spot_img
Homeຂ່າວທ້ອງຖິ່ນກະຈ່າງແຈ້ງ! ເຫດປາຕາຍຢູ່ເມືອງສັງທອງ ກວ່າ310ກິໂລກຣາມ

ກະຈ່າງແຈ້ງ! ເຫດປາຕາຍຢູ່ເມືອງສັງທອງ ກວ່າ310ກິໂລກຣາມ

Published on

ພາຍຫຼັງເຫດການປາຕາຍໃນແມ່ນໍ້າຕອນໃນວັນທີ 7-9 ພະຈິກ 2018, ເຈົ້າເມືຶງ ເມືອງສັງທອງໄດ້ອອກແຈ້ງການ ຫ້າມບໍລິໂພກ ຫຼື ຈຳໜ່າຍປາຕາຍເຂດແມ່ນໍ້າຕອນໃນວັນທີ 12 ພະຈິກ 2018.

ຮອງເຈົ້າເມືອງ ເມືອງສັງທອງ ທ່ານ ບົວຄຳ ສີສົງຄາມ ຢັ້ງຢືນປາຕາຍຢູ່ເຂດແມ່ນ້ຳຕອນ ເກີດຈາກການໃຊ້ສານເຄມີຂອງບໍລິສັດປູກກ້ວຍແຫ່ງໜຶ່ງຂອງ ສປຈີນ ທີ່ລົງທຶນການປູກກ້ວຍໃນເນື້ອທີ່ຂອງປະຊາຊົນ 3 ບ້ານ ໃນ 2 ແຂວງ. ປັດຈຸບັນ, ບໍລິສັດໄດ້ອອກມາຮັບຜິດຊອບຕໍ່ກັບເຫດການທີ່ເກີດຂຶ້ນ ໂດຍຈະຮັບຜິດຊອບເປັນເວລາ 3 ປີ ແລະ  ໃນ 1 ປີຈະປ່ອຍປາປີລະ 1 ແສນໂຕ.

ທ່ານ ບົວຄຳ ສີສົງຄາມ ໄດ້ໃຫ້ການສຳພາດ ຊີ້ແຈງກ່ຽວກັບບັນຫາດັ່ງກ່າວວ່າ: “ເຫດການປາຕາຍໃນແມ່ນ້ຳຕອນ ມາຈາກການນຳໃຊ້ສານເຄມີປູກກ້ວຍຂອງບໍລິສັດ ສປ ຈີນ. ຍ້ອນວິຊາການຂອງບໍລິສັດບໍ່ມີການຮັກສາທີ່ດີ ເຮັດໃຫ້ສານເຄມີໄຫຼລົງສູ່ແມ່ນ້ຳຕອນ ເຮັດໃຫ້ປາຕາຍປະມານ 310 ກິໂລກຣາມ (ຈາກການເກັບກຳຂໍ້ມູນຂອງວິຊາການ). ໃນເບື້ອງຕົ້ນພວກເຮົາໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນ ສະເພາະໄລຍະນີ້ຫ້າມບໍລິໂພກປາຕາຍ, ບໍ່ໃຫ້ນຳໃຊ້ນໍ້າດັ່ງກ່າວ ແລະ ບໍ່ໃຫ້ນຳສັດອື່ນໆລົງແມ່ນ້ຳ. ພ້ອມນັ້ນ, ໄດ້ເຊີນບໍລິສັດມາປຶກສາຫາລື ເຊິ່ງຄວາມເສຍຫາຍຄັ້ງນີ້ເຂົາເຈົ້າກໍຍິນດີຮັບຜິດຊອບ. ໃນການຟື້ນຟູແມ່ນ້ຳໃຫ້ເປັນປົກກະຕິ ໃນໄລຍະສັ້ນ ຫຼື ຍາວນັ້ນ ກໍຂຶ້ນກັບການຄົ້ນຄວ້າວິໄຈ. ປະຈຸບັນໄດ້ເອົານ້ຳ, ດິນ ໄປວິໄຈຢູ່ກະຊວງກະສິກຳ ແລະ ປ່າໄມ້ “.

ທ່ານ ກ່າວຕື່ມອີກວ່າ: “ການຄຸ້ມຄອງການນໍາໃຊ້ສານເຄມີຕ່າງໆ ໃນຊ່ວງໄລຍະນີ້, ໃຫ້ທາງສວນກ້ວຍຢຸດຕິການໃຊ້ສານເຄມີທຸກຊະນິດ ຖ້າມີຄວາມຈໍາເປັນຕ້ອງສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ເຊິ່ງພະແນກກະສິກໍາ ແລະ ປ່າໄມ້ຈະເປັນຜູ້ຄຸ້ມຄອງກ່ຽວກັບການປູກກ້ວຍ ພ້ອມກັບຄະນະນຳເມືອງ ຈະໄດ້ລົງກວດກາກ່ອນວ່າຈະໃຊ້ມາດຕະຖານເທົ່າໃດ, ຈະເອົາໄປຖອກບ່ອນໃດ. ໃນໄລຍະຍາວແມ່ນຈະເບິ່ງຜົນກວດຈາກການວິໄຈນໍ້າ, ດິນ, ວິໄຈປຸ໋ຍ-ຝຸ່ນ ວ່າເກີດຈາກຫຍັງແທ້ ຫຼື ມີການໃຊ້ສານເຄມີເກີນຂະໜາດບໍ່ ຖ້າຫາກເກີນ ແມ່ນຈະອີງໃສ່ມາດຕະການ ແລະ ລະບຽບກົດໝາຍທີ່ວາງໄວ້”.

ບໍລິສັດຈາກ ສປ ຈີນ ທີ່ເຮັດໃຫ້ປາຕາຍໃນແມ່ນໍ້າຕອນ ເມືອງສັງທອງໃນຄັ້ງນີ້ ເປັນບໍລິສັດທີ່ມາເຊົ່າດິນຂອງປະຊາຊົນໃນ 3 ບ້ານ ກວມເອົາ 2 ເມືອງ ແລະ 2ແຂວງຄື: ບ້ານກົວ ເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ບ້ານນ້ຳໂທມ, ບ້ານສວນມອນ ເມືອງຫີນເຫີບ ແຂວງວຽງຈັນ ມີເນື້ອທີ່ທັງໜົດ 250 ເຮັກຕາ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...