spot_img
HomeທຸລະກິດOnce Upon a Time ຮ້ານຄາເຟ້ໃໝ່ທີ່ເສີບອາຫານ ແລະ ກາເຟລາວໃນຮູບແບບທີ່ແຕກຕ່າງ

Once Upon a Time ຮ້ານຄາເຟ້ໃໝ່ທີ່ເສີບອາຫານ ແລະ ກາເຟລາວໃນຮູບແບບທີ່ແຕກຕ່າງ

Published on

ຈາກເອື້ອຍນ້ອງສູ່ຫຸ້ນສ່ວນທາງທຸລະກິດຈັບມືກັນສ້າງຮ້ານກາເຟທີ່ເຜີຍຄວາມເປັນລາວໃນສະໄຕລ໌ສາກົນ.

Once upon a timeຫຼືແປເປັນພາສາລາວວ່າກາລະຄັ້ງໜຶ່ງນານມາແລ້ວເປັນປະໂຫຍກເລີ່ມຕົ້ນຂອງນີທານແຟນຕາຊີທີ່ເຮົາມັກໄດ້ຍິນເລື້ອຍໆ,  ເປັນເລື່ອງລາວຂອງເຈົ້າຍິງຮູບງາມທີ່ຕົກລະກຳລຳບາກ ລໍຖ້າເຈົ້າຊາຍຮູບງາມມາຊ່ວຍ ແລ້ວຄອງຮັກກັນຈົນຊົ່ວຊີວິດ. ແຕ່ກາລະຄັ້ງໜຶ່ງໃນທີ່ນີ້ຂໍເລີ່ມຕົ້ນທີ່ຮ້ານກາເຟສີຂາວ ເຊິ່ງມີນາງຟ້າປະດັບຢູ່ໜ້າຮ້ານ ແລະ ມີເອກະລັກທາງດ້ານອາຫານຢ່າງໂດດເດັ່ນ.

Once Upon A Time ເປັນເລື່ອງລາວຂອງສອງເອື້ອຍນ້ອງ ອານິຕາ ແລະ ນີນີ່ ທີ່ມີຄວາມຕັ້ງໃຈໃນການນໍາສະເໜີອາຫານ ແລະ ກາເຟຂອງລາວໃນຮູບແບບທີ່ແຕກຕ່າງ. ອານິຕາ ແລະ ນິນີ່ ເຊື່ອວ່າການສະແດງອອກເຖິງຄວາມເປັນລາວ ບໍ່ຈໍາເປັນຕ້ອງໃຫ້ພະນັກງານເກົ້າຜົມໃສ່ສິ້ນບ່ຽງແພ ຫຼື ອາຫານທີ່ເສີບໃນໜ້າຕາເດີມໆເທົ່ານັ້ນ, ແຕ່ການເປັນລາວສາມາດສະແດງອອກໄດ້ດ້ວຍວິທີທີ່ແຕກຕ່າງ ມີການເພີ່ມລູກຫຼິ້ນ, ເພີ່ມສີສັນ, ເພີ່ມຄວາມໜ້າສົນໃຈເຂົ້າໄປໃນຄວາມເປັນລາວໃນແບບສະບັບຂອງ Once Upon A Time.

ການຕົກແຕ່ງພາຍໃນຮ້ານຍັງສະທ້ອນໃຫ້ເຫັນເຖິງຕົວຕົນ ແລະ ມຸມມອງຂອງອານິຕາ ແລະ ນິນີ່ໄດ້ເປັນຢ່າງດີ, ຝາສີຂາວແມ່ນຖືແກະເປັນຮູບເຈົ້າຍິງຍ່າງຫຼິ້ນກ້ອງຕົ້ນໄມ້ ທ່າມກາງດອກໄມ້ຢັງຢາຍຕາມພື້ນ ໂດຍມີນາງຟ້າສອງນາງແນມເບິ່ງຈາກທ້ອງຟ້າ, ແຕ່ຖ້າຫາກເຮົາສັງເກດດີໆເຮົາຈະເຫັນໄດ້ວ່າດອກໄມ້ນັ້ນແມ່ນດອກໄມ້ເຫຼັກ ແລະ ພາຍໃນຮູບແກະຂອງເຈົ້າຍິງນັ້ນກໍຄືດິນຈີ່ ແລະ ຊີມັງ, ມັນສື່ໃຫ້ເຫັນໄດ້ວ່ານອກຈາກຄວາມສວຍງາມທີ່ຜູ້ຄົນທົ່ວໄປຕ່າງເຫັນແລ້ວມັນຍັງມີຄວາມເຂັ້ມແຂງ, ຄວາມອົດທົນ ແລະ ແນວຄິດສ້າງສັນເຊື່ອງຊ້ອນຢູ່.

ອານິຕາ ແລະ ນິນີ່ມີຄວາມຮັກ ແລະ ຫຼົງໄຫຼໃນກາເຟຂອງລາວ. ກາເຟຈາກຮ້ານ Once Upon A Time ແມ່ນຜ່ານການຂົ້ວຢ່າງສົມບູນແບບ ເຮັດໃຫ້ມີຄວາມເຂັ້ມຂຸ້ນ, ຫອມ, ນຸ້ມລຶກ ເຊິ່ງຖືກເສີບໃນຮ້ານທີ່ມີບັນຍາກາດສົດໃສປະດັບດ້ວຍຕົ້ນເຟີນສີຂຽວ ທີ່ໃຫ້ບັນຍາກາດທີ່ສົດຊື່ນ ເປັນສະຖານທີ່ທີ່ທ່ານສາມາດດື່ມດໍ່າກັບແກ້ວພິເສດຂອງທ່ານໄດ້ດີທີ່ສຸດ.

ນິນີ່ກ່າວວ່າ: “ພວກເຮົາເຊື່ອວ່າກາເຟຂອງລາວຖ້າຫາກນໍາສະເໜີຢ່າງຖືກວິທີກໍສາມາດເປັນກາເຟໃນໃຈຂອງໃຜຫຼາຍໆຄົນໄດ້”.

“ພວກເຮົາຕ້ອງການສະແດງໃຫ້ເຫັນເຖິງກາເຟລາວ ແລະ ວິໄສທັດຂອງເຮົາຜ່ານ Once Upon A Time” ກ່າວໂດຍ ອານິຕາ ແລະ ລາວໄດ້ເສີມຕື່ມອີກວ່າ: “ພວກເຮົາຕ້ອງການທີ່ຈະສົ່ງເສີມກາເຟລາວ ຕາມມາດຕະຖານ ແລະ ໃນຮູບແບບຂອງສາກົນ, ເຊິ່ງນັ້ນເປັນເຫດຜົນທີ່ເຮັດໃຫ້ພວກເຮົາສ້າງສິ່ງທີ່ທ່ານກຳລັງເຫັນຢູ່ນີ້”.

“ກາເຟຂອງເຮົາແມ່ນມາຈາກປາກຊ່ອງ ແຂວງຈໍາປາສັກ ແລະ ເມືອງ ດາກຈຶງ ແຂວງເຊກອງ. ພວກເຮົາຕ້ອງການຍົກສູງໃຫ້ເຫັນເຖີງສີມືຂອງຄົນລາວ, ທຸກຢ່າງທີ່ທ່ານເຫັນໃນຮ້ານແມ່ນເຮັດໂດຍຄົນລາວ ແລະ ຄົນອອກແບບຮ້ານໃຫ້ເຮົາກໍແມ່ນຄົນລາວເຊັ່ນກັນ” ກ່າວໂດຍອານິຕາ. ວັດຖຸດິບສຳລັບປຸງແຕ່ງອາຫານແມ່ນໃຊ້ແຕ່ຜັກປອດສານພິດ ເຊິ່ງຖືກຄັດເລືອກສົດໃໝ່ທຸກມື້.

 

 

 

 

 

 

 

 

 

ຈາກການທີ່ອານິຕາ ແລະ ນິນີ່ ໄດ້ໄປສຶກສາຢູ່ຕ່າງປະເທດຫຼາຍປີ ເຮັດໃຫ້ເຂົາເຈົ້າເຫັນເຖິງຄວາມສຳຄັນໃນການຮັກສາສິ່ງແວດລ້ອມ ແລະ ພາວະໂລກຮ້ອນ, ເຮັດໃຫ້ຮ້ານ Once Upon A Time ເປັນຮ້ານທີ່ບໍ່ໃຊ້ວັດສະດຸຈາກປລາສຕິກເລີຍ ຈອກທີ່ໃຊ້ກໍເປັນຈອກເຈ້ຍ ແລະ ຫຼອດທີ່ໃຊ້ກໍເຮັດຈາກເຈ້ຍເຊັ່ນກັນ.

ຖ້າຫາກທ່ານຕ້ອງການລິ້ມລອງອາຫານລາວ ແລະ ກາເຟລາວໃນຮູບແບບທີ່ແຕກຕ່າງໄປ, Once Upon A Time ພ້ອມໃຫ້ບໍລິການທ່ານ!

 

ວິທີເດີນທາງໄປ Once Upon A Time:

ມີສອງສາຂາ: ສາຂາທີ່ໜຶ່ງຕັ້ງຢູ່ບ້ານ ໂພນທັນ ໃກ້ວົງວຽນໂພນທັນ ແລະ

ສາຂາທີ່ສອງຕັ້ງຢູ່ທີ່ຖະໜົນ ຝຣັ່ງຊົວງິນ ບ້ານ ມີໄຊ ໃກ້ກັບສວນສາທາລະ

ນະເຈົ້າອານຸວົງ, ໂທ: 030 58 09 966

Facebook: Once Upon A Time – Khamkhong

 

 

ແຫຼ່ງຂໍ້ມູນ ແລະ ຮູບພາບ: ວາລະສານຈໍາປາເມືອງລາວສະບັບເດືອນພະຈິກ-ທັນວາ 2018

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...