Homeຂ່າວຕ່າງປະເທດ10 ປະເທດອາຊຽນຈະເຂົ້າຮ່ວມຝຶກຊ້ອມຮົບຮ່ວມກັບກອງທັບເຮືອຂອງຈີນໃນທະເລຈີນໃຕ້

10 ປະເທດອາຊຽນຈະເຂົ້າຮ່ວມຝຶກຊ້ອມຮົບຮ່ວມກັບກອງທັບເຮືອຂອງຈີນໃນທະເລຈີນໃຕ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນທີ 19 ຕຸລາ 2018 ວ່າ ທ່ານ ອິ້ງ ເອງ ເຮນ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ຖະແຫຼງການວ່າ ກອງທັບເຮືອຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທັງ 10 ປະເທດ ໄດ້ເດີນທາງເຂົ້າສູ່ເມືອງ ຈ້ານຈຽງ ໃນມົນທົນກວາງຕຸ້ງ ທາງຕາເວັນຕົກສຽງໃຕ້ຂອງຈີນ ເພື່ອຮ່ວມການຝຶກຊ້ອມຮົບຮ່ວມກັບກອງທັບເຮືອຂອງກອງທັບປົດປ່ອຍປະຊາຊົນຈີນ (PLA) ເຊິ່ງຈະມີຂຶ້ນໃນອາທິດໜ້າໃນເຂດໜ້ານໍ້າສາກົນທະເລຈີນໃຕ້ ໂດຍເມືອງຈ້ານຈຽງ ເປັນສະຖານທີ່ຕັ້ງຖານທັບກອງເຮືອໃຕ້ຂອງພີແອລເອ.

ທັງນີ້, ຄວາມຮ່ວມມືດັ່ງກ່າວຖືເປັນຄັ້ງທຳອິດຢ່າງເປັນທາງການ ແລະ ຜູ້ກ່ຽວຂ້ອງທຸກຝ່າຍຫວັງເປັນຢ່າງຍິ່ງວ່າ ພາລະກິດຄັ້ງນີ້ຈະເປັນການຟື້ນຟູຄວາມເຊື່ອໝັ້ນ ແລະ ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈລະຫວ່າງກັນ. ສຳລັບການປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງນີ້ ເຖິງແມ່ນວ່າຈະເປັນການພົບປະຫາລືກັນຢ່າງບໍ່ເປັນທາງການ, ແຕ່ພົນເອກ ເຈມສ໌ ແມດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ແລະ ພົນເອກ ເວີ່ຍ ເຟິ່ງເຫີ ລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນເຂົ້າຮ່ວມປະຊຸມດ້ວຍຕົວເອງ ແລະ ມີໃນໃຈຄວາມວ່າ ເພື່ອຮັກສາຄວາມສຳພັນກັບປະເທດມະຫາອຳນາດຢ່າງທົ່ວເຖິງ; ທ່ານ ອິ້ງ ກ່າວວ່າອາຊຽນມີກຳນົດຈັດການຝຶກຊ້ອມຮົບທາງທະເລກັບສະຫະລັດໃນປີໜ້ານີ້.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ:​ dailynews.co.th

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...