Homeຂ່າວຕ່າງປະເທດຮຸນເຊນຊັດເຈນ! ບໍ່ອະນຸຍາດໃຫ້ "ກອງທັບຕ່າງຊາດ" ໃຊ້ດິນແດນຕັ້ງຖານທັບ

ຮຸນເຊນຊັດເຈນ! ບໍ່ອະນຸຍາດໃຫ້ “ກອງທັບຕ່າງຊາດ” ໃຊ້ດິນແດນຕັ້ງຖານທັບ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ, ປະເທດກຳປູເຈຍ ເມື່ອວັນທີ 19 ພະຈິກ 2018 ວ່າ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ກ່າວເມື່ອວັນຈັນວ່າ ລັດຖະບານຂອງເຂົາຈະບໍ່ມີທາງລະເມີດລັດຖະທຳມະນູນດ້ວຍການອະນຸຍາດໃຫ້ “ກອງທັບຕ່າງຊາດ” ໃຊ້ດິນແດນສ່ວນໃດໜຶ່ງຂອງກຳປູເຈຍເພື່ອສ້າງເປັນຖານທັບ ແລະ ກຳປູເຈຍມີບົດຮຽນເລື່ອງນີ້ຫຼາຍພໍແລ້ວຈາກປະຫວັດສາດທີ່ຜ່ານມາ ຂະນະດຽວກັນ ລັດຖະບານພະນົມເປນຈະບໍ່ມີທາງອະນຸຍາດໃຫ້ປະເທດໃດກໍ່ຕາມໃຊ້ສະຖານທີ່ກຳປູເຈຍເປັນແຫຼ່ງຜະລິດ ແລະ ທົດສອບອາວຸດອີກດ້ວຍ.

ຄຳຖະແຫຼງດັ່ງກ່າວຂອງສົມເດັດຮຸນເຊັນ ຖືເປັນການປະຕິເສດລາຍງານຂອງ “ດິ ເອເຊຍທາມ” ເຊິ່ງລາຍງານເມື່ອອາທິດທີ່ຜ່ານມາ ໂດຍອ້າງແຫຼ່ງຂ່າວວ່າລັດຖະບານປັກກິ່ງໄດ້ພະຍາຍາມຢ່າງໜັກແຕ່ປີ 2017 ໃນການເຈລະຈາຂໍເຊົ່າພື້ນທີ່ບາງສ່ວນແຄມຝັ່ງຂອງແຂວງ ເກາະກົງ ທີ່ຢູ່ທາງຕາເວັນຕົກສຽງໃຕ້ຂອງກຳປູເຈຍ ເພື່ອກໍ່ສ້າງເປັນຖານທັບເຮືອ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews.co.th
ຮູບປະກອບ: hmongupdate

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...