spot_img
Homeຂ່າວເຫດການຄະນະຜູ້ແທນຂັ້ນສູງ ພັກກອມມູນິດກູບາ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດກູບາ ຢ້ຽມຢາມ ສປປ ລາວ

Published on

 

ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ, ສະຫາຍນາງ

ລາຊາຣາ ເມເຊເດັສ ອາເຊອາ (Lazara Mercedez Acea) ກຳມະການກົມການເມືອງສູນກາງພັກກອມມູນິດກູບາ

ເລຂາພັກທີໜຶ່ງ ຄະນະພັກນະຄອນຫຼວງລາຮາວານ ທັງເປັນຮອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ

ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-19 ກັນຍາ 2014.

 

ໃນຕອນເຊົ້າວັນທີ 18 ກັນຍານີ້, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປປ

ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະຜູ້ແທນຂັ້ນສູງຂອງພັກກອມມູ

ນິດກູບາໃນຄັ້ງນີ້ເປັນ ການປະກອບສ່ວນທີ່ສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນ

ມິດຕະພາບຖານສະຫາຍອ້າຍນ້ອງທີ່ສະ ໜິດສະໜົມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ –

ກູບາ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

 

ສະຫາຍເລຂາທິການໃຫຍ່ ໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບການສ້າງສາພັດທະນາປະເທດຊາດຢູ່ ສປປ ລາວ ໃນຊຸມປີ

ຜ່ານມາ, ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ສະແດງຄວາມຂອບໃຈ ແລະ

ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ໃນພາ

ລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ,

ພ້ອມທັງຢືນຢັນວ່າຈະສືບຕໍ່ຮ່ວມກັບກູບາເພື່ອນມິດ ໃນການເສີມຂະຫຍາຍການພົວພັນຮ່ວມມືນີ້ໃຫ້ມີປ ສິດທິ

ຜົນຍິ່ງໆຂຶ້ນ.

 

ສະຫາຍ ນາງ ລາຊາຣາ ເມເຊເດັສ ອາເຊອາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຫາຍເລຂາທິການໃຫຍ່ຄະນະ

ບໍລິຫານງານສູນກາງ ພັກ ປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນແກ່ຄະນະຂອງສະຫາຍ, ໄດ້ສະແດງຄວາມດີ

ໃຈທີ່ໄດ້ມີໂອກາດມາສຳຜັດບັນດາຜົນສຳເລັດຂອງ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ

ປະເທດຊາດ ພາຍໃຕ້ການນຳພາຂອງພັກ ປປ ລາວ ແລະ ອວຍພອນໃຫ້ພັກ, ລັດກໍຄືປະຊາຊົນລາວ ຈົ່ງໄດ້ຮັບຜົນ

ສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາ ປະເທດຊາດ.

 

ໃນວັນດຽວກັນ, ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປປ ລາວ ປະທານສະພາແຫ່ງ

ຊາດ  ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ນາງ ລາຊາຣາ ເມເຊ ເດັສອາເຊອາ ພ້ອມຄະນະທີ່ສະພາແຫ່ງຊາດ ໂດຍໄດ້

ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນສູງຂອງກູບາໃນຄັ້ງນີ້,

ຈາກນັ້ນທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ສະພາບການຂອງແຕ່ລະປະເທດ ແລະ ແລກປ່ຽນຄວາມຄິດເຫັນໃນ

ການພົວພັນລະຫວ່າງສອງສະພາ; ຝ່າຍລາວຍັງໄດ້ແຈ້ງກ່ຽວກັບ ການດຳເນີນກອງປະຊຸມລັດຖະສະພາອາຊຽນ

(AIPA) ຄັ້ງທີ 35 ທີ່ພວມດຳເນີນຢູ່ຊຶ່ງ ສປປ ລາວ ເປັນເຈົ້າພາບໃຫ້ຝ່າຍກູບາໄດ້ຮັບຊາບ.

 

ກ່ອນໜ້ານີ້, ໃນຕອນບ່າຍຂອງວັນທີ 17 ກັນຍາຜ່ານມາ ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມ

ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ພົບປະເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງພັກກອມມູ

ນິດກູບາ ຊຶ່ງທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພົ້ນເດັ່ນຢູ່ແຕ່ລະປະເທດ, ການເຄື່ອນໄຫວຂອງ

ແຕ່ລະພັກ, ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈ.

 

ນອກນັ້ນ, ຄະນະຜູ້ແທນກູບາ ຍັງໄດ້ພົບປະເຮັດວຽກກັບຄະນະພັກ ແລະ ຄະນະປົກຄອງນະຄອນຫຼວງວຽງຈັນ

ນຳໂດຍສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງ

ຈັນ ຊຶ່ງສອງຝ່າຍໄດ້ມີການປຶກສາຫາລື ກ່ຽວກັບທ່າແຮງໃນການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງນະ

ຄອນຫຼວງ ຂອງ ສປປ ລາວ ແລະ ສ.ກູບາ.

 

ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນກູບາຍັງໄດ້ໄປຊົມພື້ນຖານການຜະລິດ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດ

ແລະ ວັດທະ ນະທຳຈຳ ນວນໜຶ່ງຢູ່ນະຄອນຫຼວງວຽງຈັນ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...