງ ແລະ ບໍ່ເກັ່ງ) ແນວຄິດດັ່ງກ່າວເກີດມາຈາກຄວາມບໍ່ລື້ງເຄີຍຂອງບຸກຄົນ ເຮັດໃຫ້ນັກຮຽນເສຍໂອກາດໃນການສຶກສາຂັ້ນຕໍ່ໄປ ຈົນມີຜົນກະທົບເຖິງເສັ້ນທາງເດີນອາຊີບຫຼັງຈາກຮຽນຈົບ ແລ້ວແມ່ນຫຍັງທີ່ສາມາດປ່ຽນແປງການສຶກສາແບບນີ້ໄດ້? ແລະ ໃນອະນາຄົດຄົນຈະບໍ່ຢາກຮຽນແບບປັດຈຸບັນ ຈະຫັນມາສຶກສາກັບ ເຕັກໂນໂລຊີ ເພາະມັນສາມາດໃຫ້ຄົນເຮົາເລືອກສາຍຮຽນໄດ້ຕາມທີ່ຕ້ອງການ.

Salman Khan ກ່າວວ່າ: ແຕ່ນີ້ໄປເຕັກໂນໂລຊີ ຈະມີບົດບາດໃນການປ່ຽນແປງຮູບແບບ ແລະ ພັດທະນາການສຶກສາໃນອະນາຄົດ Personalize ຫຼາຍຂຶ້ນ ໂດຍຄາດຄະເນວ່າ: “ການສຶກສາໃນອະນາຄົດມີແນວໂນ້ມໃຫ້ຜູ້ຮຽນເປັນຕົວຫຼັກ” ໂດຍຍົກໃຫ້ເຫັນການສຶກສາໃນປັດຈຸບັນທີ່ຍັງຍຶດຖືຮູບແບບໃນ200 ປີກ່ອນ ທີ່ສະຖາບັນເປັນຜູ້ແຕ່ງຕັ້ງ ແລະ ບັງຄັບໃຫ້ຮຽນຫຼາຍວິຊາ ເຮັດໃຫ້ນັກຮຽນບໍ່ສາມາດພັດທະນາທັກສະຄວາມສາມາດສະເພາະຕົວໄດ້ ເພາະຕ້ອງໄປເສຍເວລາຮຽນກັບສິ່ງທີ່ບໍ່ຖະນັດ.

ປັດຈຸບັນ, ເຕັກໂນໂລຊີມີແຜນການສຶກສາໃນຫຼາຍທາງເລືອກກັບຄົນທີ່ຢາກຮຽນຢາກຮູ້ ເຊັ່ນວ່າ: ບໍລິສັດ Google ໄດ້ສ້າງຫຼັກສູດ IT Support Professional Certificate ເປັນຫຼັກສູດຮຽນອອນລາຍ ໂດຍໃຊ້ເວລາ 8-12 ເດືອນ ແລະ ບໍລິສັດຍັກໃຫຍ່ເອກະຊົນໃນຕ່າງປະເທດ ໂດຍສະເພາະອາເມລິກາ ສາມາດສ້າງຫຼັກສູດ ແລະ ອອກໃບປະກາດສະນີຍະບັດທີ່ເປັນຂອງບໍລິສັດຕົນ ທີ່ຫຼາຍບໍລິສັດຍອມຮັບວ່າ: “ສາມາດສະໝັກວຽກໄດ້”.

Khan ບອກວ່າ: “ບໍລິສັດ ຫຼື ອົງການທີ່ບໍ່ໄດ້ຂຶ້ນກັບລັດຖະບານ ຈະອອກໃບປະກາດສະນີຍະບັດ ຫຼື ໃບຢັ້ງຢືນ” ມັນອາດມີຄວາມເປັນໄປໄດ້ທີ່ຈະໃຊ້ແທນໃບປະລິນຍາຈາກສະຖາບັນການສຶກ ເນື່ອງຈາກການສຶກສາທີ່ເນັ້ນແຕ່ໃບປະກາດປະລິນຍາຕີມີຫຼາຍ, ຮຽນແລ້ວຮຽນອີກ ນັ້ນຈະບໍ່ມີຜົນດີໃນຍຸກປັດຈຸບັນເລີຍ ເຊິ່ງເປັນເຫດຜົນທີ່ບໍລິສັດເອກະຊົນໃນຕ່າງປະເທດ ຕ້ອງໃຫ້ຜູ້ສະໝັກວຽກທົດສອບຜົນງານຂອງຕົນໃຫ້ບໍລິສັດເຫັນກ່ອນຈະພິຈາລະນາເຂົ້າເຮັດວຽກ ເພາະວຸດທິການສຶກສາແບບດັ່ງເດີມບໍ່ຕອບໂຈດຂອງນາຍຈ້າງໃນການປະຕິບັດວຽກງານ (ໃບປະລິນຍາ ເປັນພຽງເອກະສານປະກອບສະໝັກວຽກເທົ່ານັ້ນ).

ໃນອີກ 10 ປີຂ້າງໜ້າບໍລິສັດເອກະຊົນທີ່ໄດ້ຮັບການນັບຖືລະດັບສາກົນ ເຊັ່ນ: Google, Microsoft ເປັນຕົ້ນ ຈະກາຍເປັນສະຖາບັນການສຶກສາໂດຍອັດຕະໂນມັດ ເພາະພວກເຂົາໄດ້ສ້າງຫຼັກສູດ ແລະ ໃບວຸດທິການສຶກສາ. ບໍລິສດເອກະຊົນເຫຼົ່ານັ້ນຈະເປັນທີ່ຍອມຮັບຂອງບໍລິສັດເອກະຊົນດ້ວຍກັນຫຼາຍກວ່າສະຖາບັນການສຶກສາແບບດັ່ງເດີມ ແລະ ໃນອະນາຄົດຄົນຈະມີອິດສະຫຼະໃນການພັດທະນາຄວາມຊ່ຽວຊານ, ພັດທະນາທາງອາຊີບຂອງຕົນເອງ. ດັ່ງນັັ້ນ, ຮູບແບບການສຶກສາບໍ່ຈໍາເປັນຕ້ອງຮຽນ 4 ປີບາດດຽວ ແລ້ວຈຶ່ງໄປຊອກວຽກເຮັດພາຍຫຼັງ ແຕ່ຈະສາມາດ Personalize ການຮຽນ ແລະ ການເຮັດວຽກຄວບຄູ່ກັນໄປເຊັ່ນ: ຮຽນວິຊາສະເພາະທີ່ມັກສຸດ ແລະ ຖະນັດ ຜ່ານຫຼັກສູດເຂັ້ມຂຸ້ນ 12 ເດືອນ ໄດ້ຮັບຮອງໃຫ້ໄປສະໝັກວຽກເກັບປະສົບການ ແລະ ທະຍອຍຮຽນວິຊາໃນລະດັບຕໍ່ໆໄປ ເຊິ່ງຈະເຮັດໃຫ້ຄຸນວຸດທິ, ປະສົບການ ແລະ ປະຫວັດຜົນງານ ຫຼື ເອີ້ນລວມກັນວ່າ: Career path ຂອງບຸກຄົນເຕີບໂຕຢ່າງເປັນຮູບປະທໍາຍິ່ງຂຶ້ນ.

Salman Khan ເປັນນັກສຶກສາອັດສະລິຍະ ເປັນຜູ້ທີ່ນໍາເອົາຄວາມຫຼາກຫຼາຍທິດສະດີ ທີ່ມີສອນໃນສະຖາບັນການສຶກສາ ນໍາມາສອນຕໍ່ແບບເລັ່ງລັດໃນເວັບໄຊສ໌ຊື່ Khan Academy ໂດຍທີ່ບໍ່ມີລາຍຮັບ ແຕ່ມັນເປັນສິ່ງທີ່ລາວເຮັດໄດ້ດີຄົນສົນໃຈຈໍານວນຫຼາຍ ຈົນລາວບໍ່ສາມາດວາງມືໄດ້ ໂຊກດີທີ່ມີຜູ້ຄົນຕິດຕາມລາວຈຶ່ງບໍລິຈາກເງິນເພື່ອໃຫ້ການສອນຂອງລາວສາມາດດໍາເນີນການຕໍ່ໄດ້.

ຜູ້ສະໜັບສະໜູນກຸ່ມທໍາອິດຄື: Bill Gates ແຫ່ງ Microsoft ບໍລິຈາກເງິນປະມານ 50 ລ້ານບາດ ແລະ ຕະຫຼອດເວລາ 7 ປີຜ່ານມາ Bill Gates ສະໜັບສະໜູນເງິນໃຫ້ລາວມາແລ້ວຫຼາຍກວ່າ 300 ລ້ານບາດ ນອກຈາກນັ້ນ, Google ກໍຍັງເຂົ້າຮ່ວມສະໜັບສະໜູນເງິນ ແລະ ໃຫ້ໃຊ້ລະບົບ Google Cloud ໃນການໂຫຼດເວັບໄຊສ໌ ແລະ ຂໍ້ມູນຕ່າງໆ. ປັດຈຸບັນ, Salman Khan ເຕີບໂຕກາຍເປັນເຈົ້າຂອງທຸລະກິດຈາການສຶກສາສະໄໝໃໝ່ເຕັມຕົວ ແລະ ເປີດໂຮງຮຽນ  Off-line ເປັນຂອງລາວເອງຊື່ Khan Lab School.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ຮູບພາບຈາກ: http://edtechreview.in

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...