Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງເງິນ ມ້າງຂະບວນລັກລົດຈັກໂຕອັນຕະລາຍ ພ້ອມມອບລົດຄືນໃຫ້ເຈົ້າຂອງເດີມ!

ປກສ ເມືອງເງິນ ມ້າງຂະບວນລັກລົດຈັກໂຕອັນຕະລາຍ ພ້ອມມອບລົດຄືນໃຫ້ເຈົ້າຂອງເດີມ!

Published on

 

ເຈົ້າໜ້າທີ່ ປກສ ເມືອງເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນເປັນຈຳນວນຫລາຍ ວ່າຖືກຄົນຮ້າຍລັກລົດຈັກ

ນັບແຕ່ກາງປີ 2014 ເປັນຕົ້ນມາ, ຈຶ່ງໄດ້ຕັ້ງກຳລັງສະເພາະກິດໃນການຕິດຕາມຄົນຮ້າຍ ແລະ ຕົກມາຮອດເດືອນກໍລະກົດ 2014 ຈຶ່ງສາມາດ

ມ້າງຂະບວນການລັກລົດຈຳນວນໜຶ່ງ ດຳເນີນຄະດີຕາມລະບຽບກົດໝາຍ ປະກອບມີ: ທ້າວ ໝີນ້ອຍ ແກ້ວວົງໄຊ ອາຍຸ 36 ປີຢູ່ບ້ານສະພານ

ທອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທ້າວ ວັນໄຊຊົງ ອາຍຸ 38 ປີ, ທ້າວ ກາເຟ ພອນມະນີ ອາຍຸ 26 ປີ ແລະ ທ້າວ ກອນ ພົມ

ມະຈິດ ອາຍຸ 26 ປີຢູ່ບ້ານປາກເງິນ ເມືອງປາກແບງ ແຂວງ ອຸດົມໄຊ ເຊິ່ງພວກກ່ຽວແມ່ນຂະບວນການເຄື່ອນໄຫວລັກລົດຈັກໂຕອັນຕະລາຍ

ຢູ່ເມືອງເງິນ ແລະ ເມືອງອ້ອມຂ້າງແຂວງອຸດົມໄຊເປັນຈຳນວນຫລາຍຄັນໃນໄລຍະຜ່ານມາ ແລະ ລົດທີ່ພວກເຂົາລັກໄປນັ້ນ,

ເຈົ້າໜ້າທີ່ສາມາດນຳກູ້ຄືນມາໄດ້ຈຳນວນໜຶ່ງ ແລະ ເມື່ອຕົ້ນເດືອນກັນຍາຜ່ານມານີ້, ທ່ານພັນໂທ ສົມເພັດ ປັນແກ້ວ

ຫົວໜ້າກອງບັນຊາການ ປກສ ເມືອງເງິນ, ກໍໄດ້ໃຫ້ກຽດມອບລົດຈັກທີ່ກູ້ຄືນໄດ້ໃຫ້ເຈົ້າຂອງເດີມເຊິ່ງມີຈຳນວນ 15 ຄັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...