spot_img
Homeຂ່າວເຫດການປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກອງປະຊຸມ ໄອປາ

ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນກອງປະຊຸມ ໄອປາ

Published on

 

ໃນວັນທີ 17 ເດືອນກັນຍາ 2014 ທີ່ທຳນຽບປະທານປະເທດ  ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາ

ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ບັນດາຫົວໜ້າຄະນະຜູ້ແທນ

ກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 35 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບຈັດຂຶ້ນ

ແຕ່ວັນທີ 14-20 ເດືອນກັນຍາ ປີ 2014 ທີ່ນະຄອນຫລວງວຽງຈັນ.

 

ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ບັນດາທ່ານປະທານລັດຖະສະພາ, ຫົວໜ້າຄະນະຜູ້ແທນທີ່

ເດີນທາງມາເຂົ້າຮ່ວມກອງປະຊຸມ ໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 35 ນີ້, ນອກຈາກທີ່ໄດ້ໃຫ້

ຄວາມສຳຄັນຕໍ່ການປຶກສາຫາລືດ້ານການພົວພັນວຽກງານຂອງໄອປາ ໃນການປັບປຸງການຮ່ວມມືລັດຖະສະພາໃຫ້

ເຂັ້ມແຂງ ເພື່ອສ້າງປະຊາຄົມອາຊຽນແລ້ວ ຍັງເປັນການສະໜັບສະໜູນ ສປປ ລາວ ກໍຄື ສະໜັບສະໜູນສະພາ

ແຫ່ງຊາດລາວ ໃນຖານະເປັນເຈົ້າພາບ ແລະ ປະທານກອງປະຊຸມໄອປາ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນ

ວ່າ ຜົນຂອງການປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ຈະເປັນການເພີ່ມທະວີການຮ່ວມມືດ້ານລັດຖະສະພາ ແລະ

ການຮ່ວມມືຂອງໄອປາ ກັບບັນດາອົງກອນທີ່ກ່ຽວຂ້ອງຂອງອາຊຽນ ເພື່ອປະກອບສ່ວນສ້າງປະຊາຄົມອາຊຽນ ທີ່ປະ

ກອບດ້ວຍ 3 ເສົາຄ້ຳຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-

ສັງຄົມ ໃຫ້ສຳເລັດຕາມແຜນທີ່ວາງໄວ້ ແລະ ປະກອບສ່ວນເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ ໃນ

ໂຄງສ້າງພາກພື້ນ ໂດຍຜ່ານບັນດາກົນໄກທີ່ອາຊຽນລິເລີ່ມຄື: ອາຊຽນ +1, ອາຊຽນ +3, ກອງປະຊຸມລັດຖະມົນຕີ

ປ້ອງກັນປະເທດອາຊຽນ ບວກເວທີພາກພື້ນ, ກອງປະຊຸມສຸດຍອດອາຊີຕາເວັນອອກ. ທ່ານປະທານປະເທດ ສະ

ແດງຄວາມຫວັງວ່າການປຶກສາຫາລືໃນກອງປະຊຸມຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນຂະບວນການຮ່າງວິໄສທັດ

ປະຊາຄົມອາຊຽນ ຫລັງປີ 2015 ເພື່ອພ້ອມກັນກຳນົດທິດທາງເດີນຂອງອາຊຽນ ໃຫ້ກ້າວໄປຢ່າງຖືກຕ້ອງ ແລະ

ແທດເໝາະກັບຈຸດພິເສດຂອງພາກພື້ນອາຊຽນ.

ໃນໂອກາດດຽວກັນນີ້ ຄະນະຜູ້ແທນກອງປະຊຸມໄອປາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ

ທ່ານປະທານປະເທດ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົ່ງຂອງການເດີນທາງມາເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ

35 ເພື່ອປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືເພື່ອການພັດ

ທະນາ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ

ແລະ ອົງການຈັດຕັ້ງສາກົນໃນພາກພື້ນກໍຄືໃນໂລກ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...