Homeຂ່າວ​ໄອ​ທີEpson ເປີດໂຕ Eco Tank ເຄື່ອງພິມຮຸ້ນໃໝ່ ຕອບໂຈດຄວາມຄຸ້ມຄ່າ, ແຂງແຮງທົນທານ ແລະ ລາຄາປະຢັດ

Epson ເປີດໂຕ Eco Tank ເຄື່ອງພິມຮຸ້ນໃໝ່ ຕອບໂຈດຄວາມຄຸ້ມຄ່າ, ແຂງແຮງທົນທານ ແລະ ລາຄາປະຢັດ

Published on

ໃນວັນທີ 29 ຕຸລາ 2018 ຜ່ານມາທາງບໍລິສັດ ເອັບສັນ “Epson” ໄດ້ເປີດໂຕ Eco Tank ເພື່ອເນັ້ນຢໍ້າຄວາມເປັນໜຶ່ງໃນຕະຫຼາດເຄື່ອງພິມອິ້ງເຈັກ ທີ່ໂຮງແຮມ ຄລາວ ພລາຊ່າ. ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ ໄດ້ແກ່: ທ່ານ ນາງ ນິລະວອນ ວິສອນນະວົງ ຜູ້ອໍານວຍການ ບໍລິສັດ ໄມໂຄຼອິນໂຟ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ແລະທ່ານ ໄພໂຣດ ຢຸດມະຫາລາບກຸນ ຜູ້ຈັດການຝ່າຍຂາຍ ຕ່າງປະເທດ ຂອງບໍລິສັດ ເອັບສັນ (ປະເທດໄທ) ຈໍາກັດ ແລະບັນດາແຂກທີ່ຖືກເຊີນ.

ໃນຄັ້ງນີ້ ເອັບສັນ ໄດ້ທໍາການເປີດໂຕຜະລິດຕະພັນຮຸ້ນໃໝ່ ທີ່ຕອບໂຈດຄວາມຄຸ້ມຄ່າ, ແຂງແຮງທົນທານ ແລະລາຄາປະຢັດ ນັ້ນກໍຄືລຸ້ນ L-series ແລະM-series ເພື່ອຕອບສະໜອງຄວາມຕ້ອງການໃນທຸລະກິດທຸກຂະໜາດ ລວມທັງໂປຼເຈັກເຕີຂະໜາດກາງ 3 ລຸ້ນໃໝ່.

ບໍລິສັດ ເອັບສັນ ເປັນຜູ້ຜະລິດເຄື່ອງພິມແບບກ່ອງມຶກ (ink tank) ອັນດັບໜຶ່ງຂອງໂລກ ເຊິ່ງໃນປັດຈຸບັນ ໄດ້ຈໍາໜ່າຍເຄື່ອງພິມແບບກ່ອງມຶກໄປແລ້ວຫຼາຍກວ່າ 30 ລ້ານເຄື່ອງ ໃນ 150 ປະເທດທົ່ວໂລກ. ສ່ວນໃນປະເທດລາວເອງ ມີເຄື່ອງພິມແບບກ່ອງມຶກຍີ່ຫໍ້ ເອັບສັນ ຫຼາຍກວ່າ 19 ລຸ້ນ; ໃນນັ້ນ, 15 ລຸ້ນ ແມ່ນ L-Series ແລະ4 ລຸ້ນ ແມ່ນ M-Series.

ໃນຕອນນີ້ ບໍລິສັດໄດ້ສ້າງເຄື່ອງພິມຮູບແບບໃໝ່ ທີ່ເອີ້ນວ່າ: “Eco Tank” Economical Tank ໂດຍເນັ້ນໄປທີ່ປະສິດທິພາບສູງສຸດ ແລະລາຄາສຸດປະຢັດ. ທາງ ເອັບສັນ ໄດ້ນໍາສະເໜີ ເຄື່ອງພິມ 5 ລຸ້ນໃໝ່ຈາກ L-series ແລະM-series ໄດ້ແກ່: Eco Tank L3110, L3150, M1100, M1120 ແລະM2140. ນອກນັ້ນ, ຍັງໄດ້ສົ່ງເສີມການຈໍາໜ່າຍໂປຼເຈັກເຕີ 3LCD portfolio ເຖິງ 3 ລຸ້ນ ຂະໜາດກາງ ໄດ້ແກ່: EB-L510U, EB-L610W ແລະEB-L610U. ທັງສາມລຸ້ນລ້ວນແຕ່ມີຂະໜາດກະທັດຮັດ, ນໍ້າໜັກເບົາ ແລະໃຫ້ຄວາມສະຫວ່າງສູງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...