Homeຂ່າວທ້ອງຖິ່ນບໍ່ຄຳ-ທອງເຊໂປນ ມອບທອງປະກອບສ່ວນສ້າງພະພຸດທະຮູບ ຢູ່ແຂວງບໍລິຄຳໄຊ ແລະ ອຸດົມໄຊ

ບໍ່ຄຳ-ທອງເຊໂປນ ມອບທອງປະກອບສ່ວນສ້າງພະພຸດທະຮູບ ຢູ່ແຂວງບໍລິຄຳໄຊ ແລະ ອຸດົມໄຊ

Published on

 

ໃນວັນທີ 16 ກັນຍາຜ່ານມານີ ທ່ານ ສະໝານ ອະເນກາ ຜູ້ອຳນວຍການຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ

ບໍ່ຄຳ-ທອງ ເຊໂປນ (LXML Sepon ) ໄດ້ມອບທອງຫນຶ່ງໂຕນໃຫ້ແກ່ທ່ານນາງ ບຸນກອງມະນີ ເລັ່ງສະຫວັດ ເພື່ອນຳ

ໄປຫລໍ່ພະພຸດທະຮູບໃຫ້ວັດຢູ່ແຂວງບໍລິຄຳໄຊ ແລະ ອຸດົມໄຊ.

 

ນັບແຕ່ປີ 2008 ເປັນຕົ້ນມາ ບໍລິສັດ LXML Sepon ໄດ້ປະກອບສ່ວນທອງຫລາຍກວ່າ 18 ໂຕນ ເພື່ອນຳໃຊ້ເຂົ້າໃນ

ຫຼາຍຈຸດປະສົງແຕກຕ່າງກັນ ລວມມີພະພຸດທະຮູບ, ເຄື່ອງໝາຍກາຊາດ ແລະ ຮຸ່ນຈຳລອງບຸກຄົນທີ່ສຳຄັນຂອງຊາດ

ເຊັ່ນ : ຮຸ່ນຈຳລອງຂອງເຈົ້າອານຸວົງ ທີ່ປະດິດສະຖານໄວ້ຢູ່ສວນເຈົ້າອານຸວົງໃນນະຄອນຫລວງວຽງຈັນ.

 

ການປະກອບສ່ວນທັງຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນຕໍ່ເນືື່ອງຂອງບໍລິສັດ ໃນການປົກປັກຮັກສາມໍລະດົກ

ວັດທະນະທຳອັນດີງາມຂອງຊາດລາວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...