Homeຂ່າວຕ່າງປະເທດຮຸນເຊນສົ່ງສານຮື້ຟື້ນພາລະກິດສຳຄັນຮ່ວມກັບສະຫະລັດ

ຮຸນເຊນສົ່ງສານຮື້ຟື້ນພາລະກິດສຳຄັນຮ່ວມກັບສະຫະລັດ

Published on

ເວັບໄຊຂ່າວເຟຣສນິວ ເຊິ່ງເປັນເວັບໄຊກະບອກສຽງຂອງລັດຖະບານກຳປູເຈຍ ລາຍງາຍເມື່ອວັນເສົາທີ່ຜ່ານມາ ສົມເດັດຮຸນເຊນ ມີຄວາມຕ້ອງການຮື້ຟື້ນ “ພາລະກິດສຳຄັນ” ຮ່ວມກັບສະຫະລັດ ທີ່ໝາຍເຖິງການຄົ້ນຫາ ແລະ ເກັບກູ້ໂຄງກະດູກທະຫານອາເມລິກາຢ່າງໜ້ອຍ 42 ຄົນ ທີ່ຫາຍສາບສູນໃນກຳປູເຈຍຊ່ວງລະຫວ່າງສົງຄາມ ໂດຍຜູ້ນຳກຳປູເຈຍໄດ້ສັ່ງລະງັບພາລະກິດດັ່ງກ່າວເມື່ອເດືອນກັນຍາປີທີ່ຜ່ານມາ ຫຼັງດຳເນີນງານມາໄດ້ 30 ປີ ເພື່ອເປັນການຕອບໂຕ້ລັດຖະບານອາເມລິກາທີ່ລະງັບວີຊ່າເຈົ້າໜ້າທີ່ລະດັບສູງຫຼາຍຄົນຂອງກຳປູເຈຍ ຈາກການທີ່ກຳປູເຈຍປະຕິເສດຮັບຜູ້ອົບພະຍົບເຊິ່ງຖືກເນລະເທດອອກຈາກສະຫະລັດກັບປະເທດ ຖານມີປະຫວັດກໍ່ຄະດີອາຊະຍາກຳໃນປະເທດ.

ນອກຈາກນີ້, ຄວາມຂັດແຍ້ງລະຫວ່າງກຳປູເຈຍກັບສະຫະລັດເຄັ່ງຮ້ອນຫຼາຍຂຶ້ນ ເມື່ອສົມເດັດຮຸນເຊນກ່າວຫາຢ່າງເປີດເຜີຍວ່າລັດຖະບານຂອງປະທານາທິບໍດີໂດນັລ ທຣໍ້າ ສະໜັບສະໜູນທ່ານ ເກິມ ສຸຂາ ຜູ້ນຳຝ່າຍຄ້ານ ເຊິ່ງໄດ້ຮັບການປະກັນຕົວເມື່ອເດືອນທີ່ຜ່ານມາ ໃຫ້ກັກບໍລິເວນທີ່ເຮືອນແທນ ເພື່ອລໍການຂຶ້ນສານຄັ້ງຕໍ່ໄປໃນຂໍ້ຫາກະບົດ.

ຢ່າງໃດກໍ່ຕາມ, ສົມເດັດຮຸນເຊນ ຢືນຢັນມາຕະຫຼອດວ່າລັດຖະບານຂອງເຂົາບໍ່ເຄີຍຕົກຢູ່ພາຍໃຕ້ແຮງກົດດັນຈາກສະຫະລັດ ແລະ ພັນທະມິດ ເຖິງແມ່ນວ່າ ທ່ານ ຄິມ ສຸຂາ ຈະໄດ້ຮັບການປ່ອຍຕົວຊົ່ວຄາວ ແຕ່ເປັນເພາະເຫດຜົນດ້ານສຸຂະພາບຂອງຈຳເລີຍ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews
ຮູບປະກອບ: yahoo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...