Homeຂ່າວຕ່າງປະເທດຊາວອາເມຣິກັນກ່ວາ 45 ລ້ານຄົນ ມີຊີວິດການເປັນຢູ່ ຕ່ຳກ່ວາເສັ້ນຄວາມທຸກຍາກ!

ຊາວອາເມຣິກັນກ່ວາ 45 ລ້ານຄົນ ມີຊີວິດການເປັນຢູ່ ຕ່ຳກ່ວາເສັ້ນຄວາມທຸກຍາກ!

Published on

 

ຜົນສຳຫລວດລ່າສຸດຂອງສະຫະລັດເປີດເຜີຍວ່າ ປະຊາກອນອາເມຣິກັນຈຳນວນຫລາຍກ່ວາ 45 ລ້ານຄົນ ຍັງຄົງ

ມີສະພາບຄວາມເປັນຢູ່ຕ່ຳກ່ວາເສັ້ນຄວາມທຸກຍາກ.

 

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງສຳນັກງານສຳມະໂນປະຊາກອນສະຫະລັດ ທີ່ມີການ

ເຜີຍແຜໃນວັນອັງຄານທີ 16 ກັນຍາ 2014 ຜ່ານມານີ້ ໂດຍຜົນຂອງການສຳຫລວດຄັ້ງລ່າສຸດ ໃນປີ 2013 ພົບວ່າ

ຊາວອາເມຣິກັນຈຳນວນຫລາຍກ່ວາ 45 ລ້ານຄົນ ຫລື 14.5% ຂອງຈຳນວນປະຊາກອນທັງໝົດ 318.75 ລ້ານຄົນ

ແມ່ນຍັງຄົງມີຊີວິດການເປັນຢູ່ໃນລະດັບຕ່ຳກ່ວາ ເສັ້ນຄວາມທຸກຍາກ ຫລື ໝາຍເຖິງການມີລະດັບລາຍຮັບຕ່ຳ

ກ່ວາ 23,850 ໂດລາສະຫະລັດ ຫລື ຕ່ຳກ່ວາປະມານ 191 ລ້ານກີບຕໍ່ປີ ສຳລັບຄອບຄົວທີ່ມີສະມາຊິກ 4 ຄົນ.

 

ອັດຕາສ່ວນຂອງຄົນທຸກຍາກໃນສະຫະລັດອາເມຣິກາ ທີ່ຖືກເຜີຍແຜ່ອອກມາລ່າສຸດ ແມ່ນຢູ່ທີ 14.5% ນັ້ນ ຖືວ່າ

ໄດ້ຫລຸດລົງມາພຽງເລັກໜ້ອຍ ເມື່ອທຽບກັບອັດຕາສ່ວນຄົນທຸກຍາກຢູ່ທີ່ 15% ຂອງການສຳຫລວດໃນປີ 2012

ແລະ ຍັງຄົງສູງກ່ວາອັດຕາສ່ວນຄົນທຸກຍາກໃນສະຫະລັດອາເມຣິກາ ເມື່ອປີ 2007 ທີ່ມີຢູ່ 12.3% ເຊິ່ງປີນັ້ນ ແມ່ນ

ຖືເປັນປີທີ່ອາເມຣິກາເລີ່ມກ້າວເຂົ້າສູ່ສະພາວະເສດຖະກິດຖົດຖອຍ ເມື່ອທ້າຍປີ 2007.

 

ຜົນການສຳຫລວດຍັງຄົງພົບວ່າ ປະມານ 1 ໃນ 3 ຂອງຄອບຄົວຊາວອາເມຣິກັນ ທີ່ມີຄວາມເປັນຢູ່ທີ່ຕ່ຳກ່ວາເສັ້ນ

ຄວາມທຸກຍາກໃນຂະນະນີ້ ແມ່ນມີຫົວໜ້າຄອບຄົວເປັນເພດຍິງ ເຊິ່ງຕົກເປັນ 15.6 ລ້ານຄົວເຮືອນ.

 

ຍິ່ງໄປກ່ວານັ້ນ ຜົນການສຳຫລວດຍັງພົບວ່າ ອັດຕາສ່ວນຂອງຄົນຜິວດຳທີ່ທຸກຍາກໃນສະຫະລັດອາເມຣິກາໃນປີ

ທີ່ຜ່ານມາ ຍັງຄົງຢູ່ທີ່ລະດັບ 27.2% ເຊິ່ງເປັນລະດັບທີ່ບໍ່ມີການປ່ຽນແປງເລີຍ ຈາກການສຳຫລວດເມື່ອປີ 2012

ແລະ ຍັງຄົງຢູ່ສູງກ່ວາອັດຕາສ່ວນຄົນຜິວດຳທີ່ທຸກຍາກ 24.3% ໃນປີ 2007 ກ່ອນເສດຖະກິດຂອງສະຫະລັດຈະ

ກ້າວເຂົ້າສູ່ສະພາວະຖົດຖອຍອີກດ້ວຍ.

 

557000011071902

Homeless man begs for money in the Financial District in San Francisco

Homeless-Street-People

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...